ຂ​ະ​ແໜງ​ສາ​ທາ​ລ​ະ​ນະ​ສຸກ​ຕ້ອງ​ຖື​ສຸ​ຂະ​ພາບ, ຊີ​ວິດ​ອິນ​ຊີ​ຂອງ​ປະ​ຊາ​ຊົນ​ເໜືອ​ກ່​ວາ​ສິ່ງ​ໃດໝົດ

07:25 | 23/08/2022

ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບ ການ “ຍົກສູງວຽກງານເຍິ່ງແຍງສຸຂະພາບປະຊາຊົນ, ເປັນເຈົ້າການໃນການຮັບມືຢ່າງມີໄຫວພິບ, ປະກອບສ່ວນເຂົ້າໃນການຟື້ນຟູໂດຍໄວ, ພັດທະນາແບບຍືນຍົງ”.

ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ
ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກອງປະຊຸມໄດ້ເຊື່ອມຕໍ່ຈາກສຳນັກງານໃຫຍ່ກະຊວງສາທາລະນະສຸກ ຢູ່ນະຄອນຮ່າໂນ້ຍ ກັບສະຖານທີ່ເຊື່ອມຕໍ່ ຄະນະກຳມະການປະຊາຊົນ 63 ແຂວງ, ນະຄອນໃນທົ່ວປະເທດ. ລາຍງານທີ່ກອງປະຊຸມ, ທ່ານນາງດ່າວຮົ່ງລານຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ວຽກງານເບິ່ງແຍງສຸຂະພາບປະຊາຊົນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ໃນນັ້ນ, ຜັນຂະຫຍາຍບັນດາມາດຕະການເພື່ອຄວບຄຸມພະຍາດໂຄວິດ - 19 ໃນທົ່ວປະເທດເປັນຢ່າງດີ ແລະ ມີປະສິດທິຜົນ, ຄຸນນະພາບການປິ່ນປົວພະຍາດສືບຕໍ່ໄດ້ຮັກສາ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ບັນລຸ ແລະ ລື່ນກາຍຫຼາຍເປົ້າມາຍ, ໜ້າທີ່ວາງອອກໃນປີ 2022.

ໂດຍຕາງໜ້າການນຳພັກ, ລັດ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ເຊິ່ງຂະແໜງສາທາລະນະສຸກບັນລຸໄດ້ໃນຊຸມປີຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພະນັກງານສາທາລະນະສຸກ ໃນທົ່ວປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສະຫງ່າລາສີ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ເປັນຢ່າງດີ, ພິເສດແມ່ນບັນດາມະຕິວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ, ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ ແລະ ວຽກງານປະຊາຊົນໃນສະພາບການໃໝ່.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ ຖືສຸຂະພາບ, ຊີວິດອິນຊີຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ຕ້ອງປະຕິບັດຢ່າງແທ້ຈິງ, “ເວົ້າແທ້ທຳຈິງ, ມີປະສິດທິຜົນ, ປະຊາຊົນໄດ້ຊົມໃຊ້ຢ່າງແທ້ຈິງ”. ການພັດທະນາຂະແໜງສາທາລະນະສຸກຕ້ອງດຳເນີນໂດຍສັງລວມ, ຮອບດ້ານໃນທົ່ວລະບົບສາທາລະນະສຸກພາກລັດ ແລະ ສາທາລະນະສຸກພາກເອກະຊົນ. ພ້ອມທັງຕ້ອງກຳນົດຢ່າງຈະແຈ້ງທີ່ຕັ້ງ, ຄວາມສຳຄັນພິເສດຂອງສາທາລະນະສຸກໃນວິວັດການພັດທະນາປະເທດຊາດແບບຍືນຍົງ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.