ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິ ຫຼາຍສະບັບ

18:32 | 14/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2019, ດ້ວຍຄວາມເຫັນດີເຫັນພ້ອມເປັນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ.

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິ ຫຼາຍສະບັບ

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ (ພາບ:VGP)

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2019, ດ້ວຍຄວາມເຫັນດີເຫັນພ້ອມເປັນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍດໍາເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ; ມະຕິວ່າດ້ວຍການໃຫ້ສັດຕະຍາບັນເລື່ອງເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງ ອົງການແຮງງານສາກົນກ່ຽວກັບການນໍາໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ການເຈລະຈາສັນຍາແຮງງານລວມໝູ່ ແລະ ມະຕິກ່ຽວກັບການສ້າງຕັ້ງຄະນະຕິດຕາມກວດກາຕາມຫົວເລື່ອງສະເພາະຂອງສະພາແຫ່ງຊາດຫວຽດນາມ ປີ 2020.

(ໄຊພອນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