ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ

16:30 | 21/08/2022

ຍ​ສ​ໝ - ເຫດການ​ດັ່ງກ່າວ​ໂດຍ​ບໍລິສັດໃຫຍ່ Viglacera ຫວຽດນາມ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ, ທະນາຄານ​ອຸດສາຫະກຳ​ ສ.​ເກົາຫຼີ (IBK), ບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ຈັດ​ຕັ້ງ​ໃນ​ໂອກາດ​ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ
ບັນດາ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ
ຜູ້​ອຳ​ນວຍ​ການ​ຝ່າ​ຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Anam Electronics ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ສ.ເກົາຫຼີ ມາ​ລົງ​ທຶນ ຢູ່ ຫວຽດ​ນາມ ກ່າວ​ຄຳ​ເຫັນ (ພາບ: TTXVN)

ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ທ່າ​ອ່ຽງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່” ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 18 ສິງ​ຫາ ຢູ່ ສ.ເກົາຫຼີ, ໂດຍ​ມີ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນກວ່າ 150 ຄົນ ມາ​ຈາກ ສ.​ເກົາ​ຫຼີ ທີ່ປາດ​ຖະ​ໜາ​ຢາກມາ​ລົງ​ທຶນ​ໃນ​ຂົງ​ເຂດ​ຕ່າງໆ​ຢູ່​ຫວຽດ​ນາມ. ​ເຫດການ​ດັ່ງກ່າວ​ໂດຍ​ບໍລິສັດໃຫຍ່ Viglacera ຫວຽດນາມ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ, ທະນາຄານ​ອຸດສາຫະກຳ​ ສ.​ເກົາຫຼີ (IBK), ບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ຈັດ​ຕັ້ງ​ໃນ​ໂອກາດ​ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).

ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ “ທ່າ​ອ່ຽງ​ການ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ສະພາບ​ປົກກະຕິ​ໃໝ່” ຂອງ​ທ່ານ ຟ້າ​ມວຽດຕວນ, ​ເລຂາເອກ ​​ຮັບຜິດຊອບ​ດ້ານຊຸກຍູ້​ການ​ລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ; “ນະໂຍບາຍການລົງທຶນໃໝ່ຂອງຫວຽດນາມ” ໂດຍທະນາຍຄວາມ Bhan Jung-hyun ຈາກບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ແລະ “ເສດຖະກິດຫວຽດນາມ ແລະ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ” ໂດຍຮອງຜູ້ອໍານວຍການໃຫຍ່ທະນາຄານອຸດ​ສາ​ຫະ​ກຳ ສ.ເກົາຫຼີ (IBK) Kim Kyeong-yul...

​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື FDI ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ​ນັບ​ທັງ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ ​ແລະ ຈຳນວນ​ໂຄງການ​ລົງທຶນ​ດ້ວຍ​ເກືອບ 10.000 ​ໂຄງການ ​ແລະ ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 80 ຕື້ USD. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໃນ​ປີ 2021 ​ບັນລຸ 78,1 ຕື້ USD, ​ໃນ​ປີ 2022 ອາດຈະ​ບັນລຸ 90 ຕື້ USD.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.