ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ

14:18 | 26/08/2019

ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ ຜ່ານ​ແຜນ​ປະ­ຕິບັດ​ງານ ເພື່ອ​ຕິດ­ຕາມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 02/ນຍ ວ່າ​ດ້ວຍ​ການ​ປັບ­ປຸງ​ບັນ­ດາ​ລະ­ບຽບ​ການ ແລະ ກົນ​ໄກ​ປະ­ສານ​ງານ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ຂຶ້ນ​ວັນ​ທີ 22 ສິງ­ຫາ 2019 ຢູ່​ໂຮງ­ແຮມ​ຄຣາວ​ພຣາ​ຊາ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ

ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ

ເພື່ອ​ປັບ­ປຸງ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ເຊິ່ງ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ໄດ້​ນຳ​ສະ­ເໜີ​ລົງ​ເລິກ​ດ້ານ​ທິດ​ທາງ ຂັ້ນ​ຕອນ​ຈັດ​ຕັ້ງ​ປະ­ຕິ­ບັດ ຄາດ­ໝາຍ​ການ​ຫຼຸດ­ຜ່ອນ​ຂັ້ນ​ຕອນ​ຕ່າງໆ ໄລ­ຍະ​ເວ­ລາ ການ​ອຳ­ນວຍ​ຄວາມ​ສະ­ດວກ ແນວ­ທາງ​ການ​ປັບ­ປຸງ​ລະ­ບຽບ​ການ ເງື່ອນ­ໄຂ ແລະ ນິ­ຕິ​ກຳ ເຊິ່ງ​ໄດ້​ກວມ​ເອົາ​ການ​ສ້າງ​ຄວາມ​ສາ­ມາດ​ໃຫ້​ພະ­ນັກ­ງານ​ທີ່​ຮັບ­ຜິດ­ຊອບ​ແຕ່​ລະ​ຂະ ແໜງ​ການ ຮ່າງ​ແຜນ​ປະ­ຕິ­ບັດ​ງານ​ດັ່ງ­ກ່າວ​ຈະ​ຖືກ​ຮັບ­ຮອງ​ໂດຍ​ລັດ­ຖະ­ມົນ­ຕີ​ຂອງ​ກະ­ຊວງ​ກ່ຽວ­ຂ້ອງ ຜັນ​ຂະ­ຫຍາຍ​ລົງ​ສູ່​ການ​ປະ­ຕິ­ບັດ ແລະ ນຳ​ໃຊ້​ເປັນ​ເຄື່ອງ­ມື​ໃນ​ການ​ຕິດ­ຕາມ​ຊຸກ­ຍູ້ ໂດຍ​ມີ​ກົມ​ສົ່ງ­ເສີມ​ການ​ລົງ­ທຶນ ກະ­ຊວງ ຜທ ເປັນ­ໃຈ​ກາງ​ປະ­ສານ​ງານ ນອກ​ນີ້ ຜູ້­ຕາງ­ໜ້າ​ແຕ່​ລະ​ກະ­ຊວງ​ກໍ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ໂດຍ​ລວມ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ປັບ­ປຸງ​ລະ­ບຽບ​ການ ແລະ ນິ­ຕິ​ກຳ ເພື່ອ​ສ້າງ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ.

