ປະທານສະພາແຫ່ງຊາດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

18:35 | 12/06/2019

ໃນວັນທີ 11 ມິຖຸນາ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ລູຊຽນ ວົງ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກະ ໂປ ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ມິຖຸນາ 2019 ນີ້.

ປະທານສະພາແຫ່ງຊາດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທ່ານ ລູຊຽນ ວົງ

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ລູຊຽນ ວົງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ ລະ ຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນອະນາຄົດ ແລະ ຍາວນານ. ພ້ອມນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານສິງກະໂປ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ຕະ ຫລອດມາ ໂດຍສະເພາະ ທາງດ້ານການສຶກສາ, ສາທາ, ການແກ້ໄຂ ຄວາມທຸກ ຍາກ ແລະ ໄພພິບັດຕ່າງໆ.

ພ້ອມດຽວກັນນີ້, ທ່ານ ລູຊຽນ ວົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ສະຫລະ ເວລາອັນມີຄ່າ ໃຫ້ການຕ້ອນຮັບ ອັບອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີິນທາງ ມາຢ້ຽມຢາມສປປ ລາວ ໃນຄັ້ງນີ້ ໃຫ້ທ່ານປະທານສະພາແຫ່ງຊາດ ໄດ້ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.