ຮູບພາບຈໍານວນໜຶ່ງກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ

ຮູບພາບຈໍານວນໜຶ່ງກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ

ໃນໄລຍະ 57 ປີຜ່ານມາ, ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (5-9-1962/5-9-2019), ສາຍພົວພັນ ຫວຽດນາມ-ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບພັດທະນາຢ່າງແຮງນັບທັງລວງກວ້າງ ແລະລວງເລິກ.

ກອງທັບລັດເຊຍ ມອບຫ້ອງຂັບເຝິກແອບຈຳລອງເຮືອບິນສູ້ຮົບຍັກ 130 ໃຫ້ກອງທັບປະຊາຊົນ ສປປ ລາວ

ກອງທັບລັດເຊຍ ມອບຫ້ອງຂັບເຝິກແອບຈຳລອງເຮືອບິນສູ້ຮົບຍັກ 130 ໃຫ້ກອງທັບປະຊາຊົນ ສປປ ລາວ

ຍສໝ - ວັນທີ 30 ສິງຫາ ນີ້, ຢູ່ທີ່ກອງ ພັນໃຫຍ່ 702, ບໍລິສັດລັດ ວິສາ ຫະກິດ ໂຣສອາບາໂຣນ ແອັກສະປອດ ແຫ່ງ ສະຫະພັນຣັດເຊຍ ໄດ້ມອບຫ້ອງຂັບເຝິກແອບຈຳ ລອງເຮືອບິນສູ້ຮົບ ຍັກ 130 ໃຫ້ ແກ່ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.

ສປປ ລາວ ຕົກລົງທີ່ຈະເພີ່ມການສົ່ງອອກໄຟຟ້າໄປຫວຽດນາມໃນ 5 ແລະ 10 ປີ ຕໍ່ໄປ

ສປປ ລາວ ຕົກລົງທີ່ຈະເພີ່ມການສົ່ງອອກໄຟຟ້າໄປຫວຽດນາມໃນ 5 ແລະ 10 ປີ ຕໍ່ໄປ

ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9, ສປປ ລາວຖະຫວາຍດອກໄມ້ທູບທຽນ ຢູ່ ສຸສານນັກຮົບເກົ່າສາກົນຫວຽດນາມ - ລາວ

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9, ສປປ ລາວຖະຫວາຍດອກໄມ້ທູບທຽນ ຢູ່ ສຸສານນັກຮົບເກົ່າສາກົນຫວຽດນາມ - ລາວ

ຍສໝ - ດ້ວຍຄວາມກະຕັນຍູ ແລະ ຮູ້ບຸນຄຸນບໍ່ມີຂອບເຂດຕໍ່ ປະທານ ໂຮ່ ຈີ ມິນ ທີ່ແສນເຄົາລົບຮັກ ແລະ ວິລະຊົນນັກຮົບວິລະຊົນ, ຄະນະຜູ້ແທນສະພາແຫ່ງຊາດ ເຂດ 9 ແລະ ຄະນະສະພາປະຊາຊົນແຂວງຊຽງຂວາງ (ສປປ ລາວ) ໄດ້ເຂົ້າຖະຫວາຍດອກໄມ້ທູບທຽນ ດ້ວຍຄວາມເຄົາລົບ ຢູ່ ສຸສານ ປະທານ ໂຮ່ ຈີ ມິນ ແລະ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ ອະນຸສາວະລີນັກຮົບນິລະນາມ ຢູ່ທີ່ ສຸສານນັກຮົບວິລະຊົນ ຫວຽດນາມ - ລາວ.

ເປີດເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ ພະນັກງານໂຮງງານການພິມກອງທັບປະຊາຊົນລາວ

ເປີດເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ ພະນັກງານໂຮງງານການພິມກອງທັບປະຊາຊົນລາວ

ຍສໝ - ໃນຕອນແລງວັນທີ 3 ກັນຍາ ກົມໂຄສະນາຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດບັ້ນເຝິກອົບຮົມວິຊາສະເພາະ ເຕັກນິກການພິມໃຫ້ແກ່ຖັນແຖວພະນັກງານຂອງໂຮງງານການພິມກອງທັບປະຊາຊົນລາວ ປະຈຳປີ 2019 ຢູ່ທີ່ກອງ 871 ກົມໃຫຍ່ການ ເມືອງກອງທັບ.

