ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ຮອງປະທານສະພາຕໍ່າ ສ.ເຊັກ

14:04 | 12/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນ ທິ້ ກິມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip, ຮອງປະທານສະພາຕໍ່າ ສ.ເຊັກ, ປະທານພັກກອມມູນິດ Czech-Morava ທີ່ ພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ຮອງປະທານສະພາຕໍ່າ ສ.ເຊັກ

ທ່ານນາງ ຫງວຽນ ທິ້ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Vojtech Filip ຮອງປະທານສະພາຕໍ່າ ສ.ເຊັກ.(ພາບ:nhandan.com.vn)

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນ ທິ້ ກິມ ເງິນ ໄດ້ຊົມເຊີຍເລື່ອງ ສ.ເຊັກ ໄດ້ຕໍ່ຄືນການອອກວີຊາໄລຍະຍາວດ້ວຍເປົ້າໝາຍດໍາເນີນທຸລະກິດ ແລະ ການອອກແຮງງານ ໃຫ້ແກ່ພົນລະເມືອງ ຫວຽດນາມ ແຕ່ເດືອນມິຖຸນາ 2019 ຢ່າງເປັນທາງການ; ພ້ອມທັງປາດຖະໜາຢາກໃຫ້ສອງຝ່າຍດໍາເນີນການເຈລະຈາ, ລົງນາມໃນຂໍ້ຕົກລົງ, ສັນຍາສະບັບຕ່າງໆໂດຍໄວເພື່ອແນໃສ່ເພີ່ມທະວີຄຸນນະພາບການຮ່ວມມືສ່ົງອອກແຮງງານ, ສ້າງພື້ນຖານດ້ານນິຕິກໍາຍາວນານ ແລະ ເປັນປົກກະຕິໃຫ້ແກ່ຂົງເຂດນີ້, ພິເສດແມ່ນສໍາລັບນາງພະຍາບານ, ແພດໝໍຫວຽດນາມ ໄປເຮັດວຽກຢູ່ ສ.ເຊັກ ຕາມລາຍການເຮັດວຽກໄລຍະຍາວ.

ທີ່ການຕ້ອນຮັບ, ທ່ານ Vojtech Filip ໄດ້ໃຫ້ຮູ້ວ່າ: ສ.ເຊັກ ຍາມໃດກໍ່ເຊື່ອໝັ້ນຕໍ່ການສະໜັບສະໜູນຂອງຫວຽດນາມ ທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ສະໜັບສະໜູນຫວຽດນາມ ບໍ່ພຽງແຕ່ໃນຂອບເຂດເປັນສະມາຊິກ ອີຢູ ເທົ່ານັ້ນ, ຫາກຍັງຢູ່ບັນດາເວທີປາໄສສາກົນອີກດ້ວຍ, ໃນນັ້ນມີສະຫະປະຊາຊາດ; ພ້ອມທັງປາດຖະໜາຢາກເປີດສາຍການບິນໂດຍກົງ ຮ່າໂນ້ຍ - Praha; ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ສິ່ງແວດລ້ອມ, ການຜະລິດລົດໂອໂຕ, ການແພດ ແລະ ການຮັບປະກັນຊີວິດສັງຄົມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.