ສະພາແຫ່ງຊາດ ສະເໜີໃຫ້ ກະຊວງ ຖວທ ປັບປຸງ ແລະ ແກ້ໄຂຫລາຍບັນຫາ

13:56 | 06/06/2019

ຜ່ານການ ຕິດຕາມ ກວດກາ ຂອງຄະນະ ປະຈຳສະພາ ແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ການສັງລວມຈາກຫາງສຽງສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ 2018 ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ໃນປີ 2019 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIIIໂດຍຄະນະປະຈໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳຂະແໜງ ການທີ່ກ່ຽວຂ້ອງປັບປຸງ ແລະ ແກ້ໄຂຫລາຍບັນຫາ ເພື່ອຮັບປະກັນການສືບຕໍ່ພັດທະນາວຽກງານການ ທ່ອງທ່ຽວ ໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດແຜນປີທ່ອງທ່ຽວລາວ-ຈີນ 2019 ໃຫ້ບັນລຸຄາດໝາຍດັ່ງກ່າວ.

ສະພາແຫ່ງຊາດ ສະເໜີໃຫ້ ກະຊວງ ຖວທ ປັບປຸງ ແລະ ແກ້ໄຂຫລາຍບັນຫາ

ທ່ານ ສົມພູ ດວງສະຫວັນ ກໍາມະການຄະນະປະຈໍາ, ປະທານກໍາມາທິການວັດທະນະທໍາ-ສັງຄົມ. (ພາບ: ສະຫວາດ-ເກດສະໜາ)

ທ່ານ ສົມພູ ດວງສະຫວັນ ກໍາມະການຄະນະປະຈໍາ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ເນັ້ນໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້​ເອົາໃຈໃສ່ຜັນຂະ ຫຍາຍ 7 ມາດຕະການ ທີ່ຂະແໜງການໄດ້ກໍານົດໄວ້ ແລະ 5 ມາດຕະການເພີມເຕີ່ມ ຂອງສະພາແຫ່ງຊາດ ຕາມມະຕິສະບັບເລກທີ 081/ສພຊ ທີ່ຍັງບໍ່ທັນສໍາເລັດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ເປັນ ຕົ້ນການສ້າງລະບຽບການຄຸ້ມຄອງແຫລ່ງທ່ອງທ່ຽວ ແລະ ເມືອງທ່ອງທ່ຽວ, ສ້າງລະບຽບການຄຸ້ມຄອງການເກັບກອງທຶນທ່ອງທ່ຽວ, ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງການເຄື່ອນໄຫວ ຂອງຕຳຫລວດທ່ອງທ່ຽວ ທີ່ບໍ່ສອດຄ່ອງກັບມາດຕາ 44 ຂອງກົດໝາຍວ່າດ້ວຍການທ່ອງທ່ຽວ; ສືບຕໍ່ສໍາຫລວດ ແລະ ຈັດສັນແຫລ່ງທ່ອງທ່ຽວໃຫ້ມີຈຸດສຸມ ພ້ອມທັງສ້າງແຜນການທ່ອງທ່ຽວ ທີ່ເປັນວົງຈອນເຊື່ອມຕໍ່ລະ ຫວ່າງແຂວງ ແລະ ບັນດາແຂວງ ທີ່ມີຊາຍແດນຕິດກັບບັນດາປະເທດໃກ້ຄຽງ ໂດຍເລັ່ງໃສ່ພັດທະນາແຫລ່ງທ່ອງທ່ຽວ; ຮີບຮ້ອນສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະມາຄົມທຸລະກິດທ່ອງທ່ຽວ ເພື່ອເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາສະມາ ຄົມທຸລະກິດທ່ອງທ່ຽວ; ຮີບຮ້ອນປັບປຸງການແບ່ງຂັ້ນຄຸ້ມຄອງ ລະຫວ່າງກະຊວງ ແລະ ຂັ້ນແຂວງລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມຈະແຈ້ງ, ເປັນເອ ກະພາບໃນການຄຸ້ມຄອງວຽກງານທ່ອງທ່ຽວ.

