ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ

11:15 | 21/08/2022

ຍສໝ - ທ່ານນາງ Pauline Tamesis ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດຍາມໃດກໍ່ພ້ອມທີ່ຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເພື່ອແບ່ງປັນບົດຮຽນໃນການຮັບປະກັນຊີວິດສັງຄົມ.

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ
ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ

ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ. ພາບ: Molisa

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ໄດ້ເຮັດວຽກກັບທ່ານນາງ Pauline Tamesis, ຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ດ່າວງອັກຢຸງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ທັງຕ້ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ທັງແກ້ໄຂບັນດາບັນຫາໃນປະຈຸບັນ ເພື່ອໃຫ້ປະເທດຊາດພັດທະນາໄວກວ່າເກົ່າ.

ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ເດັດດ່ຽວບໍ່ຍ້ອມສະຫຼະຄວາມກ້າວໜ້າ ແລະ ຄວາມຍຸຕິທຳເພື່ອແລກເອົາການເຕີບໂຕເສດຖະກິດພຽງຢ່າງດຽວ. ຍ້ອນເຫດນັ້ນ, ຂົງເຂດສັງຄົມ, ການອຸປະກະລະສັງຄົມ ຍາມໃດລັດຖະບານກໍ່ເອົາໃຈໃສ່, ເບິ່ງແຍງດູແລ. ທ່ານລັດຖະມົນຕີແບ່ງປັນວ່າ, ໜ້າທີ່ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດໃນປະຈຸບັນຂອງ ຫວຽດນາມ ແມ່ນສ້າງລະບົບກົດໝາຍໃຫ້ສົມບູນແບບ, ລວມມີການພິຈາລະຈາປັບປຸງກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ; ກົດໝາຍວ່າດ້ວຍຄົນພິການ…

ສ່ວນທ່ານນາງ Pauline Tamesis ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເພື່ອແບ່ງປັນບົດຮຽນໃນການຮັບປະກັນຊີວິດສັງຄົມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.