ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ

19:00 | 21/08/2022

ຍ​ສ​ໝ - ​ສະ​ມາ​ຄົມ​ຊາວ​ຍີ່​ປຸ່ນ​ຮັກ​ຫວຽດ​ນາມ ໂດຍ​ບັນດາຊາວ​ຍີ່​ປຸ່ນທີ່​ຮັກ​ແພງຫວຽດ​ນາມ ​ສ້າງ​ຕັ້ງ​ຂຶ້ນແນ​ໃສ່​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ຢູ່​ຫວຽດ​ນາມ.

ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ
ນັກ​ຊ່ຽວຊານ​ໄທ​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ອິນ​ເດຍ ນັກ​ຊ່ຽວຊານ​ໄທ​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ອິນ​ເດຍ
ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ
ສະ​ມາ​ຄົມ​ມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ທູກ​ຍາກ (ພາບ​: TTXVN)

ຫວ່າງແລ້ວນີ້, ຢູ່ແຂວງ ນິງບິ່ງ, ສະມາຄົມຊາວ​ຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດ​ພິດ​ສີ​ສົ້ມທີ່ປະ​ສົບຄວາມຫຍຸ້ງຍາກ 10 ຄົນຢູ່ແຂວງ ນິງບິ່ງ (ແຕ່ລະພູດມີມູນຄ່າ 2,5 ລ້ານດົ່ງ ແລະ ເຂົ້າສານ 5 ກິໂລກຼາມ). ​ໃນໂອກາດ​ນີ້, ກຸ່ມການ​ກຸສົນ RevivAll ຂອງ​ນັກຮຽນໂຮງຮຽນ​ນາໆຊາດ​ສະຫະ​ປະຊາ​ຊາດ - ຮ່າ​ໂນ້ຍ (UNIS) ​ໄດ້​ບໍລິຈາກ​ເງິນ​ເປັນ​ຈຳ​ນວນ 45 ລ້ານ​ດົ່ງ ​ເພື່ອ​ສ້ອມ​ແປງ​ເຮືອນ​ໃຫ້ 3 ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດພິດ​ສີສົ້ມຢູ່​ແຂວງ ນິງບິ່ງ.

​ສະ​ມາ​ຄົມ​ຊາວ​ຍີ່​ປຸ່ນ​ຮັກ​ຫວຽດ​ນາມ ໂດຍ​ບັນດາຊາວ​ຍີ່​ປຸ່ນທີ່​ຮັກ​ແພງຫວຽດ​ນາມ ​ສ້າງ​ຕັ້ງ​ຂຶ້ນແນ​ໃສ່​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ຢູ່​ຫວຽດ​ນາມ. ນັບແຕ່ປີ 2002 ມາຮອດປະຈຸບັນ, ແຕ່ລະປີ, ສະມາຄົມໄດ້ຈັດຕັ້ງຕາງໜ້າ 1-2 ຄະນະມາຢ້ຽມຢາມ ແລະ ພົບປະກັບບັນດາສະມາຊິກສະຫະພັນ, ສະມາຊິກ ແລະ ຜູ້ປະສົບເຄາະຮ້າຍຈາກ​ທາດພິດ​ສີສົ້ມຂອງຫວຽດນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.