ໄດ້ແລ້ວ 20 ນາງສາວເຂົ້າຮອບຊີງຊະນະເລີດ ການປະກວດ ມິສທີນລາວ 2019

14:45 | 26/08/2019

ໃນວັນທີ 24 ສິງຫາ 2019 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ບໍລິສັດ ກ້າວໜ້າລາວ ເອັນເຕີເທນເມັນ ຈຳກັດ ໄດ້ຄັດເລືອກເອົາ 20 ໃນຈຳນວນ 40 ນ້ອງນາງສາວ ທີ່ຜ່ານເຂົ້າຮອບຊີງຊະນະເລີດ ໃນການປະກວດ ມິສທີນລາວ 2019 ເຊິ່ງຈະມີຂຶ້ນໃນທ້າຍເດືອນ ກັນຍາທີ່ຈະມາເຖິງນີ້. ທັງ 20 ນ້ອງນາງ ລ້ວນແຕ່ເປັນສາວງາມຜູ້ຫນ້າຮັກ ສົດໃສ, ມີຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກ.

ໄດ້ແລ້ວ 20 ນາງສາວເຂົ້າຮອບຊີງຊະນະເລີດ ການປະກວດ ມິສທີນລາວ 2019

20 ນາງສາວເຂົ້າຮອບຊີງຊະນະເລີດ ການປະກວດ ມິສທີນລາວ 2019

ທ່ານ ນາງ ຈັນພອນມະນີ ສຸດຕະວົງ ຮອງຜູ້ອຳນວຍການ ບໍລິສັດ ກ້າວໜ້າລາວ ເອັນເຕີເທນເມັນ ຈຳກັດ ທັງເປັນປະທານການຈັດງານ ມິສທີນລາວ 2019 ກ່າວວ່າ: ງານປະກວດມິສທີນລາວ 2019 ແມ່ນຈັດເປັນຄັ້ງທຳອິດໃນ ສປປ ລາວ ໂດຍບໍລິສັດ ໄດ້ຄັດເລືອກເອົາໄວຫນຸ່ມຍິງ ທີ່ມີອາຍຸ 15-18 ປີ ທີ່ມີໜ້າຮັກສົດໃສ, ຄວາມຮູ້ຄວາມສາມາດ, ມີຄວາມໝັ້ນໃຈ ແລະ ກ້າສະແດງອອກ. ສຳລັບຜູ້ທີ່ໄດ້ຕຳແໜ່ງ ມິສທີນ ລາວ2019 ຈະໄດ້ມົງກຸດມູນຄ່າ 80 ລ້ານກີບ ແລະ ທຶນການສຶກສາ ພ້ອມທັງເຮັດກິດຈະກຳ ເພື່ອສັງຄົມເປັນຕົ້ນ ທູດຕໍ່ຕ້ານຢາເສບຕິດ, ຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເປັນຕົວແທນດ້ານການສຶກສາ ໃຫ້ກັບໄວລຸ້ນ ແລະ ໄວໜຸ່ມຍຸກໃໝ່ ໂດຍສະເພາະ ຄວາມຫມັ້ນໃຈ, ກ້າສະແດງອອກ, ຄວາມສາມາດ ແລະ ການສຶກສາ. ນອກຈາກນີ້ຍັງມີກິດຈະກຳດ້ານດົນຕີ ແລະ ກິລາ ເພື່ອລະດົມໃຫ້ນ້ອງໆ ໃຊ້ເວລາວ່າງໃຫ້ເປັນປະໂຫຍດ.

ໂອກາດດຽວກັນນີ້, ທ່ານ ນາງ ຈັນພອນມະນີ ຍັງໄດ້ຝາກເຖິງບັນດານ້ອງໆ ຜູ້ທີ່ໄດ້ເຂົ້າຮອບ 20 ຄົນ ຈົ່ງດູແລສຸຂະພາບ, ໝັ່ນຝຶກຊ້ອມ ແລະ ບຸກບືນພັດທະນາ ຕົນເອງ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອກຽມຕົວເຊົ້າປະກວດໃນຮອບສຸດທ້າຍ ເຊິ່ງຈະຈັດຂຶ້ນໃນ ຕົ້ນເດືອນ ກັນຍານີ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.