ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຜູ້ແທນອົງການໄອຍະການສູງສຸດສິງກະໂປ

19:02 | 14/06/2019

ໃນວັນທີ 11 ມິຖຸນານີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ລູ ເຊິນ ວັອງ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ສິງກະໂປ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໃນໂອກາດທີ່ເດີນທາງມາຢ້ຽມຢາມລາວ ລະຫວ່າງ ວັນທີ 10-12 ມິຖຸນານີ້.

ປະທານສະພາແຫ່ງຊາດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຫົວໜ້າອົງການໄອຍະການສູງສຸດ ແຫ່ງສ.ສິງກະໂປ ພ້ອມຄະນະໃນຄັ້ງນີ້ ຊຶ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານຂົງເຂດກົດໝາຍ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ, ການສັ່ງຟ້ອງອາຊະຍາກຳຕ່າງໆ, ການກໍ່ສ້າງພະນັກງານ ແລະ ອື່ນໆ ພ້ອມນັ້ນ ກໍອວຍພອນໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການ ລາວ-ສ.ສິງກະໂປ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຜູ້ແທນອົງການໄອຍະການສູງສຸດສິງກະໂປ

ທ່ານ ລູເຊິນ ວັອງ ແລະ ທ່ານປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. (ພາບ: ພູວຽງຄຳ)

ທ່ານ ລູ ເຊິນ ວັອງ ຕາງໜ້າຄະນະໄດ້ກ່າວສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ຂອງທ່ານປະທານສະພາໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ເທື່ອນີ້ໃຫ້ທ່ານປະທານໄດ້ຮັັບຊາບ ທັງນີ້ເພື່ອຕອບສະໜອງຕາມການຮ່ວມມືສອງ ຝ່າຍນອກນັ້ນ ທັງສອງຝ່າຍຍັງ ໄດ້ມີການພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈນຳກັນຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ອານຸສັກ/pasaxon.org.la)

ເຫດການ
302 Found

Found

The document has moved here.