ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດນາມ ຈິ້ງ​ ດິ່ງ ​ຢຸງ ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

22:06 | 25/06/2019

ວັນທີ 25 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽດຢູ່ ລາວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ ດິ່ງ ຢຸງ ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດນາມ ຈິ້ງ​ ດິ່ງ ​ຢຸງ ພົບ​ປະ​ເຈ​ລະ​ຈາ​ກັບ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢຸງ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.(ພາບ:vovworld.vn)

ທີ່ການພົບປະສົນທະນາກັບ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ໄດ້ລາຍງານຄວາມຄືບໜ້າຂອງຝ່າຍຫວຽດນາມ ຕໍ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ຢັ້ງຢືນວ່າ: ລັດຖະບານຫວຽດນາມ ຖືເປັນສຳຄັນໂຄງການສຳຄັນນີ້, ປາດຖະໜາຢາກຮ່ວມມືກັບຝ່າຍລາວ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນການກໍ່ສ້າງໂຄງການໃຫ້ສຳເລັດຖືກກຳນົດເວລາ, ດວ້ຍຄຸນນະພາບຄືຄວາມຫວັງຂອງການນຳຂັ້ນສູງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ ທ່ານນາງປະທານສະພາແຫ່ງຊາດລາວ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມທີ່ມີໂຄງການລົງທຶນຢູ່ ລາວ, ຜັນຂະຫຍາຍຢ່າງມີປະສິດທິຜົນຖືກຕາມຄຳໝັ້ນສັນຍາ ແລະ ປະຕິບັດຕາມກົດໝາຍຂອງລາວ. ສ່ວນ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຢັ້ງຢືນວ່າ: ຈະສົມທົບກັບສະພາແຫ່ງຊາດຫວຽດນາມ ຢ່າງແໜ້ນແຟ້ນເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ແລະ AIPA ໃນປີ 2020.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.