ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

14:52 | 26/08/2019

ຍສໝ - ປະຊາຊົນຢູ່ເມືອງມະຫາໄຊແຂວງ ຄຳມ່ວນ (ສປປ ລາວ) ໄດ້ຮັບການກວດ ແລະ ແຈກຢາປົວພະຍາດ ໂດຍບໍ່ເສຍຄ່າ ໃນຕອນບ່າຍວັນທີ 25 ສິງຫາ. ໂຄງການໄດ້ຮັບການຈັດຕັ້ງໂດຍ ຄະນະຊາວໜຸ່ມ ອາສາສະໝັກແຂວງຮ່າຕິ້ງ ສົມທົບກັບ ສະມາຄົມແພດໝໍໄວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມ.

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຄະນະແພດໝໍໄວໜຸ່ມອາສາສະໝັກແຂວງຮ່າຕິ໋ງ ດຳເນີນການກວດສຸຂະພາບໃຫ້ພໍ່ແມ່ປະຊາຊົນແຂວງຄຳມ່ວນ. (ພາບ: www.baohatinh.vn)

ໃນໄລຍະເວລາ 1 ຄາບ, ທ່ານໝໍ, ນາຍແພດການຢາ ຈຳນວນ 15 ຄົນ ແລະ ພະຍາບານຂອງໂຮງໝໍ ແຂວງຮ່າຕິ້໋ງ ໄດ້ຈັດຕັ້ງການກວດສຸຂະພາບ, ໃຫ້ຄຳປຶກສາດ້ານສຸຂະພາບທົ່ວໄປ ແກ່ປະຊາຊົນບ້ານ ໂພນສະອາດ, ເມືອງມະຫາໄຊ, ແຂວງ ຄຳ ມ່ວນ ກວ່າ 500 ຄົນ.

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຜ່ານຂະບວນການກວດສຸຂະພາບ, ພົບວ່າມີຫຼາຍກໍລະນີເປັນພະຍາດປອດອັກເສບ, ໂລກຂໍ້ອັກເສບ, ໂລກຄວາມດັນເລືອດ, ພະຍາດຜິວ ໜັງ … (ພາບ: www.baohatinh.vn)

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຄະນະແພດໝໍຊາວໜຸ່ມອາສາສະໝັກໄດ້ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນ ມູນຄ່າທັງໝົດ 30 ລ້ານດົ່ງ. (ພາບ: www.baohatinh.vn)

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ພ້ອມກັນນັ້ນ, ໃນຂອບເຂດໂຄງການ, ຄະນະຊາວໜຸ່ມ ສອງແຂວງຮ່າຕິ້໋ງ ແລະ ແຂວງ ຄຳມ່ວນ ກໍ່ໄດ້ມີການ ສຳ ມະນາ ມິດຕະພາບ ກ່ຽວກັບການຍົກສູງຄຸນນະພາບ ວຽກງານສະຫະພັນ ແລະ ກິດຈະກຳຊາວໜຸ່ມ-ເຍົາວະຊົນ. ສອງຝ່າຍສຸມໃສ່ປຶກສາຫາລື ກ່ຽວກັບການຍົກສູງປະສິດທິຜົນຂອງການບໍລິຈາກເລືອດ ໂດຍສະໝັກໃຈ, ສອນພາສາຫວຽດນາມໃຫ້ແກ່ປະຊາຊົນ ແລະ ຊາວໜຸ່ມລາວ, ການເລີ່ມທຸລະກິດຂອງຊາວໜຸ່ມ …

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ສະຫະພັນຊາວໜຸ່ມແຂວງຮ່າຕິ໋ງ ແລະ ຄຳມ່ວນ ໄດ້ມອບຂອງທີ່ລະລຶກໃຫ້ແກ່ກັນ. (ພາບ: www.baohatinh.vn)

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຄະນະຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ໄດ້ມອບຂອງຂວັນຈຳນວນ 10 ຊຸດ, ມູນຄ່າ 15 ລ້ານດົ່ງ ໃຫ້ແກ່ນັກຮຽນ ທຸກຍາກ, ລຳບາກ ຢູ່ ບ້ານນ້ຳເດື່ອ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.