ເດືອນ​ພຶດ­ສະ­ພາ​ຜ່ານ​ມາ ມີ​ຫຼາຍ​ເຫດ­ການ​ພົ້ນ​ເດັ່ນ​ກ່ຽວ​ກັບ​ວຽກ​ງານ​ປັບ­ປຸງ​ຄວາມ​ສະ­ດວກ​ໃນ​ການ ດຳ­ເນີນ​ທຸ­ລະ​ກິດ ໂດຍ​ສະ­ເພາະ​ໄດ້​ສຳ­ເລັດ​ວຽກ​ງານ​ການ​ລາຍ​ງານ​ປັບ­ປຸງ (Data Reform) ການ​ແກ້​ໄຂ​ຂໍ້​ມູນ (Data correction) ແລະ ໄດ້​ສົ່ງ​ບົດ​ລາຍ​ງານ​ໃຫ້​ກຸ່ມ​ທະ­ນາ­ຄານ​ໂລກ ເພື່ອ​ປະ­ກອບ​ເປັນ​ຂໍ້​ມູນ​ໃນ​ການ​ປະ​ເມີນ​ສຳ­ລັບ​ບົດ​ລາຍ​ງານ​ປີ 2020 ຫຼາຍ​ໜ້າ​ວຽກ​ທີ່​ໄດ້​ຮັບ​ການ​ປັບ­ປຸງ ໂດຍ​ໄດ້​ລາຍ​ງານ​ປະ­ກອບ​ມີ Data Reform 14 ບັນ­ຫາ ແລະ Data correction 10 ບັນ­ຫາ.

ຜ່ານ​ການ​ນຳ​ສະ­ເໜີ​ໂຄງ​ຮ່າງ​ແຜນ​ປະ­ຕິ­ບັດ​ງານ​ຈາກ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ທະ­ນາ­ຄານ​ແຫ່ງ ສປປ ລາວ ສຳ­ນັກ­ງານ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ຫຼັກ​ຊັບ ກະ­ຊວງ​ການ​ເງິນ ແລະ ກະ­ຊວງ​ຍຸ­ຕິ​ທຳ ແມ່ນ​ມີ​ຫຼາຍ​ໜ້າ​ວຽກ​ທີ່​ຈະ​ຕ້ອງ​ໄດ້​ປັບ­ປຸງ​ຢ່າງ​ຮີບ​ດ່ວນ ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ຈະ​ຕ້ອງ​ໃຊ້​ທຶນ ແລະ ບຸ​ຄະ­ລາ​ກອນ​ຈຳ­ນວນ​ໜຶ່ງ ສຳ­ຄັນ​ທີ່​ສຸດ​ຈະ​ຕ້ອງ​ມີ​ການ​ປະ­ສານ​ງານ​ກັນ​ເປັນ​ປະ­ຈຳ ເພື່ອ​ຮັບ­ປະ­ກັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ.

ກອງ​ປະ­ຊຸມ​ດັ່ງ­ກ່າວ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ຄູ່​ຮ່ວມ​ພັດ­ທະ­ນາ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ​ຂອງ ສປປ ລາວ (LCT) ເຊິ່ງ​ມີ​ເປົ້າ​ໝາຍ​ເພື່ອ​ຫຼຸດ­ຜ່ອນ ແລະ ລົບ​ລ້າງ​ອຸ­ປະ­ສັກ​ຕໍ່​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ທຸ­ລະ​ກິດ​ພາກ​ເອ­ກະ​ຊົນ ໂດຍ​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ວິ­ຊາ​ການ ແລະ ງົບ­ປະ­ມານ ເພື່ອ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ດ້ານ​ລະ­ບຽບ​ກົດ­ໝາຍ ຫຼຸດ­ຜ່ອນ​ຕົ້ນ​ທຶນ​ໃນ​ການ​ຄ້າ­ຂາຍ ແລະ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ການ​ແຂ່ງ­ຂັນ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ ນອກ​ນີ້ LCT ແລະ ອົງ­ການ​ຈີ​ໄອ​ແຊັດ ປະ­ຈຳ ສປປ ລາວ ກໍ​ໄດ້​ປະ­ກອບ­ສ່ວນ​ດ້ານ​ວິ­ຊາ​ການ​ໃນ​ການ​ສະ­ໜັບ­ສະ­ໜູນ​ການ​ຮ່າງ​ແຜນ​ປະ­ຕິ­ບັດ​ງານ ເພື່ອ​ຕິດ­ຕາມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ ເລກ​ທີ 02/ນຍ ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.