ພົບປະເຈລະຈາກ່ຽວກັບການຝຶກອົບຮົມ ລະຫວ່າງ ນາຍທະຫານຊາວໜຸ່ມກອງທັບ ສປປ.ລາວ ແລະ ສສ. ຫວຽດນາມ

ພົບປະເຈລະຈາກ່ຽວກັບການຝຶກອົບຮົມ ລະຫວ່າງ ນາຍທະຫານຊາວໜຸ່ມກອງທັບ ສປປ.ລາວ ແລະ ສສ. ຫວຽດນາມ

ຍສໝ - ຕອນບ່າຍວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ນາຍທະຫານຊາວໜຸ່ມກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໄດ້ມີການພົບປະເຈລະຈາ ກ່ຽວກັບການເຄື່ອນໄຫວຂອງສະຫະພັນຊາວໜຸ່ມ ໃນປີ 2019.

ປະເທດລາວ: ສົ່ງມອບຜູ້ເຄາະຮ້າຍ 9 ຄົນໃນຄະດີຄ້າມະນຸດໄປຫວຽດນາມ

ປະເທດລາວ: ສົ່ງມອບຜູ້ເຄາະຮ້າຍ 9 ຄົນໃນຄະດີຄ້າມະນຸດໄປຫວຽດນາມ

ຍສໝ - ຕອນບ່າຍວັນທີ 30 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ສູນກາງໃຫ້ຄຳປຶກສາ ແລະ ອຸປະຖຳເດັກນ້ອຍ ແລະ ແມ່ - ສະຫະພັນແມ່ຍິງລາວສູນກາງໄດ້ສົ່ງມອບ ບັນດາຜູ້ຖືກເຄາະຮ້າຍຈາກຄະດີການຄ້າມະນຸດ ໃຫ້ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ. ນີ້ແມ່ນຜູ້ທີ່ຖືກລ່່ຽມມາຍາຂອງການຄ້າມະນຸດໄປປະເທດລາວ ແລະ ຖືກບັງຄັບໃຫ້ເປັນຍິງໂສເພນີ, ເຊິ່ງໄດ້ຕຳຫຼວດລາວ ປະສານສົມທົບກັບ ຕຳຫຼວດຫວຽດນາມກອບກູ້ໃນທ້າຍເດືອນກໍລະກົດ.

ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກກາງ ສປປ ລາວ ຈັດງານສະຫຼອງວັນສຳຄັນຂອງຊາດ

ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກກາງ ສປປ ລາວ ຈັດງານສະຫຼອງວັນສຳຄັນຂອງຊາດ

ອາທິດທີ່ຜ່ານມາ, ຢູ່ທີ່ພັດຕະນາຄານດາວຮູ່ງ I ກົງສູນຫວຽດນາມປະຈຳພາກກາງ ຂອງ ສປປ ລາວ ໄດ້ຈັດງານສະ ເຫຼີມສະຫຼອງວັນໄຊຊະນະການ ປະຕິວັດເດືອນສິງຫາ (19/8/1945-19/8/2019, ວັນຊາດ ຫວຽດນາມ ວັນທີ 2/9/1945-2/9/2019 ຄົບຮອບ 74 ປີ ແລະວັນສ້າງຕ້ັງການທູດຫວຽດ ນາມ-ລາວ ຄົບຮອບ 57 ປີ ວັນທີ 5/9/1962-5/9/2019) ໂດຍແມ່ນທ່ານ ຢຸງເວີຍ ຫົວໜ້າ ກົງສູນໃຫຍ່ ສສ ຫວຽດນາມປະ ຈຳພາກກາງ ສປປ ລາວ ພ້ອມຄະນະເປັນຜູ້ຈັດຂຶ້ນ, ໃຫ້ກຽດ ເຂົ້າຮ່ວມໃນພິທີມີທ່ານ ປອ ໂພໄຊ ໄຊຍະສອນ ກຳມະ ການສຳຮອງສູນກາງພັກ ຮອງ ເລຂາພັກແຂວງ ຮອງເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານ ໃນຄະນະປະຈຳພັກແຂວງກຳມະ ການພັກແຂວງມີການນຳຂັ້ນ ແຂວງຈາກແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ມີສະມາຄົມ ຫວຽດນາມ ສະມາຄົມຈີນ ແລະບັນດາຫົວໜ່ວຍທຸລະກິດຕ່າງໆຢູ່ພາຍໃນແຂວງສະຫວັນນະເຂດ ກໍ່ຖືເປັນກຽດເຊີນເຂົ້າຮ່ວມ.