ນອກຈາກນີ້, ຕ້ອງປັບປຸງກົນໄກປະສານງານ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການ ສ້າງປັບປຸງກົດໝາຍ ແລະ ອອກນິຕິກໍາໃຕ້ກົດໝາຍທີ່ຈຳເປັນ ໃຫ້ເປັນລະບົບຄົບຊຸດ ເພື່ອຄຸ້ມຄອງການ ທ່ອງທ່ຽວ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ກຳນົດມາດຕະຖານພາຫະນະຂົນສົ່ງທ່ອງທ່ຽວ ຕາມທີ່ກຳນົດໃນມາດຕາ 23 ຂອງກົດໝາຍວ່າດ້ວຍການທ່ອງທ່ຽວ; ຮີບຮ້ອນຄົ້ນຄວ້າ ແລະ ກຳນົດລາຄາສະເລ່ຍຕ່ຳສຸດ ໃນການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຊັດເຈນ; ຮີບຮ້ອນຜັນຂະ ຫຍາຍຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທ່ອງທ່ຽວ ໃຫ້ເປັນຮູບປະທຳຂຶ້ນ; ມີກົນໄກຄຸ້ມຄອງດັດສົມລາຄາເຂົ້າຊົມ ແລະ ຄ່າບໍລິການຢູ່ສະຖານທ່ອງທ່ຽວ ໃຫ້ເປັນເອກະພາບໃນທົ່ວປະເທດ; ອອກນິຕິກຳການຄຸ້ມຄອງມໍລະດົກທາງດ້ານທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທຳ ທີ່ເປັນຮູບປະທຳ ແລະ ນາມມະທຳ ທີ່ຕິດພັນກັບແຫລ່ງທ່ອງທ່ຽວ; ຄົ້ນ ຄວ້າ, ສ້າງປຶ້ມຄູ່ມື ກ່ຽວກັບຂໍ້ມູນ, ປະຫວັດຂອງແຫລງທ່ອງທ່ຽວ ເພື່ອເປັນເຄື່ອງມືໃຫ້ແກ່ພະນັກງານນຳທ່ຽວ ຊີ້ແຈງອະທິບາຍປະຫວັດຄວາມເປັນມາຂອງແຫລ່ງທ່ອງທ່ຽວ ເພື່ອໃຫ້ສອດຄ່ອງກັບນະໂຍ ບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ພ້ອມສົ່ງເສີມສິລະປະວັດທະນະທໍາ ທີ່ຕິດພັນກັບທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອດຶງດູດ ສ້າງຄວາມຊົງຈຳອັນດີໃຫ້ແກ່ນັກທ່ອງທ່ຽວ.

ເພີ່ມທະວີການຕິດຕາມກວດກາ ແລະ ແກ້ໄຂ ຜູ້ດຳເນີນທຸລະກິດທ່ອງທ່ຽວ ທີ່ບໍ່ຖືກຕ້ອງຕາມກົດໝາຍ ພ້ອມທັງຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຢ່າງເຂັ້ມງວດ; ເອົາໃຈໃສ່ສ້າງບຸກຄະລາກອນທ່ອງທ່ຽວ ໃຫ້ໄດ້ປະລິມານ ແລະ ຄຸນນະພາບ, ຍົກລະດັບຄວາມຮູ້ໃຫ້ຜູ້ປະກອບການ ແລະ ປະ ຊາຊົນ ໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານທ່ອງທ່ຽວ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເພື່ອສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ສະເໜີຄົ້ນຄວ້າ ແລະ ກຳນົດແຂວງພັດທະນາການທ່ອງທ່ຽວ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ, ນະຄອນຈຳປາສັກ ແລະ ນະຄອນຫລວງພະບາງ ດ້ວຍການລົງທຶນຂອງລັດຢ່າງມີຈຸມສຸມ; ສ້າງກົນໄກການທ່ອງທ່ຽວຜ່ານປະຕູດຽວ, ນຳໃຊ້ເຄື່ອງມື, ເຕັກນິກທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້; ສະເໜີໃຫ້ມີການຄົ້ນຄວ້າ, ວິເຄາະວິໄຈ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ເພື່ອຮັບປະກັນໃຫ້ແກ່ການດຶງດູດ ຕະຫລາດທ່ອງທ່ຽວອື່ນໃຫ້ມີຄວາມຍືນຍົງ.

(ແຫຼ່ງ​ຂໍ້​ມູນ​: ມະນີທອນ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