ຍສໝ - ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ: “COV ຄວນໜູນຊ່ວຍວິສາຫະກິດຕ່າງປະເທດເຂົ້າໃຈ ແລະ ປະຕິບັດບັນດາດຳລັດກ່ຽວກັບການຄຸ້ມຄອງການນຳໃຊ້ການອຸປະຖໍາ ຄື: ດຳລັດ 80/2020/ND-CP ພ້ອມທັງແນະນຳບັນດາວິສາຫະກິດປະຕິບັດໜ້າທີ່ຮັບຜິດຊອບສັງຄົມ”.
ຍສໝ - ທ່ານ ເຈິ່ງຟອງບິ່ງ ຮອງຫົວໜ້າກົມທ່ອງທ່ຽວ - ກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ: ຫວຽດນາມ ມີບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ແລະ ມີຄວາມສາມາດບົ່ມຊ້ອນດຶງດູດນັກທ່ອງທ່ຽວຈາກ ອິນເດຍ, ພິເສດແມ່ນບັນດາຈຸດໝາຍຄື: ຮ່າໂນ້ຍ, ຮະລອງ, ຊາປາ, ເຫວ້, ດ່າໜັງ, ຍາຈາງ, ນະຄອນໂຮ່ຈີມິນ...
ຍສໝ - ການນໍາແຂວງລ້າງເຊິນໄດ້ຢັ້ງຢືນຄວາມເອົາໃຈ ໃສ່ໃນການສ້າງຕັ້ງການຮ່ວມມືລະຫວ່າງພາກພື້ນກັບເບລາຣຸດ. ສອງຝ່າຍພ້ອມ ກັນແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືກ່ຽວກັບຂົງເຂດຕ່າງໆທີ່ມີທ່າແຮງ, ຄື: ສ້າງພື້ນຖານໂຄງລ່າງ, ການບໍລິການ logistics, ການທ່ອງທ່ຽວ...
ພ້ອມກັບຂະບວນການດິນຟ້າອາກາດຂອງຊາວໜຸ່ມທົ່ວໂລກ, ກົມການປ່ຽນແປງຂອງດິນຟ້າອາກາດ ແລະ ຂໍ້ລິເລີ່ມ “ຄຳໝັ້ນໝາຍດິນຟ້າອາກາດທົ່ວໂລກ” ແລະ ຂໍ້ລິເລີ່ມດິນຟ້າອາກາດສຳລັບຊາວໜຸ່ມຂອງ UNDP ໄດ້ພິມຈຳໜ່າຍ “ບົດລາຍງານພິເສດກ່ຽວກັບຊາວໜຸ່ມ ແລະ ການກະທຳເພື່ອດິນຟ້າອາກາດ” ຄັ້ງທຳອິດໃນປີ 2021 ໂດຍກຸ່ມເພື່ອນໜຸ່ມຂຽນດ້ວຍການທາບທາມຄວາມເຫັນຂອງຊາວໜຸ່ມກ່ວາ 1000 ຄົນ...
ທີ່ການໂອ້ລົມສົນທະນາ, ບັນດາຄູສອນພາສາຫວຽດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັບຜູ້ຂຽນຮຽບຮຽງປຶ້ມແລກປ່ຽນ, ແບ່ງປັນບົດຮຽນປະສົບການກ່ຽວກັບການສອນພາສາຫວຽດ ໃຫ້ແກ່ເດັກນ້ອຍ ຫວຽດນາມພວມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເຊີດຊູພາສີ ຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ລາວ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ. ເພາະວ່າ ການພົວພັນຫຼາຍຝ່າຍ ແມ່ນມີຄວາມສຳຄັນຫຼາຍໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດ ຍາມໃດກໍຮຽງບ່າຮຽງໄຫຼ່, ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ; ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຕົນສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.
ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບ ການ “ຍົກສູງວຽກງານເຍິ່ງແຍງສຸຂະພາບປະຊາຊົນ, ເປັນເຈົ້າການໃນການຮັບມືຢ່າງມີໄຫວພິບ, ປະກອບສ່ວນເຂົ້າໃນການຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ”.
ຫວ່າງແລ້ວນີ້, ກອງປະຊຸມສຳມະນາວິທະຍາສາດປັນຍາຊົນໜຸ່ມຊາວຫວຽດນາມຢູ່ເອີລົບ ໄດ້ຖືກຈັດຂຶ້ນຄັ້ງທຳອິດຢູ່ ສາທາລະນະລັດ ເຊັກໂກ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມກວ່າ100 ຄົນທີ່ມາຈາກ 10 ກວ່າປະເທດເອີລົບ.
ຍສໝ - ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ເນັ້ນໜັກເປົ້າໝາຍຍຸດທະສາດກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ພັດທະນາຕະຫຼາດການເງິນ, ການບໍລິການ, ການຫັນປ່ຽນພະລັງງານ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ຂອງບັນດາປະເທດສະມາຊິກສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດ (COP26).
ຍສໝ - ສະມາຄົມຊາວຍີ່ປຸ່ນຮັກຫວຽດນາມ ໂດຍບັນດາຊາວຍີ່ປຸ່ນທີ່ຮັກແພງຫວຽດນາມ ສ້າງຕັ້ງຂຶ້ນແນໃສ່ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ.
ຍສໝ - ເຫດການດັ່ງກ່າວໂດຍບໍລິສັດໃຫຍ່ Viglacera ຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານອຸດສາຫະກຳ ສ.ເກົາຫຼີ (IBK), ບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ໃນນັ້ນມີທັງຂັ້ນສູງ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ, ເວທີປາໄສການປະສານງານການກະທຳ ແລະ ບັນດາມາດຕະການສ້າງຄວາມໝັ້ນໃຈ (CICA)…
ຍສໝ - ງານບຸນ Namaste ຫວຽດນາມ 2022 ດຳເນີນແຕ່ວັນທີ 17 – 20 ສິງຫາ, ແມ່ນສ່ວນໜຶ່ງຂອງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນປະກາດເອກະລາດຂອງ ອິນເດຍ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ.
ຍສໝ - ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ.
ຍສໝ - ທ່ານນາງ Pauline Tamesis ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດຍາມໃດກໍ່ພ້ອມທີ່ຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເພື່ອແບ່ງປັນບົດຮຽນໃນການຮັບປະກັນຊີວິດສັງຄົມ.
ຍສໝ - ຫວ່າງແລ້ວນີ້, ທີ່ກະຊວງສາທາລະນະສຸກ ຫວຽດນາມ, ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ໄດ້ຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ທ່ານ Yamada Takio, ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA).
ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ສະພາບເສດຖະກິດ - ສັງຄົມໃນໄລຍະ 7 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕ.
ໃນໄລຍະຢ້ຽມຢາມ ແບນຊິກ, ຄະນະຜູ້ແທນໄດ້ພົບປະເຈລະຈາກັບການນຳ ອີຢູ ແລະ ແບນຊິກ.
ວັນທີ 18 ສິງຫາ, ທີ່ແຂວງແທັງຮວ໊າ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ, ຄະນະໂຄສະນາສຶກສາສູນກາງ ແລະຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ຈັດຕັ້ງກອງປະຊຸມສໍາມະນາ “ປະດິດຄິດສ້າງວິທະຍາສາດເຕັກໂນໂລຢີ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຫວຽດນາມ”.
ຕອນບ່າຍວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.