ປະທານສະພາແຫ່ງຊາດ ລາວ ໄປຢ້ຽມຢາມຊົມເຊີຍກອງພົນທະຫານທີ 11 ເນື່ອງໃນໂອກາດວັນຊາດ ຫວຽດນາມ

ປະທານສະພາແຫ່ງຊາດ ລາວ ໄປຢ້ຽມຢາມຊົມເຊີຍກອງພົນທະຫານທີ 11 ເນື່ອງໃນໂອກາດວັນຊາດ ຫວຽດນາມ

ຍສໝ - ໃນວັນທີ 2 ກັນຍາ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ ທ່ານນາງ ທ່ານນາງ ປານີ ຢາທໍ່ຕູ້ ແລະ ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າມາຢ້ຽມຢາມ ສຳຫຼວດກໍ່ສ້າງອາຄານແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນໃຫ້ພະນັກງານ, ນັກຮົບ ແລະ ກຳມະກອນຂອງກອງພົນທະຫານຮາບທີ 11 ທີ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 - ວັນທີ 2 ກັນຍາ 2019).

ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານ ສະຖານທູດ ສປປລາວ ນຳໂດຍ ທ່ານ ຄຳສິງ ດວງວັນດີ, ທີ່ປຶກສາດ້ານການເມືອງ, ສະຖານທູດ ສປປ ລາວ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ວິທະຍາໄລ ຊັ້ນສູງເຊີນລາ ກ່ຽວກັບ ການກໍ່ສ້າງ ຊັບພະຍາກອນມະນຸດ ໃຫ້ແກ່ 9 ແຂວງ ພາກເໜືອຂອງລາວ. ຕ້ອນຮັບ ແລະ ເຮັດວຽກ ກັບຄະນະຜູ້ແທນ ສະຖານທູດລາວ ປະກອບມີ ຄະນະ ອຳນວຍການ ວິທະຍາໄລ ຊັ້ນສູງເຊີນລາ.

ປະຊາຊົນຊາວລາວ ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ

ປະຊາຊົນຊາວລາວ ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ

ຍສໝ - ວັນທີ 1 ກັນຍາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດກີມລຽນ, ເມືອງນາມດ່ານ, ແຂວງເງະອານ, ຢູ່ເຮືອນລຸງໂຮ່ ໄດ້ມີຄະນະນັກທ່ອງທ່ຽວຫຼາຍຄະນະ, ປະຊາຊົນຫຼາຍພັນເທື່ອຄົນມາຖະຫວາຍທູບທຽນ ແລະ ມາຢ້ຽມຢາມບ້ານພໍ່ປູ່ແມ່ຍ່າ, ພໍ່ເຖົ້າແມ່ເຖົ້າຂອງປະທານ ໂຮ່ຈີມິນ, ຖະຫວາຍທູບທຽນຢູ່ເຂດຂຸມຝັງສົບທ່ານນາງ ຮວ່າງທິລວານ, ແມ່ຂອງລຸງໂຮ່.

