ຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຮັດແໜ້ນການຮ່ວມມືກັບປະເທດເພື່ອນມິດລາວ

11:02 | 30/08/2019

ຍສໝ - ໃນວັນທີ 27 ສິງຫາ 2019, ຄະນະປະຕິບັດງານພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ໄດ້ນໍາພາຄູອາຈານສອນວິຊາພາສາຫວຽດ ແລະ ດົນຕີ ໄປຍັງແຂວງສະຫວັນນະເຂດ, ປະເທດລາວ ເພື່ອຊ່ວຍເຫຼືອສະມາຄົມຊາວຫວຽດນາມຂອງແຂວງນີ້ສິດສອນພາສາຫວຽດນາມໃຫ້ແກ່ນັກຮຽນຄົນຫວຽດນາມ ແລະນັກຮຽນຄົນລາວ ທີ່ມີຄວາມຕ້ອງການຮໍ່າຮຽນພາສາຫວຽດນາມ.

ຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຮັດແໜ້ນການຮ່ວມມືກັບປະເທດເພື່ອນມິດລາວ

ຄະນະປະຕິບັດງານຂະແໜງສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ພ້ອມກັບຄູອາຈານ 10 ຄົນປະຕິບັດໜ້າທີ່ສາກົນຢູ່ແຂວງສະຫວັນນະເຂດຖ່າຍຮູບເປັນທີ່ລະນຶກ. (ພາບ: giaoducthoidai.vn)

ຄະນະປະຕິບັດງານຂອງພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ກໍ່ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ, ເຊິ່ງແມ່ນໂຮງຮຽນຫາກໍ່ໄດ້ຮັບການກໍ່ສ້າງຢູ່ນະຄອນ ໄກສອນ ພົມວິຫານ, ໂດຍລັດຖະບານຫວຽດນາມ ອຸປະຖໍາດ້ວຍຈໍານວນເງິນ 2 ລ້ານໂດລາສະຫະລັດ ແລະທຶນສົມທົບຂອງລັດຖະບານລາວ 300.000 ໂດລາສະຫະລັດ. ຄະນະປະຕິບັດງານໄດ້ມີການເຮັດວຽກກັບພະແນກສຶກສາ ແລະ ກິລາແຂວງສະຫວັນນະເຂດ ສປປ ລາວ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຜັນຂະຫຍາຍບາງການເຄື່ອນໄຫວຮ່ວມມືກ່ຽວກັບການສຶກສາ-ກໍ່ສ້າງ ໃນໄລຍະຈະມາເຖິງ.

ຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຮັດແໜ້ນການຮ່ວມມືກັບປະເທດເພື່ອນມິດລາວ

ການພົບປະລະຫວ່າງຄະນະປະຕິບັດງານຂະແໜງສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ແລະພະແນກສຶກສາ ແລະກິລາແຂວງສະຫວັນນະເຂດ ສປປ ລາວ. (ພາບ: giaoducthoidai.vn)

ທ່ານ ຮວ່າງຊວນຖຸຍ, ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ໃຫ້ຮູ້ວ່າ: ພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຈະຈັດສົ່ງພະນັກງານມີວິຊາສະເພາະມາຝຶກອົບຮົມກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ແນະນໍາການເຄື່ອນໄຫວຄົ້ນຄວ້າວິທະຍາສາດເຕັກນິກໃຫ້ແກ່ພະນັກງານ, ຄູອາຈານພະແນກສຶກສາ ແລະກິລາແຂວງສະຫວັນນະເຂດ. ຝ່າຍລາວ ຈະຈັດຕັ້ງໃຫ້ບາງໂຮງຮຽນມັດທະຍົມຕອນປາຍໄປຮໍ່າຮຽນເອົາບົດຮຽນ ແລະ ດໍາເນີນການລົງນາມບັນດາຂໍ້ຕົກລົງຮ່ວມມືກັບບາງໂຮງຮຽນມັດທະຍົມຕອນປາຍມີຄຸນນະພາບສູງຂອງຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ.

(ໄຊພອນ)