ລັດຖະບານ ລາວ ຊີ້ນຳແຜນພັດທະນາພູພຽງ ບໍລະເວນ ຕ້ອງກວມລວມຫລາຍເຂດ

ລັດຖະບານ ລາວ ຊີ້ນຳແຜນພັດທະນາພູພຽງ ບໍລະເວນ ຕ້ອງກວມລວມຫລາຍເຂດ

ລັດຖະບານ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ປັບປຸງຕື່ມແຜນພັດທະ ນາພູພຽງບໍລະເວນ ຕາມການປະກອບຄໍາຄິດ ຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ເປັນລັກສະນະກວມລວມຫລາຍຂົງເຂດ.

ຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຮັດແໜ້ນການຮ່ວມມືກັບປະເທດເພື່ອນມິດລາວ

ຂະແໜງສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ຮັດແໜ້ນການຮ່ວມມືກັບປະເທດເພື່ອນມິດລາວ

ຍສໝ - ໃນວັນທີ 27 ສິງຫາ 2019, ຄະນະປະຕິບັດງານພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ໄດ້ນໍາພາຄູອາຈານສອນວິຊາພາສາຫວຽດ ແລະ ດົນຕີ ໄປຍັງແຂວງສະຫວັນນະເຂດ, ປະເທດລາວ ເພື່ອຊ່ວຍເຫຼືອສະມາຄົມຊາວຫວຽດນາມຂອງແຂວງນີ້ສິດສອນພາສາຫວຽດນາມໃຫ້ແກ່ນັກຮຽນຄົນຫວຽດນາມ ແລະນັກຮຽນຄົນລາວ ທີ່ມີຄວາມຕ້ອງການຮໍ່າຮຽນພາສາຫວຽດນາມ.

ມອບທຶນສຶກສາໃຫ້ນັກສຶກສາລາວ ຢູ່ມະຫາວິທະຍາໄລໄຕງວຽນ

ມອບທຶນສຶກສາໃຫ້ນັກສຶກສາລາວ ຢູ່ມະຫາວິທະຍາໄລໄຕງວຽນ

ຍສໝ - ໃນຕອນບ່າຍຂອງວັນທີ 28 ສິງຫາ 2019, ທີ່ແຂວງຢາລາຍ, ກອງບັນຊາການພົນລະພາກຫຼວງ 15 ແລະ ຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງໄຊສົມບູນ ກອງທັບປະຊາຊົນລາວ ຈັດຕັ້ງການພົບປະເຈລະຈາກ່ຽວກັບການເຄື່ອນໄຫວແຮກສ່ຽວລະຫວ່າງສອງຝ່າຍ.

ລາວ-ກຳປູເຈຍ ເຫັນດີຖອນກຳລັງທະຫານຂອງຕົນ

ລາວ-ກຳປູເຈຍ ເຫັນດີຖອນກຳລັງທະຫານຂອງຕົນ

ກອງ​ປະ­ຊຸມ​ພົບ​ປະ​ສອງ​ຝ່າຍ​ລະ­ຫວ່າງ​ສອງ​ກອງ­ທັບ ລາວ ແລະ ກຳ­ປູ­ເຈຍ ກ່ຽວ​ກັບ​ກຳ­ນົດ​ການ​ຖອນ​ກຳລັງ​ທະ­ຫານ​ຂອງ​ຕົນ​ອອກ​ຈາກ​ບໍ­ລິ­ເວນ​ໄຮ່​ເຂົ້າ​ຈຸດ​ພິ​ກັດ (E0523410N1579776) ເມືອງ​ມຸນ​ລະ​ປະ​ໂມກ ແຂວງ ຈຳ­ປາ​ສັກ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 27 ສິງ­ຫາ 2019 ທີ່​ດ່ານ​ປະ­ເພ­ນີ​ຫາງ​ດອນ​ຂະ​ເໝົາ ເມືອງ​ໂຂງ ແຂວງ ຈຳ­ປາ​ສັກ ຝ່າຍ​ລາວ​ນຳ​ໂດຍ​ທ່ານ ພົນ​ຈັດ­ຕະ­ວາ ສຸ​ໄກ ພິມ​ມະ​ສານ ຫົວ­ໜ້າ​ການ​ທະ­ຫານ ກອງ​ບັນ­ຊາ​ການ​ທະ ຫານ​ແຂວງ​ຈຳ­ປາ​ສັກ ເປັນ​ຫົວ­ໜ້າ​ຄະ­ນະ ແລະ ຝ່າຍ​ກຳ­ປູ­ເຈຍ​ນຳ​ໂດຍ​ທ່ານ ພົນ​ຕີ ດວງ​ຈັນ ຜູ້​ບັນ­ຊາ​ການ​ກອງ ພົນ​ນ້ອຍ​ທີ 9 ກອງ­ທັບ​ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ເປັນ​ຫົວ­ໜ້າ​ຄະ­ນະ.