ທີມຊາດບານເຕະ U16 ລາວ ມາຝຶກຊ້ອມຢູ່ຫວຽດນາມ

ທີມຊາດບານເຕະ U16 ລາວ ມາຝຶກຊ້ອມຢູ່ຫວຽດນາມ

ເພື່ອແນໃສ່ກະກຽມໃຫ້ຮອບແຂ່ງຂັນຄັດເລືອກ ກຸ່ມ J ໃນການແຂ່ງຂັນບານເຕະ U16 ອາຊີ ໂດຍລາວ ເປັນເຈົ້າພາບ, ສະຫະພັນບານເຕະລາວ ໄດ້ສົ່ງທີມຊາດ U16 ລາວ ມາຝຶກຊ້ອມຢູ່ແຂວງຢາລາຍ, ຫວຽດນາມ.

ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ

ຍສໝ - ໃນຕອນເຊົ້າຂອງວັນທີ 30 ສິງຫາ 2019, ທີ່ຮ່າໂນ້ຍ, ທ່ານພັນເອກ ຟ້າມມິງຄອຍ, ປະທານສານທະຫານນະຄອນຫຼວງຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນບົດຮຽນວຽກງານກັບຄະນະພະນັກງານສານທະຫານແຫ່ງ ສປປ ລາວ, ນໍາໂດຍທ່ານນາງພັນໂທ ວົງພອນ ສຸວັນນາຈັກ ຫົວໜ້າຄະນະຄຸ້ມຄອງວິຊາສະເພາະ ແລະ ສະຖິຕິ, ຜູ້ພິພາກສາສານທະຫານແຫ່ງ ສປປ ລາວ.

ບັນດາການເຄື່ອນໄຫວເຊື່ອມຕໍ່ການສຶກສາກັບປະເທດເພື່ອນມິດລາວ

ບັນດາການເຄື່ອນໄຫວເຊື່ອມຕໍ່ການສຶກສາກັບປະເທດເພື່ອນມິດລາວ

ຍສໝ - ໃນວັນທີ 30 ສິງຫາ 2019, ທ່ານນາງ ເລທິ້ເຮືອງ, ຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ້ ໄດ້ໃຫ້ຮູ້ວ່າ ກົມກອງໄດ້ຈັດສົ່ງຄູສອນໜຸ່ມ 10 ຄົນໄປແຂວງສະຫວັນນະເຂດ, ປະເທດລາວເພື່ອປະຕິບັດໜ້າທີ່ສິດສອນພາສາຫວຽດ ແລະ ດົນຕີໃຫ້ນັກຮຽນ ແມ່ນຊາວຫວຽດນາມ ອາໄສຢູ່ ລາວ ແລະ ນັກຮຽນຄົນລາວ.

ສານຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2019-2020

ສານຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2019-2020

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.

ຫວຽດນາມ-ລາວ ຍາມ​ໃດ​ກໍ​ຖື​ເປັນ​ສະຫາຍ ອ້າຍ​ນ້ອງ ​ເພື່ອນ​ມິດ​ຜູ້​ຮັກ​ແພງ ​ແລະ ​ຊື່ສັດ​ທີ່​ສຸດ

ຫວຽດນາມ-ລາວ ຍາມ​ໃດ​ກໍ​ຖື​ເປັນ​ສະຫາຍ ອ້າຍ​ນ້ອງ ​ເພື່ອນ​ມິດ​ຜູ້​ຮັກ​ແພງ ​ແລະ ​ຊື່ສັດ​ທີ່​ສຸດ

ໃນວັນທີ 30 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ສສ ຫວຽດນາມ, ທ່ານ ຫງວຽນກວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍພະນັກງານສະຖານທູດລາວ ເຂົ້າອວຍພອນ ເນື່ອງໃນວັນຊາດແຫ່ງສາທາ ລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ (2/9/1945-2/9/2019).

ຊາວໜຸ່ມອາສາສະໝັກ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ

ຊາວໜຸ່ມອາສາສະໝັກ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ

ຍສໝ - ການເຄື່ອນໄຫວອາສາສະໝັກຄັ້ງຕ່າງໆຢູ່ປະເທດລາວ ຂອງໄວໜຸ່ມແຂວງຮ່າຕິງ ສສ ຫວຽດນາມ ພວມປະກອບສ່ວນຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດລະຫວ່າງສອງປະເທດອ້າຍນ້ອງ ຫວຽດນາມ ແລະ ລາວ.

