ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU

11:26 | 02/07/2019

ຍສໝ - ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ ຂອງສະຫະພາບ ເອີລົບ EU.

ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU

ທ່ານນາງ ຫງວຽນ ທິ້ ກິມ ເງິນ ແລະ ທ່ານ ນາງ Cecilia Malmstrom. (ພາບ: baochinhphu.vn)

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິ້ ກິມ ເງິນ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍເລື່ອງສອງຝ່າຍລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ຢ່າງເປັນທາງການ ເມື່ອວັນທີ 30 ມິຖຸນາ 2019 ນີ້. ພ້ອມທັງໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ຈະລາຍງານເລື່ອງໃຫ້ສັດຕະຍາບັນສັນຍາສອງສະບັບສຳຄັນນີ້ໃນວາລະກອງປະຊຸມສະໄໝສະມັນຈະມາເຖິງເພື່ອພິຈາລະນາຮັບຮອງເອົາ EVFTA ແລະ IPA, ສືບຕໍ່ເຮັດໃຫ້ລະບົບກົດໝາຍໃຫ້ສົມບູນແບບ, ເໝາະສົມ ກັບກົດໝາຍສາກົນ.

ທີ່ການຕ້ອນຮັບ, ທ່ານນາງ Cecilia Malmstrom ກໍ່ໄດ້ເນັ້ນໜັກວ່າ: ເລື່ອງລົງນາມໃນສັນຍາສອງສະບັບດັ່ງກ່າວເປັນເຫດການສຳຄັນທີ່ສະແດງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມມຸ່ງຫວັງຂອງທັງສອງຝ່າຍ, ປັບປຸງການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ສອງຝ່າຍໃຫ້ດີງາມ ກ່ວາອີກ. ດ້ວຍສັນຍາ EVFTA ແລະ IPA, ສອງຝ່າຍປາດຖະໜາຢາກໃຫ້ການພົວພັນຮ່ວມມືກ້າວໄປກ່ວາບົນພື້ນຖານປະຕິບັດບັນດາຄຳໝັ້ນສັນຍາລວມ ແລະ ສຸມໃສ່ເຂົ້າຂົງເຂດການຄ້າ, ການລົງທຶນໃຫ້ຫຼາຍກ່ວາອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.