ກອງປະຊຸມເຊື່ອມຕໍ່ການຄ້າ ລະຫວ່າງ ນັກທຸລະກິດ ຫວຽດນາມ - ລາວ

09:29 | 28/08/2019

ຍສໝ - ວັນທີ 27 ສິງຫາ 2019, ທີ່ແຂວງກວ້າງຈິ, ກະຊວງອຸດສາຫະກຳ ແລະ ການຄ້າ ສອງປະເທດຫວຽດນາມ ແລະ ລາວ ໄດ້ປະສານສົມທົບກັນ ຈັດກອງປະຊຸມເຊື່ອມຕໍ່ການຄ້າລະຫວ່າງ ວິສາຫະກິດ ສອງປະເທດ.ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ວິສາຫະກິດມາຈາກປະເທດ ລາວ ຈຳນວນ 21 ຫົວໜ່ວຍ ແລະ ຫວຽດນາມ 17 ຫົວໜ່ວຍ.

ກອງປະຊຸມເຊື່ອມຕໍ່ການຄ້າ ລະຫວ່າງ ນັກທຸລະກິດ ຫວຽດນາມ - ລາວ

ວິສາຫະກິດຂອງສອງປະເທດ ໄດ້ແລກປ່ຽນປະສົບການ ແລະ ແບ່ງປັນປະສົບການໃນການນຳເຂົ້າ-ສົ່ງອອກ, ການຊື້ຂາຍ ແລະ ການແລກປ່ຽນສິນຄ້າຂ້າມຊາຍແດນ. (ພາບ:www.baoquangtri.vn)

ຕາມຕົວເລກສະຖິຕິຂອງກົມພາສີຫວຽດນາມ, ລະດັບເຕີບໂຕມູນຄ່າການຄ້າ ຫວຽດນາມ - ລາວ ໃນສົກປີ 2015 - 2018 ແມ່ນປະມານ 13% / ປີ. ປີ 2018 ບັນລຸໄດ້ເກືອບ 1,032 ຕື້ USD, ເພີ່ມຂຶ້ນ 11,9% ທຽບໃສ່ໄລຍະດຽວກັນ ຂອງປີ 2017; 6 ເດືອນຕົ້ນປີ 2019 ບັນລຸ 594 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2018. ການເຄື່ອນໄຫວຄ້າຂາຍ, ແລກປ່ຽນສິນຄ້າ ແລະ ການບໍລິການ ຢູ່ດ່ານຊາຍແດນ, ຕະຫຼາດຊາຍແດນ ໄດ້ຮັບການພັດທະນານັບມື້ນັບດີຂື້ນ ແລະ ເປັນພື້ນຖານຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ວິສາຫະກິດ, ປະກອບສ່ວນຊຸກຍູ້ການເຄື່ອນຍ້າຍສ້າງໂຄງປະກອບເສດຖະກິດ ແລະ ແຮງງານ ຢູ່ເຂດຊາຍແດນ.

ສຳລັບແຂວງກວ້າງຈິ, ສະພາບການຄ້າກໍ່ຄືການແລກປ່ຽນສິນຄ້າຜ່ານດ່ານຊາຍແດນໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເປັນທີ່ໜ້າເພິ່ງພໍໃຈ. ມູນຄ່າການສົ່ງອອກຂອງແຂວງໃນຊຸມປີມໍ່ໆມານີ້ໄດ້ເພີ່ມຂຶ້ນ ສະເລ່ຍ 46,5%/ປີ ໃນປີຜ່ານມານີ້ , ການແລກປ່ຽນສິນຄ້າຂອງປະຊາຊົນ ຢູ່ດ່ານຊາຍແດນສຳຮອງ ບັນລຸລະດັບເຕີບໂຕສະເລ່ຍ 45,3% ໃນສອງປີທີ່ຜ່ານມາ. ພິເສດໃນ 6 ເດືອນຕົ້ນປີ 2019, ການແລກປ່ຽນສິນຄ້າ ຢູ່ ດ່ານຊາຍແດນສຳຮອງເພີ່ມຂຶ້ນ 98,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

ບັນລຸໄດ້ໝາກຜົນເຫຼົ່ານີ້, ສ່ວນໜຶ່ງແມ່ນມາຈາກຄວາມພະຍາຍາມດ້ານການຄ້າຂອງຊຸມຊົນນັກທຸລະກິດຂອງສອງປະເທດ, ໃນນັ້ນມາດຕະການຍູ້ໜູນ ນັກທຸລະກິດເຊັ່ນ: ການຈັດກອງປະຊຸມສຳມະນາດ້ານການຄ້າ ເພື່ອເຊື່ອມຕໍ່ທຸລະກິດແມ່ນຖືກຈັດຕັ້ງຂື້ນຢ່າງເປັນປະຈຳ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບການສະຫຼຸບລາຍງານ ກ່ຽວກັບນະໂຍບາຍພັດທະນາການຄ້າຊາຍແດນລາວ, ນະໂຍບາຍສົ່ງເສີມການພັດທະນາການຄ້າຊາຍແດນຫວຽດນາມ ແລະ ທິດທາງພັດທະນາໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ຜູ້ຕາງໜ້າ ບັນດາວິສາຫະກິດຂອງສອງປະເທດ ຍັງໄດ້ແລກປ່ຽນ, ແບ່ງປັນປະສົບການໃນການນຳເຂົ້າ, ການສົ່ງອອກ, ຊື້ຂາຍ, ການແລກປ່ຽນສິນຄ້າຂ້າມຊາຍແດນ, ນັບແຕ່ນັ້ນກໍ່ເຮັດໃຫ້ ການຮ່ວມມື ລະຫວ່າງ ວິສາຫະກິດຂອງສອງປະເທດ ຫວຽດນາມ - ລາວ ເພີ່ມທະວີຍິ່ງຂື້ນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.