ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

10:42 | 28/08/2019

ຍສໝ - ຕໍ່ໜ້າດວງວິນຍານຂອງ ທ່ານປະທານ ໂຮ່ຈີມິນ, ຄະນະປະຕິບັດງານກໍ່ໄດ້ຢັ້ງຢືນວ່າ ສອງພັກ, ສອງລັດ, ສອງຊົນເຜົ່າຍາມໃດກໍ່ຈະມີແຕ່ຄວາມສາມັກຄີ ແລະ ຮັດແໜ້ນ. ນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ໄດ້, ກຳລັງ ແລະ ຈະ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເກີດດອກອອກຜົນ ຄົງທົນຍາວນານຊົ່ວການລະນານ ຈາກປະຊາຊົນສອງຊາດ ລາວ - ຫວຽດນາມ.

ຕອນເຊົ້າວັນທີ 27 ສິງຫາ 2019 , ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ, ນຳໂດຍ ທ່ານ ລຳສະໄໝ ວໍລະສານ, ປະທານຄະນະກຳມະການແນວລາວສ້າງຊາດ, ແຂວງບໍລິຄຳໄຊ. ໄດ້ເຂົ້າຖະຫວາຍທູບ, ຖະຫວາຍດອກໄມ້ ຢູ່ ເຂດອະນຸສອນສະຖານພິເສດ ກີມ ລຽນ (ເມີອງນາມດ່ານ).

ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

ເຂົ້າຮ່ວມຄະນະຜູ້ແທນແມ່ນບັນດາການນຳ ແນວໂຮມຊາດແຂວງເຫງະອານ; ຜູ້ຕາງໜ້າພະແນກການຕ່າງປະເທດ. (ພາບ: ໝີງາ)

ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບຖະຫວາຍດອກໄມ້, ທູບທຽນເພື່ອລະລຶກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ ປະທານໂຮ່ຈີມິນ - ລູກຮັກຫຼານແພງຂອງ ບ້ານເກີດ ແຂວງເຫງະອານ, ຜູ້ນຳທີ່ດີເດັ່ນຂອງຊາດຫວຽດນາມ.

ປະທານໂຮ່ຈີມິນແມ່ນຜູ້ທີ່ໄດ້ສ້າງຄວາມຮັກແພງພິເສດ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຕິວັດລາວ, ຄວາມຮັກແພງລະຫວ່າງປະຊາຊົນສອງປະເທດ.

ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

ຄະນະຜູ້ແທນໄດ້ຈັດພິທີລະລຶກເຖິງ ປະທານໂຮ່ຈີມິນ.

ຕໍ່ໜ້າດວງວິນຍານຂອງ ທ່ານປະທານ ໂຮ່ຈີມິນ, ຄະນະປະຕິບັດງານຢືນຢັນວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຈະສືບຕໍ່ຄວາມສາມັກຄີ, ຮ່ວມມືກັນ ຢ່າງແໜ້ນແຟ້ນ. ອ້າຍນ້ອງລາວ - ຫວຽດນາມ ໄດ້, ກຳລັງ ແລະ ຈະ ໄດ້ຮັບການເພີ່ມພູນຄູນສ້າງຈາກປະຊາຊົນລາວຄົນລຸ້ນຫຼັງ ແລະ ຊາວຫວຽດນາມ ໃຫ້ເກີດດອກອອຜົນ, ຍືນຍົງຍາວນານຊົ່ວການລະນານ.

ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

ຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມບ້ານເກີດຂອງຍາດຕິພີ່ນ້ອງທາງພໍ່ ແລະ ບ້ານເກີດເມືອງນອນທາງແມ່ ຂອງປະທານໂຮ່ຈີມິນ, ຮັບຟັງການແນະນຳ, ອະທິບາຍ ກ່ຽວກັບເລື່ອງລາວ ກ່ຽວກັບຊີວິດ ແລະ ໄວເດັກຂອງປະທານໂຮ່ຈີມິນ. (ພາບ:ໝີງາ)

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.