ລາວ-ອາເມລິກາ ຫາລືການສົ່ງຄົນເຊື້ອ ຊາດລາວ ທີ່ຜິດກົດໝາຍກັບຄືນປະເທດ

ລາວ-ອາເມລິກາ ຫາລືການສົ່ງຄົນເຊື້ອ ຊາດລາວ ທີ່ຜິດກົດໝາຍກັບຄືນປະເທດ

ກອງປະຊຸມປຶກສາຫາລືລະດັບນະໂຍບາຍສອງຝ່າຍ ລາວ-ອາເມຣິກາ ໂດຍການເປັນປະທານຮ່ວມກັບ ທ່ານ ນາງ Dimple Shah ຜູ້ຊ່ວຍລັດຖະມົນຕີກະຊວງ ຄວາມໝັ້ນຄົງພາຍໃນອາເມລິກາ ເພື່ອປຶກສາຫາລືກ່ຽວກັບການສົ່ງຄົນເຊື້ອຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະລັດອາເມລິກາ ກັບຄືນ ສປປ ລາວ, ພ້ອມທັງ ຊອກຫາວິທີທາງອັນເໝາະສົມ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທັງເປັນປະທານຄະນະອະນຸ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ຄະນະອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມຊາຍ ແດນລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ. ໂດຍຝ່າຍໄທ ແມ່ນທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ປະທານຄະນະອະນຸ ກໍາມະການຮ່ວມມືຮັກສາ ຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ພ້ອມຄະນະ.

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານພະລັງງານ ແລະ ບໍ່ແຮ່

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານພະລັງງານ ແລະ ບໍ່ແຮ່

ທ່ານ ເຈີນ ຕວນ ແອັງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສສ ຫວຽດ­ນາມ ເດີນທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສປປ ລາວ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 16-17 ສິງ­ຫາ​ຜ່ານ​ມາ ໂດຍ​ການ​ພົບ​ປະ​ສອງ​ຝ່າຍ ຈັດ​ຂຶ້ນ​ຢູ່​ໂຮງ­ແຮມ​ເມືອງ​ແທັງ ວັນ​ທີ 17 ສິງ­ຫາ 2019 ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຝ່າຍ​ຫວຽດ­ນາມ ນຳ​ໂດຍ​ທ່ານ ເຈີນ ຕວນ ແອັງ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ສປປ ລາວ

ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ສປປ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 26 ສິງຫາ 2019, ທີ່ ບາງກອກ, ປະເທດໄທ, ທ່ານ ຫງວຽນວັນເຢົ່າ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ.

ໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019

ໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019

ຍສໝ - ໃນວັນທີ 26 ສິງຫາ 2019, ກົມໃຫຍ່ການເມືອງກອງທັບປະຊາຊົນ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນ ສປປ ລາວ ປີ 2019.

ເປີດກອງປະຊຸມໃຫຍ່ຄັ້ງທີ 4 ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

ເປີດກອງປະຊຸມໃຫຍ່ຄັ້ງທີ 4 ຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ປະເທດກຳປູເຈຍລາຍງານວ່າ: ໃນຕອນເຊົ້າວັນທີ 27 ສິງຫາ 2019 , ກອງປະຊຸມຄັ້ງທີ 4 ຄະນະ ກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້“ ບົດບາດຊີ້ນຳ ຂອງຄະນະ ກຳມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ 3 ປະເທດ ກ່ຽວກັບການຮ່ວມມື, ກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.

ກອງທັບ ຫວຽດນາມ - ລາວ ເພີ່ມທະວີການຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານ

ກອງທັບ ຫວຽດນາມ - ລາວ ເພີ່ມທະວີການຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານ

ຍສໝ - ວັນທີ 26 ສິງຫາ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານກຳມະບານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2019.

ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

ຄະນະກຳມະການແນວລາວສ້າງຊາດແຂວງບໍລິຄຳໄຊ ມອບດອກໄມ້ ຖວາຍທູບທຽນ ຢູ່ ເຂດອະນຸສອນສະຖານກິມລຽນ

ຍສໝ - ຕໍ່ໜ້າດວງວິນຍານຂອງ ທ່ານປະທານ ໂຮ່ຈີມິນ, ຄະນະປະຕິບັດງານກໍ່ໄດ້ຢັ້ງຢືນວ່າ ສອງພັກ, ສອງລັດ, ສອງຊົນເຜົ່າຍາມໃດກໍ່ຈະມີແຕ່ຄວາມສາມັກຄີ ແລະ ຮັດແໜ້ນ. ນ້ຳໃຈອ້າຍນ້ອງ ລາວ - ຫວຽດນາມ ໄດ້, ກຳລັງ ແລະ ຈະ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເກີດດອກອອກຜົນ ຄົງທົນຍາວນານຊົ່ວການລະນານ ຈາກປະຊາຊົນສອງຊາດ ລາວ - ຫວຽດນາມ.

ແຂວງເຫງະອານ-ບໍລິຄຳໄຊ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວລາວສ້າງຊາດ

ແຂວງເຫງະອານ-ບໍລິຄຳໄຊ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວລາວສ້າງຊາດ

ຍສໝ- ຄະນະຜູ້ແທນຂັ້ນສູງຂອງຄະນະ ກຳມະການແນວລາວສ້າງຊາດແຂວງ ບໍລິຄຳໄຊ, ຮອງເລຂາຄະນະປະຈຳພັກແຂວງ, ທ່ານ ຫງວ໋ຽນ ຊົນ ເຊີນ ຫວັງເປັນຢ່າງຍິ່ງວ່າ ໃນໄລຍະຈະມາເຖິງນີ້, ສອງ ແນວໂຮມສອງແຂວງ ສືບຕໍ່ພົບປະແລກປ່ຽນ, ຮຽນຮູ້ເຊິ່ງກັນແລະກັນ, ສ້າງກຸ່ມກ້ອນມະຫາສາມັກຄີທີ່ເຂັ້ມແຂງ.

ກອງປະຊຸມເຊື່ອມຕໍ່ການຄ້າ ລະຫວ່າງ ນັກທຸລະກິດ ຫວຽດນາມ - ລາວ

ກອງປະຊຸມເຊື່ອມຕໍ່ການຄ້າ ລະຫວ່າງ ນັກທຸລະກິດ ຫວຽດນາມ - ລາວ

ຍສໝ - ວັນທີ 27 ສິງຫາ 2019, ທີ່ແຂວງກວ້າງຈິ, ກະຊວງອຸດສາຫະກຳ ແລະ ການຄ້າ ສອງປະເທດຫວຽດນາມ ແລະ ລາວ ໄດ້ປະສານສົມທົບກັນ ຈັດກອງປະຊຸມເຊື່ອມຕໍ່ການຄ້າລະຫວ່າງ ວິສາຫະກິດ ສອງປະເທດ.ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ວິສາຫະກິດມາຈາກປະເທດ ລາວ ຈຳນວນ 21 ຫົວໜ່ວຍ ແລະ ຫວຽດນາມ 17 ຫົວໜ່ວຍ.

ກະຊວງຕ່າງປະເທດຢືນຢັນ ຊາຍແດນ ລາວ-ກຳປູເຈຍ ເປັນປົກກະຕິ

ກະຊວງຕ່າງປະເທດຢືນຢັນ ຊາຍແດນ ລາວ-ກຳປູເຈຍ ເປັນປົກກະຕິ

ຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຢືນຢັນວ່າ: ບັນຫາຊາຍແດນ ລາວ ແລະ ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຜ່ານທາງ ສື່ອອນລາຍໃນໄລຍະຜ່ານມາ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ.

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 26 ສິງຫາ 2019, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 05 ປະຈໍາປີ 2018-2019, ຢູ່ ເຂດເມືອງວຽງໄຊ, ແຂວງຫົວພັນ.

