ແຂວງເຫງະອານ-ບໍລິຄຳໄຊ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວລາວສ້າງຊາດ

09:33 | 28/08/2019

ຍສໝ- ຄະນະຜູ້ແທນຂັ້ນສູງຂອງຄະນະ ກຳມະການແນວລາວສ້າງຊາດແຂວງ ບໍລິຄຳໄຊ, ຮອງເລຂາຄະນະປະຈຳພັກແຂວງ, ທ່ານ ຫງວ໋ຽນ ຊົນ ເຊີນ ຫວັງເປັນຢ່າງຍິ່ງວ່າ ໃນໄລຍະຈະມາເຖິງນີ້, ສອງ ແນວໂຮມສອງແຂວງ ສືບຕໍ່ພົບປະແລກປ່ຽນ, ຮຽນຮູ້ເຊິ່ງກັນແລະກັນ, ສ້າງກຸ່ມກ້ອນມະຫາສາມັກຄີທີ່ເຂັ້ມແຂງ.

ຕອນບ່າຍວັນທີ 27 ສິງຫາ, ຄະນະຜູ້ແທນຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ, ນຳພາໂດຍ ທ່ານ ຄຳສະໄໝ ວໍລະສານ, ປະທານຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ເຂົ້າພົບປະ, ອວຍພອນບັນດາການນຳແຂວງເຫງະອານ.

ແຂວງເຫງະອານ-ບໍລິຄຳໄຊ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວລາວສ້າງຊາດ

ຕ້ອນຮັບຄະນະຜູ້ແທນໄປແຂວງເຫງະອານ, ມີບັນດາສະຫາຍ: ຫງວ໋ຽນ ຊົນ ເຊີນ - ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ທ່ານ ຫວໍ໋ ຖິ ມິງ ຊິງ- ຄະນະປະຈຳພັກແຂວງ, ປະທານຄະນະກຳມະການແນວໂຮມຊາດແຂວງ; ຜູ້ຕາງໜ້າການນຳຫ້ອງວ່າການແຂວງ, ຄະນະກໍ່ສ້າງພັກແຂວງ, ພະແນກພົວພັນຕ່າງປະເທດ. (ພາບ:ໝີງາ)

ຕາງໜ້າການນຳ ແຂວງເຫງະອານ, ຮອງເລຂາຄະນະພັກແຂວງ ຫງວ໋ຽນ ຊົນ ເຊີນ ມີຄວາມຍິນດີຕ້ອນຮັບຄະນະປະຕິບັດງານຂອງປະເທດລາວມາ ຢ້ຽມຢາມ ແລະ ເຮັດວຽກ, ພ້ອມກັນນັ້ນກໍ່ ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ,ສອງພັກ, ສອງລັດ ເວົ້າລວມ ແລະ 2 ແຂວງ ເຫງະອານ-ບໍລີຄຳໄຊ ເວົ້າສະເພາະ ໄດ້ຮັບການເພີ່ມພູນຄູນສ້າງ, ປົກປັກຮັກສາຄວາມຈິງໃຈ, ພັດທະນາໃນທຸກຂົງເຂດ, ໃນສະພາບການທີ່ມີການປ່ຽນແປງຫຼາຍຢ່າງໃນໂລກ. ໃນທ່າອ່ຽງພັດທະນານັ້ນ, ການຮ່ວມມື ລະຫວ່າງ ແນວລາວສ້າງຊາດສອງຝ່າຍກໍ່ໄດ້ຮັບການປັບປຸງຢ່າງກ້າວໜ້າ.

ເນັ້ນໜັກ ເຖິງບົດບາດຂອງແນວລາວສ້າງຊາດແມ່ນອົງການໜຶ່ງ ທີ່ເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ຮອງເລຂາພັກແຂວງ ຫວັງວ່າ: ໃນໄລຍະຕໍ່ໜ້າ, ສອງແຂວງຈະສືບຕໍ່ແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນຈາກປະສົບການຂອງກັນແລະກັນ, ສ້າງກຳລັງແຮງມະຫາສາມັກຄີ.

ພິເສດ, ໃນສະພາບການເຊື່ອມໂຍງ, ຕ້ອງປັບປຸງປ່ຽນແປງການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງແຂວງໃນບັນດາຂົງເຂດນັບມື້ນັບເລິກເຊິ່ງກ່ວາອີກ, ໃນນັ້ນສຸມໃສ່ການຮ່ວມມືດ້ານການຄ້າ ແລະ ການພັດທະນາເສດຖະກິດຮ່ວມກັນ; ຮັກສາຄວາມໝັ້ນຄົງຊາຍແດນ; ຕໍ່ສູ້ຕ້ານອາຊະຍາກຳ.

ສະຫາຍ ຫງວ໋ຽນ ຊົນເຊີນ ຢືນຢັນວ່າ: ຄະນະພັກ, ອຳນາດການປົກຄອງແຂວງເຫງະອານ ຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເພື່ອໃຫ້ແນວລາວສ້າງຊາດສອງປະເທດສາມັກຄີກັນ.

ແຂວງເຫງະອານ-ບໍລິຄຳໄຊ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວລາວສ້າງຊາດ

ການນຳ ແຂວງເຫງະອານໄດ້ມອບຂອງທີ່ລະລຶກໃຫ້ແກ່ຄະນະປະຕິບັດງານ ຄະນະກຳມະການແນວລາວສ້າງຊາດ ຢູ່ແຂວງບໍລິ ຄຳ ໄຊ.(ພາບ:ໝີງາ)

ທີ່ກອງປະຊຸມ, ປະທານຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳ ໄຊ, ຄຳສະໄໝ ວໍລະສານ, ຂອບໃຈການຕ້ອນຮັບອັນອົບອຸ່ນ ແລະໄມຕີຈິດຂອງແຂວງເຫງະອານ.

ປະກາດຢ່າງໄວ ກ່ຽວກັບໂຄງການເຮັດວຽກຂອງຄະນະຜູ້ແທນ, ສະຫາຍ ລຳສະໄໝ ວໍລະສານ, ໄດ້ໃຫ້ຮູ້ວ່າສອງຝ່າຍມີກອງປະຊຸມຄົ້ນຄ້ວາ, ແລກປ່ຽນປະສົບການເຊິ່ງກັນແລະກັນ, ມີການຖອດຖອນບົດຮຽນຫຼາຍຢ່າງໃນວຽກງານແນວໂຮມຊາດ, ພ້ອມທັງສົ່ງເສີມບົດບາດຂອງແນວໂຮມຊາດ ໃນການພັດທະນາເສດຖະກິດ - ສັງຄົມ.

ສະຫາຍຍັງສະແດງຄວາມປາດຖະໜາ ຢາກຮັດແໜ້ນ ການແລກປ່ຽນປະສົບການ ລະຫວ່າງ ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ແລະ ຄະນະກຳມະການແນວລາວສ້າງຊາດແຂວງເຫງະອານ ໂດຍຜ່ານການປະຕິບັດຕົວຈິງ, ກວ້າງຂວາງ ແລະ ສົມບູນ. ມີຜົນປະໂຫຍດ, ຈາກນັ້ນປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບແບບຍືນຍົງ ລະຫວ່າງ ສອງປະເທດຫວຽດນາມ - ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.