![]() |
ພາບປະກອບ
ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ອາເມລິກາ, ວໍຊິງຕັນ ດີ ຊີ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍ ລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບ ທ່ານ ນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງ ຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະລັດອາເມລິກາ ກັບຄືນ ສປປ ລາວ, ພ້ອມທັງ ຊອກຫາວິທີທາງອັນເໝາະສົມໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ໃນໂອກາດດັ່ງກ່າວ ສອງຝ່າຍ ໄດ້ມີຄໍາເຫັນເປັນເອກະພາບກັນວ່າ ກອງປະຊຸມຄັ້ງປະຖົມມະລືກທີ່ມີຄວາມໝາຍສໍາຄັນຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ ບັນຍາກາດອັນສ້າງສັນບົນຈິດໃຈ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສອງປະເທດ ປະສົບຜົນສໍາເລັດຕາມລະດັບຄາດໝາຍ; ຄຽງຄູ່ກັນນັ້ນ, ສອງຝ່າຍ ຍັງໄດ້ຕົກລົງເຫັນດີຮ່ວມກັນ ທີ່ຈະສືບຕໍ່ການປຶກສາຫາລື ວຽກງານນີ້ໃນຕໍ່ໜ້າ ເພື່ອຊອກຫາວິທີທາງທີ່ເໝາະສົມ ແລະ ມີປະສິດທິຜົນ ໃນການແກ້ໄຂບັນຫາດັ່ງກ່າວ, ອັນເປັນການປະກອບສ່ວນເຂົ້າ ໃນການເສີມສ້າງການພົວພັນຮ່ວມມືສອງຝ່າຍ ລາວ-ສະຫະລັດ ອາເມລິກາ ໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ແຫຼ່ງຂໍ້ມູນ: ຂປລ)