ລັດຖະບານ ລາວ ຊີ້ນຳແຜນພັດທະນາພູພຽງ ບໍລະເວນ ຕ້ອງກວມລວມຫລາຍເຂດ
ລັດຖະບານ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ປັບປຸງຕື່ມແຜນພັດທະ ນາພູພຽງບໍລະເວນ ຕາມການປະກອບຄໍາຄິດ ຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ເປັນລັກສະນະກວມລວມຫລາຍຂົງເຂດ.
ລັດຖະບານ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ປັບປຸງຕື່ມແຜນພັດທະ ນາພູພຽງບໍລະເວນ ຕາມການປະກອບຄໍາຄິດ ຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ເປັນລັກສະນະກວມລວມຫລາຍຂົງເຂດ.
ຍສໝ - ໃນວັນທີ 27 ສິງຫາ 2019, ຄະນະປະຕິບັດງານພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ໄດ້ນໍາພາຄູອາຈານສອນວິຊາພາສາຫວຽດ ແລະ ດົນຕີ ໄປຍັງແຂວງສະຫວັນນະເຂດ, ປະເທດລາວ ເພື່ອຊ່ວຍເຫຼືອສະມາຄົມຊາວຫວຽດນາມຂອງແຂວງນີ້ສິດສອນພາສາຫວຽດນາມໃຫ້ແກ່ນັກຮຽນຄົນຫວຽດນາມ ແລະນັກຮຽນຄົນລາວ ທີ່ມີຄວາມຕ້ອງການຮໍ່າຮຽນພາສາຫວຽດນາມ.
ຍສໝ - ໃນຕອນບ່າຍຂອງວັນທີ 28 ສິງຫາ 2019, ທີ່ແຂວງຢາລາຍ, ກອງບັນຊາການພົນລະພາກຫຼວງ 15 ແລະ ຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງໄຊສົມບູນ ກອງທັບປະຊາຊົນລາວ ຈັດຕັ້ງການພົບປະເຈລະຈາກ່ຽວກັບການເຄື່ອນໄຫວແຮກສ່ຽວລະຫວ່າງສອງຝ່າຍ.
ກອງປະຊຸມພົບປະສອງຝ່າຍລະຫວ່າງສອງກອງທັບ ລາວ ແລະ ກຳປູເຈຍ ກ່ຽວກັບກຳນົດການຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ເມືອງມຸນລະປະໂມກ ແຂວງ ຈຳປາສັກ ສປປ ລາວ ຈັດຂຶ້ນວັນທີ 27 ສິງຫາ 2019 ທີ່ດ່ານປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງ ຈຳປາສັກ ຝ່າຍລາວນຳໂດຍທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະ ຫານແຂວງຈຳປາສັກ ເປັນຫົວໜ້າຄະນະ ແລະ ຝ່າຍກຳປູເຈຍນຳໂດຍທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງ ພົນນ້ອຍທີ 9 ກອງທັບລາຊະອານາຈັກກຳປູເຈຍ ເປັນຫົວໜ້າຄະນະ.
ກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍ ລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບ ທ່ານ ນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງ ຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະລັດອາເມລິກາ ກັບຄືນ ສປປ ລາວ, ພ້ອມທັງ ຊອກຫາວິທີທາງອັນເໝາະສົມ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທັງເປັນປະທານຄະນະອະນຸ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ຄະນະອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມຊາຍ ແດນລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ. ໂດຍຝ່າຍໄທ ແມ່ນທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ປະທານຄະນະອະນຸ ກໍາມະການຮ່ວມມືຮັກສາ ຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ພ້ອມຄະນະ.
ທ່ານ ເຈີນ ຕວນ ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ວັນທີ 16-17 ສິງຫາຜ່ານມາ ໂດຍການພົບປະສອງຝ່າຍ ຈັດຂຶ້ນຢູ່ໂຮງແຮມເມືອງແທັງ ວັນທີ 17 ສິງຫາ 2019 ເຊິ່ງຝ່າຍລາວນຳໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຝ່າຍຫວຽດນາມ ນຳໂດຍທ່ານ ເຈີນ ຕວນ ແອັງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຕອນບ່າຍຂອງວັນທີ 26 ສິງຫາ 2019, ທີ່ ບາງກອກ, ປະເທດໄທ, ທ່ານ ຫງວຽນວັນເຢົ່າ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ໃນວັນທີ 26 ສິງຫາ 2019, ກົມໃຫຍ່ການເມືອງກອງທັບປະຊາຊົນ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນ ສປປ ລາວ ປີ 2019.
ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ປະເທດກຳປູເຈຍລາຍງານວ່າ: ໃນຕອນເຊົ້າວັນທີ 27 ສິງຫາ 2019 , ກອງປະຊຸມຄັ້ງທີ 4 ຄະນະ ກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້“ ບົດບາດຊີ້ນຳ ຂອງຄະນະ ກຳມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ 3 ປະເທດ ກ່ຽວກັບການຮ່ວມມື, ກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.
ຍສໝ - ວັນທີ 26 ສິງຫາ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019.
ຍສໝ - ຕໍ່ໜ້າດວງວິນຍານຂອງ ທ່ານປະທານ ໂຮ່ຈີມິນ, ຄະນະປະຕິບັດງານກໍ່ໄດ້ຢັ້ງຢືນວ່າ ສອງພັກ, ສອງລັດ, ສອງຊົນເຜົ່າຍາມໃດກໍ່ຈະມີແຕ່ຄວາມສາມັກຄີ ແລະ ຮັດແໜ້ນ. ນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ໄດ້, ກຳລັງ ແລະ ຈະ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເກີດດອກອອກຜົນ ຄົງທົນຍາວນານຊົ່ວການລະນານ ຈາກປະຊາຊົນສອງຊາດ ລາວ - ຫວຽດນາມ.