ນັກກີລາດອກປີກໄກ່ລາວ ສ້າງຜົນງານໃນເວທີສາກົນ

ນັກກີລາດອກປີກໄກ່ລາວ ສ້າງຜົນງານໃນເວທີສາກົນ

ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ ຫຼື ແອນ​ນ່າ ນັກ­ກີ­ລາ​ດອກ​ປີກ​ໄກ່​ສະ­ໂມ­ສອນ​ເສດ​ຖາ (ລາວ) ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ເຖິງ​ຈະ​ເສຍ​ໃຫ້​ນັກ­ກີ­ລາ​ສາວ​ຈາກ​ປະ­ເທດ​ອິນ​ໂດ​ເນ​ເຊຍ 0-2 ເຊັດ ໃນ​ຮອບ​ຊີງ​ຊະ­ນະ​ເລີດ​ກໍ​ຕາມ ແຕ່​ກໍ​ເປັນ​ຜົນ­ງານ​ຄັ້ງ​ທຳ​ອິດ​ໃນ​ເວ­ທີ​ສາ­ກົນ ໂດຍ​ຄວ້າ 1 ຫຼຽນ​ເງິນ ພ້ອມ​ເງິນ​ລາ­ງວັນ 900 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 7 ລ້ານ​ກີບ ສ້າງ​ຊື່​ສຽງ ແລະ ກຽດ​ຕິ​ສັກ​ສີ​ໃຫ້​ປະ­ເທດ​ຊາດ ໃນ​ລາຍ­ການ​ດອກ​ປີກ​ໄກ່​ຢູນ​ນານ​ໂຢ​ເນັກ​ແບັດ​ມິນ​ຕັນ​ແຊັມ​ປ້ຽນ​ຊິບ 2019 ທີ່​ແຂວງ​ຄຸນ​ມິງ ສປ ຈີນ ຮັບ​ກຽດ​ເປັນ​ເຈົ້າ­ພາບ​ວັນ​ທີ 24-27 ສິງ­ຫາ 2019.

ລັດຖະບານ ລາວ ສືບຕໍ່ໂຄງການຫລຸດຜ່ອນ ຄວາມສ່ຽງ ຈາກໄພນ້ຳຖ້ວມ-ແຫ້ງແລ້ງ

ລັດຖະບານ ລາວ ສືບຕໍ່ໂຄງການຫລຸດຜ່ອນ ຄວາມສ່ຽງ ຈາກໄພນ້ຳຖ້ວມ-ແຫ້ງແລ້ງ

ລັດຖະບານລາວ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ໄດ້ມີແຜນການສືບ​ຕໍ່​ ໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ (ຄຖລ) ​ໃນ​ໄລຍະ​ທີ 2 ​ໂດຍໄດ້​ຮັບ​ງົບປະມານ ​ການ​ສະໜັບສະໜູນ​ເພີ່ມ​ຈາກ ​ທະນາຄານພັດທະນາອາຊີ (ADB) ຈໍານວນ 63 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ຈະ​ໄດ້ກໍ່ສ້າງຄູປ້ອງກັນ ນ້ຳຖ້ວມຕາມແຄມແມ່ນ້ຳຂອງ ເພື່ອປ້ອງກັນນ້ຳຖ້ວມ ໃນພື້ນທີ່ການຜະລິດ, ຊຸມຊົນ ​ແລະ ເຂດເສດຖະກິດ ຕົວເມືອງວຽງຈັນໃຕ້ ​ແລະ ກໍ່ສ້າງ​ລະບົບ​ຊົນລະປະ ທານ ​ເພື່ອ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ ​ແນ​ໃສ່​ຫລຸດຜ່ອນ​ໄພ​​ແຫ້ງແລ້ງ​ ໃນ​ພື້ນ​ທີ່​ດັ່ງກ່າວ.