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຍສໝ - ປະຊາຊົນຢູ່ເມືອງມະຫາໄຊແຂວງ ຄຳມ່ວນ (ສປປ ລາວ) ໄດ້ຮັບການກວດ ແລະ ແຈກຢາປົວພະຍາດ ໂດຍບໍ່ເສຍຄ່າ ໃນຕອນບ່າຍວັນທີ 25 ສິງຫາ. ໂຄງການໄດ້ຮັບການຈັດຕັ້ງໂດຍ ຄະນະຊາວໜຸ່ມ ອາສາສະໝັກແຂວງຮ່າຕິ້ງ ສົມທົບກັບ ສະມາຄົມແພດໝໍໄວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມ.

ລາວ ຍົກລະດັບພະນັກງານພາສີ ຄຸ້ມຄອງຜູ້ປະກອບການ ເອອີໂອ

ລາວ ຍົກລະດັບພະນັກງານພາສີ ຄຸ້ມຄອງຜູ້ປະກອບການ ເອອີໂອ

ໃນວັນທີ 26-30 ສິງຫາ 2019 ທີ່ໂຮງແຮງຄຣາວພາຊາ ນະຄອນຫລວງວຽງຈັນ, ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການພາສີໂລກ ໄດ້ຈັດບັ້ນ ຝຶກອົບຮົມຍົກລະດັບ ໃຫ້ແກ່ພະນັກງານພາສີ ແລະ ພາກເອກະຊົນ ເພື່ອແນໃສ່ພັດທະນາ ຄວາມອາດສາມາດ ໃນການຄຸ້ມຄອງ, ກວດກາ ແລະ ອະນຸມັດການເຂົ້າ ຮ່ວມແຜນ ງານຂອງຜູ້ປະກອບການ ທີ່ໄດ້ຮັບຮອງຢ່າງເປັນທາງການ ຈາກລັດຖະບານພາສີ ໃຫ້ໄດ້ຮັບສິດທິພິເສດ ກ່ຽວກັບການປະຕິບັດ ຂັ້ນຕອນແຈ້ງພາສີ ແລະ ການກວດປ່ອຍສິນຄ້າ (ເອອີໂອ) ຂອງພາກທຸລະກິດ ໃຫ້ມີປະສິດທິພາບ. ພ້ອມທັງສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດແຜນງານ ເອອີໂອ ເພື່ອຊ່ວຍປັບປຸງສະພາບ ແວດລ້ອມດ້ານການຄ້າໃນ ສປປ ລາວ ໃຫ້ສະດວກ ແລະ ສອດຄ່ອງກົມ ກຽວກັນຫລາຍຂຶ້ນ.

ໄດ້ແລ້ວ 20 ນາງສາວເຂົ້າຮອບຊີງຊະນະເລີດ ການປະກວດ ມິສທີນລາວ 2019

ໄດ້ແລ້ວ 20 ນາງສາວເຂົ້າຮອບຊີງຊະນະເລີດ ການປະກວດ ມິສທີນລາວ 2019

ໃນວັນທີ 24 ສິງຫາ 2019 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ບໍລິສັດ ກ້າວໜ້າລາວ ເອັນເຕີເທນເມັນ ຈຳກັດ ໄດ້ຄັດເລືອກເອົາ 20 ໃນຈຳນວນ 40 ນ້ອງນາງສາວ ທີ່ຜ່ານເຂົ້າຮອບຊີງຊະນະເລີດ ໃນການປະກວດ ມິສທີນລາວ 2019 ເຊິ່ງຈະມີຂຶ້ນໃນທ້າຍເດືອນ ກັນຍາທີ່ຈະມາເຖິງນີ້. ທັງ 20 ນ້ອງນາງ ລ້ວນແຕ່ເປັນສາວງາມຜູ້ຫນ້າຮັກ ສົດໃສ, ມີຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກ.

ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ

ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ

ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ ຜ່ານ​ແຜນ​ປະ­ຕິບັດ​ງານ ເພື່ອ​ຕິດ­ຕາມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 02/ນຍ ວ່າ​ດ້ວຍ​ການ​ປັບ­ປຸງ​ບັນ­ດາ​ລະ­ບຽບ​ການ ແລະ ກົນ​ໄກ​ປະ­ສານ​ງານ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ຂຶ້ນ​ວັນ​ທີ 22 ສິງ­ຫາ 2019 ຢູ່​ໂຮງ­ແຮມ​ຄຣາວ​ພຣາ​ຊາ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.