ຍສໝ- ຄະນະຜູ້ແທນຂັ້ນສູງຂອງຄະນະ ກຳມະການແນວລາວສ້າງຊາດແຂວງ ບໍລິຄຳໄຊ, ຮອງເລຂາຄະນະປະຈຳພັກແຂວງ, ທ່ານ ຫງວ໋ຽນ ຊົນ ເຊີນ ຫວັງເປັນຢ່າງຍິ່ງວ່າ ໃນໄລຍະຈະມາເຖິງນີ້, ສອງ ແນວໂຮມສອງແຂວງ ສືບຕໍ່ພົບປະແລກປ່ຽນ, ຮຽນຮູ້ເຊິ່ງກັນແລະກັນ, ສ້າງກຸ່ມກ້ອນມະຫາສາມັກຄີທີ່ເຂັ້ມແຂງ.
ຍສໝ - ວັນທີ 27 ສິງຫາ 2019, ທີ່ແຂວງກວ້າງຈິ, ກະຊວງອຸດສາຫະກຳ ແລະ ການຄ້າ ສອງປະເທດຫວຽດນາມ ແລະ ລາວ ໄດ້ປະສານສົມທົບກັນ ຈັດກອງປະຊຸມເຊື່ອມຕໍ່ການຄ້າລະຫວ່າງ ວິສາຫະກິດ ສອງປະເທດ.ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ວິສາຫະກິດມາຈາກປະເທດ ລາວ ຈຳນວນ 21 ຫົວໜ່ວຍ ແລະ ຫວຽດນາມ 17 ຫົວໜ່ວຍ.
ຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຢືນຢັນວ່າ: ບັນຫາຊາຍແດນ ລາວ ແລະ ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຜ່ານທາງ ສື່ອອນລາຍໃນໄລຍະຜ່ານມາ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ.
ໃນວັນທີ 26 ສິງຫາ 2019, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 05 ປະຈໍາປີ 2018-2019, ຢູ່ ເຂດເມືອງວຽງໄຊ, ແຂວງຫົວພັນ.
ຍສໝ - ປະຊາຊົນຢູ່ເມືອງມະຫາໄຊແຂວງ ຄຳມ່ວນ (ສປປ ລາວ) ໄດ້ຮັບການກວດ ແລະ ແຈກຢາປົວພະຍາດ ໂດຍບໍ່ເສຍຄ່າ ໃນຕອນບ່າຍວັນທີ 25 ສິງຫາ. ໂຄງການໄດ້ຮັບການຈັດຕັ້ງໂດຍ ຄະນະຊາວໜຸ່ມ ອາສາສະໝັກແຂວງຮ່າຕິ້ງ ສົມທົບກັບ ສະມາຄົມແພດໝໍໄວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມ.
ໃນວັນທີ 26-30 ສິງຫາ 2019 ທີ່ໂຮງແຮງຄຣາວພາຊາ ນະຄອນຫລວງວຽງຈັນ, ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການພາສີໂລກ ໄດ້ຈັດບັ້ນ ຝຶກອົບຮົມຍົກລະດັບ ໃຫ້ແກ່ພະນັກງານພາສີ ແລະ ພາກເອກະຊົນ ເພື່ອແນໃສ່ພັດທະນາ ຄວາມອາດສາມາດ ໃນການຄຸ້ມຄອງ, ກວດກາ ແລະ ອະນຸມັດການເຂົ້າ ຮ່ວມແຜນ ງານຂອງຜູ້ປະກອບການ ທີ່ໄດ້ຮັບຮອງຢ່າງເປັນທາງການ ຈາກລັດຖະບານພາສີ ໃຫ້ໄດ້ຮັບສິດທິພິເສດ ກ່ຽວກັບການປະຕິບັດ ຂັ້ນຕອນແຈ້ງພາສີ ແລະ ການກວດປ່ອຍສິນຄ້າ (ເອອີໂອ) ຂອງພາກທຸລະກິດ ໃຫ້ມີປະສິດທິພາບ. ພ້ອມທັງສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແຜນງານ ເອອີໂອ ເພື່ອຊ່ວຍປັບປຸງສະພາບ ແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ສະດວກ ແລະ ສອດຄ່ອງກົມ ກຽວກັນຫລາຍຂຶ້ນ.
ໃນວັນທີ 24 ສິງຫາ 2019 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ບໍລິສັດ ກ້າວໜ້າລາວ ເອັນເຕີເທນເມັນ ຈຳກັດ ໄດ້ຄັດເລືອກເອົາ 20 ໃນຈຳນວນ 40 ນ້ອງນາງສາວ ທີ່ຜ່ານເຂົ້າຮອບຊີງຊະນະເລີດ ໃນການປະກວດ ມິສທີນລາວ 2019 ເຊິ່ງຈະມີຂຶ້ນໃນທ້າຍເດືອນ ກັນຍາທີ່ຈະມາເຖິງນີ້. ທັງ 20 ນ້ອງນາງ ລ້ວນແຕ່ເປັນສາວງາມຜູ້ຫນ້າຮັກ ສົດໃສ, ມີຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກ.
ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດກອງປະຊຸມປຶກສາຫາລື ແລະ ຜ່ານແຜນປະຕິບັດງານ ເພື່ອຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ຂຶ້ນວັນທີ 22 ສິງຫາ 2019 ຢູ່ໂຮງແຮມຄຣາວພຣາຊາ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.