ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກກາງ ສປປ ລາວ ຈັດງານສະຫຼອງວັນສຳຄັນຂອງຊາດ

14:33 | 03/09/2019

ອາທິດທີ່ຜ່ານມາ, ຢູ່ທີ່ພັດຕະນາຄານດາວຮູ່ງ I ກົງສູນຫວຽດນາມປະຈຳພາກກາງ ຂອງ ສປປ ລາວ ໄດ້ຈັດງານສະ ເຫຼີມສະຫຼອງວັນໄຊຊະນະການ ປະຕິວັດເດືອນສິງຫາ (19/8/1945-19/8/2019, ວັນຊາດ ຫວຽດນາມ ວັນທີ 2/9/1945-2/9/2019 ຄົບຮອບ 74 ປີ ແລະວັນສ້າງຕ້ັງການທູດຫວຽດ ນາມ-ລາວ ຄົບຮອບ 57 ປີ ວັນທີ 5/9/1962-5/9/2019) ໂດຍແມ່ນທ່ານ ຢຸງເວີຍ ຫົວໜ້າ ກົງສູນໃຫຍ່ ສສ ຫວຽດນາມປະ ຈຳພາກກາງ ສປປ ລາວ ພ້ອມຄະນະເປັນຜູ້ຈັດຂຶ້ນ, ໃຫ້ກຽດ ເຂົ້າຮ່ວມໃນພິທີມີທ່ານ ປອ ໂພໄຊ ໄຊຍະສອນ ກຳມະ ການສຳຮອງສູນກາງພັກ ຮອງ ເລຂາພັກແຂວງ ຮອງເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານ ໃນຄະນະປະຈຳພັກແຂວງກຳມະ ການພັກແຂວງມີການນຳຂັ້ນ ແຂວງຈາກແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ມີສະມາຄົມ ຫວຽດນາມ ສະມາຄົມຈີນ ແລະບັນດາຫົວໜ່ວຍທຸລະກິດຕ່າງໆຢູ່ພາຍໃນແຂວງສະຫວັນນະເຂດ ກໍ່ຖືເປັນກຽດເຊີນເຂົ້າຮ່ວມ.


ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກກາງ ສປປ ລາວ ຈັດງານສະຫຼອງວັນສຳຄັນຂອງຊາດ

ທ່ານ ປອ ໂພໄຊ ໄຊຍະສອນ ກຳມະ ການສຳຮອງສູນກາງພັກ ຮອງ ເລຂາພັກແຂວງ ຮອງເຈົ້າແຂວງ ສະຫວັນນະເຂດ. (ພາບ:ສະຫວັນນະເຂດຂ່າວ)

ໃນໂອກາດນີ້ ທ່ານ ຢຸງເວີຍ ໄດ້ກ່າວຄຳຊົມເຊີຍ ແລະສະແດງ ຄວາມຍິນດີຕ້ອນຮັບບັນດາແຂກທຸກພາກສ່ວນແລ້ວກໍ່ມີຄຳເຫັນຕໍ່ພິທີ ເຊິ່ງມີເນື້ອໃນບາງຕອນທ່ານ ກ່າວວ່າ: ກ່ອນໜ້ານີ້ 74 ປີ, ວັນທີ 02 ກັນຍາ 1945 ປະທານໂຮ່ຈິມິນ ໄດ້ກ່າວຖະແຫຼງການເອກະລາດ, ກຳເນີດປະເທດຫວຽດນາມປະ ຊາທິປະໄຕ ສາທາລະນະລັດ, ເປັນ ສັນຍາລັກແຫ່ງໄຊຊະນະຂອງ ການປະຕິວັດເດືອນສິງຫາ ພາຍ ໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຫດການດັ່ງກ່າວນີ້ ເປັນຫຼັກໝາຍອັນສະຫວ່າງສະ ໄຫວໃນປະຫວັດສາດຂອງຊາດ, ລັດຫວຽດນາມປະຊາທິປະໄຕ ສາທາລະນະລັດ ໄດ້ຖືກສະຖາປະ ນາຂຶ້ນເປັນຕົວແທນແຫ່ງຄວາມ ມຸ່ງຫວັງສັນຕິພາບ, ເອກະລາດ, ເສລີພາບ, ກ້າວເຂົ້າສູ່ສັງກາດ ໃໝ່ສຳລັບປະເທດຊາດ ແລະຊົນ ຊາດຫວຽດນາມ.

ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳພາກກາງ ສປປ ລາວ ຈັດງານສະຫຼອງວັນສຳຄັນຂອງຊາດ

ບັນຍາກາດງານສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ ແຂວງສະຫວັນນະເຂດ.(ພາບ:ສະຫວັນນະເຂດຂ່າວ)


ປະຕິວັດເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ ແລະການ ກຳເນີດຂຶ້ນຂອງລັດຫວຽດນາມປະຊາທິປະໄຕ ສາທາລະນະລັດ ໃນວັນທີ 02 ກັນຍາ ປີ 1945 ໄດ້ ກາຍເປັນແຮງຜັກດັນຊຸກຍູ້ອັນໃຫຍ່ ຫຼວງ, ຊ່ວຍໃຫ້ກຳລັງໃຈຢ່າງ ເຂັ້ມແຂງຕໍ່ຂະບວນການປົດປ່ອຍ ຊາດຢູ່ທົ່ວໂລກ ຫຼັງສົງຄາມໂລກ ຄ້ັງ ທີ I I , ປະຊາຊົນຢູ່ບັນດາປະເທດ ເມືອງຂຶ້ນ ແລະເຄິ່ງເມືອງຂຶ້ນສາ ມາດຖອດຖອນບົດຮຽນອັນເລິກ ເຊິ່ງຈາກການປະຕິວັດຫວຽດ ນາມ ເຄີຍເປັນຊົນຊາດທີ່ຖືກກົດຂີ່ ຂູດຮີດ ແລະຖືກຮຸກຮານຖ້າຕັດ ສິນໃຈຕໍ່ສູ້ເພື່ອເອກະລາດ, ເສລີ ພາບ, ມີແນວທາງຕໍ່ສູ້ຢ່າງຖືກ ຕ້ອງ, ຮູ້ຈັກສ້າງໂອກາດ ແລະ ຍາດແຍ່ງເອົາໂອກາດໃນການ ລຸກຮື້ຂຶ້ນສາມາດລຸກຂຶ້ນປົດປ່ອຍ ໄດ້ຢ່າງສົມບູນເອົາປະເທດຊາດ ອອກຈາກແອກປົກຄອງຈັກກະ ພັດ-ລ່າເມືອງຂຶ້ນ, ລົບລ້າງທຸກ ການກົດຂີ່ຂູດຮີດ, ຄວາມອະຍຸຕິ ທຳ, ສ້າງສາລະບອບໃໝ່.

74 ປີທີ່ຜ່ານມາ, ດ້ວຍແນວ ທາງປະຕິວັດທີ່ຖືກຕ້ອງ, ສິລະ ປະການນຳພາອັນເກັ່ງກ້າຂອງ ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈິມິນ, ດ້ວຍນ້ຳ ໃຈອົດທົນ, ພິລະອາດຫານ,ຕັດ ສິນໃຈຍາດເອົາໄຊຊະນະ, ພ້ອມ ກັບການສະໜັບສະໜູນ, ອູ້ມຊູ ຊ່ວຍເຫຼືອຈາກບັນດາເພື່ອນມິດ ສະຫາຍ ແລະປະຊາຊົນຜູ້ກ້າວ ໜ້າໃນທົ່ວໂລກ, ຄວາມເຫັນອົກ ເຫັນໃຈ-ຮ່ວມທຸກຂອງປະຊາຊົນ ລາວອ້າຍນ້ອງ, ປະຊາຊົນຫວຽດ ນາມ ໄດ້ຕີຊະນະເທື່ອລະໜ້ອຍໃນ ບັ້ນຕໍ່ສູ້ຕ້ານການຮຸກຮານ, ປົດ ປ່ອຍພາກໃຕ້ຢ່າງສົມບູນ, ເອກະ ພາບທົ່ວປະເທດ, ເຮັດໃຫ້ທົ່ວປະເທດກ້າວຂຶ້ນສູ່ເສັ້ນທາງສັງຄົມນິຍົມ.

ໃນໂອກາດດຽວກັນນີ້ທ່ານ ປອ ໂພໄຊ ໄຊຍະສອນ ກໍ່ຮັບກຽດ ເຊີນຂຶ້ນປະກອບຄຳຄິດເຫັນ ເຊິ່ງ ເນື້ອໃນບາງຕອນທ່ານກ່າວວ່າ: ສາຍພົວພັນມິດຕະພາບຄວາມ ສາມັກຄີແບບພິເສດ ແລະການ ການຮ່ວມມືຢ່າງຮອບດ້ານ, ລະ ຫວ່າງ 2 ພັກ - 2 ລັດ ແລະປະຊາຊົນ 2 ຊາດ ແມ່ນປະທານ ໄກສອນ ພົມ ວິຫານ ແລະປະທານໂຮ່ຈິມິນ ເປັນ ຜູ້ສ້າງຕ້ັງຂຶ້ນໃນສະໄໝສົງຄາມ ຕໍ່ສູ້ກັບພວກຈັກກະພັດລ່າເມືອງ ຂຶ້ນຝຣັ່ງ-ອາເມລິກາ 2 ຊາດລາວ ຫວຽດນາມ ເຄີຍໄດ້ຮ່ວມຂຸມຄອງ ສູ້ຮົບຕີສັດຕູໂຕດຽວກັນມາໃນ ໄລຍະທີ່ປະເທດຊາດມີການພັດ ທະນາທັງສອງປະເທດ ເວົ້າສະ ເພາະກໍ່ແມ່ນແຂວງໃກ້ຄຽງຂອງ ຫວຽດນາມ ກັບແຂວງສະຫວັນ ນະເຂດ ກໍ່ຍັງເພີ່ມທະວີຊ່ວຍເຫຼືອຮ່ວມມືໃນທຸກດ້ານ. ຕອນທ້າຍບັນດາແຂກ ແລະຜູ້ແທນໄດ້ຮັບຊົມການສະ ແດງສິລະປະວັນນະຄະດີ ພ້ອມ ກິນເຂົ້າສາມັກຄີດ້ວຍບັນຍາກາດ ມ່ວນຊື່ນ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເຫດການ
302 Found

Found

The document has moved here.