ສານຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2019-2020

17:38 | 31/08/2019

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.

ສານຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2019-2020

ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ

ໂດຍເຫັນຄວາມສຳຄັນ ຂອງ​ຊັບພະຍາກອນ​ມະນຸດ ເຊິ່ງເປັນກຳລັງແຮງອັນໃຫຍ່ຫລວງ ຂອງການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ໝັ້ນຄົງນັ້ນ, ພັກ ແລະ ລັດ ໄດ້ໃຫ້ຄວາມສຳ ຄັນເປັນພິເສດ ຕໍ່ການພັດທະນາການສຶກສາ ດ້ວຍການຍົກຄຸນນະພາບ ຂອງການຮຽນ-ການສອນ ໃຫ້ມີຄຸນນະພາບ ນັບມື້ນັບສູງຂຶ້ນ ເປັນການສ້າງຊັບພະຍາກອນມະນຸດຂອງຊາດ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນແຕ່ລະໄລຍະ ເພື່ອນໍາເອົາປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສືບຕໍ່ກ້າວເດີນໄປຂ້າງໜ້າດ້ວຍຄວາມໜັກແໜ້ນ, ໝັ້ນຄົງຕາມແນວທາງ ແລະ ເປົ້າໝາຍຂອງພັກ ແລະ ລັດເຮົາ.

ໃນສົກຮຽນຜ່ານມາ, ເຖິງວ່າປະເທດເຮົາໄດ້ປະເຊີນ ກັບຄວາມຫຍຸ້ງຍາກຫລາຍປະການ, ອັນເນື່ອງມາຈາກໄພທຳມະຊາດ ເຮັດໃຫ້ພື້ນຖານໂຄງລ່າງຂອງການສຶກສາ ໄດ້ຮັບຜົນກະທົບປານໃດກໍ່ຕາມ ແຕ່ ສະພາບການຮຽນ-ການສອນ ໄດ້ດຳເນີນມາດ້ວຍບັນຍາກາດທີ່ດີ ແລະ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນ:ການພັດທະນາ ຫລັກສູດຊັ້ນປະຖົມ ປ1 ໃໝ່, ການຮຽນການສອນສາມັນປະສົມວິຊາຊີບ ໃນມັດທະຍົມສຶກສາຕອນປາຍ, ທັງມີຄວາມພະຍາຍາມຍົກລະດັບ ຄຸນນະພາບຂອງການສຶກສາຂຶ້ນຕື່ມ ເພື່ອໃຫ້ເທົ່າທຽມກັບມາດຕະຖານ ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເທື່ອລະກ້າວ.ພວກເຮົາມີຄວາມພາກພູມໃຈ ທີ່ເຫັນວ່າ ໃນເວທີການແຂ່ງຂັນດ້ານ ການສຶກສາໃນລະດັບພາກພື້ນ ແລະ ສາກົນ, ນັກຮຽນລາວເຮົາ ສາມາດຍາດ ໄດ້ຫລາຍລາງວັນສໍາຄັນ ມາໃຫ້ແກ່ປະເທດຊາດເຮົາ; ອີກດ້ານໜຶ່ງ ໃນສົກປີຮຽນຜ່ານມາ ແມ່ນອັດຕາປະລະການຮຽນ ຂອງນັກຮຽນ ປ 1 ຫລຸດລົງ,ອັດຕາການເຂົ້າຮຽນຂອງເດັກ 5 ປີ ເພີ່ມຂຶ້ນ, ຈຳນວນນັກຮຽນທີ່ສະໝັກ ເຂົ້າສາຍອາຊີວະສຶກສາ ເພີ່ມຂຶ້ນກວ່າເກົ່າ ເຊິ່ງສະແດງໃຫ້ເຫັນໄດ້ມີການຫັນປ່ຽນຄວາມຄິດ ແລະ ຄ່ານິຍົມ ຂອງການຮຽນຮູ້ໃຫ້ໄປຕາມແຜນ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໄດ້ດີຂຶ້ນ.

ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ທຸກລະດັບ, ບັນດາສະຖາບັນການສຶກສາ​ທຸກຂັ້ນ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ​, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ນັກຮຽນ-ນັກສຶກສາ ທຸກຖ້ວນໜ້າທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ຜົນສໍາເລັດດັ່ງກ່າວໃນປີຜ່ານໆມາ. ພ້ອມກັນນີ້, ກໍສະແດງຄວາມຂອບໃຈມາຍັງ ບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ມີສ່ວນຮ່ວມໃນການພັດທະນາ ເຮັດໃຫ້ລະບົບການສຶກສາຂອງ ສປປ ລາວ ໄດ້ຮັບການປັບປຸງ ແລະ ພັດທະນາເປັນກ້າວໆ, ຫວັງຢ່າງຍິ່ງວ່າຈະໄດ້ຮັບການ ສືບຕໍ່ສະໜັບສະໜູນຕະຫລອດໄປ.

ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ເພື່ອເຮັດໃຫ້ສົກປີການສຶກສາ 2019-2020 ດຳເນີນໄປຢ່າງມີປະສິດທິຜົນ ແລະ ສືບຕໍ່ພັດທະນາລະບົບການສຶກສາ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ ເຂັ້ມແຂງ ເປັນພື້ນຖານໃຫ້ແກ່ ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດເຮົາ,ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ຜູ້ບໍລິຫານການສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດໝາຍ ແລະ ລະບຽບການດ້ານການສຶກສາ ຢ່າງເຂັ້ມງວດ; ເອົາໃຈໃສ່ພັດທະນາສະຖານ ການສຶກສາໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ; ເອົາໃຈໃສ່ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ ໃນແຕ່ລະສະຖານການສຶກສາ ກໍຄືໃນທົ່ວຂະແໜງ ການສຶກສາຂອງປະເທດ ແລະ ສ້າງໃຫ້ມີບາດກ້າວໃໝ່ທີ່ນັບມື້ນັບມີຄຸນນະພາບປອດໃສ ແລະ ກ້າວໜ້າທັນສະໄໝ.

ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ, ສືບຕໍ່ຮຽນຮູ້ເອົາຄວາມຮູ້ໃໝ່ໆ ເພື່ອຖ່າຍທອດໃຫ້ແກ່ນັກຮຽນ, ນັກສຶກສາ ຢ່າງເປັນປະຈຳ, ເຝິກຝົນ ຈັນຍາບັນ, ທັງພັດທະນາຕົນເອງ ດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນທີ່ສ້າງສັນ, ຫລາກຫລາຍ, ທັນກັບສະພາບການ ແລະ ນຳເອົາເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ ໃຫ້ແກ່ນັກຮຽນ-ນັກສຶກສາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ນັກຮຽນ-ນັກສຶກສາ ຕ້ອງຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຈົ່ງຕັ້ງໜ້າຝຶກຝົນຫລໍ່ຫລອມໃຫ້ກາຍເປັນນັກຮຽນທີ່ດີ, ນັກຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫລານທີ່ດີຂອງຜູ້ປົກຄອງ, ເປັນພົນລະ ເມືອງດີຂອງປະເທດຊາດ ແລະ ເປັນຜູ້ທີ່​ມີຄວາມຮູ້ ຄວາມສາມາດເພື່ອສືບທອດພາລະກິດຂອງຊາດ ໃນອະນາຄົດ.

ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຜູ້ປົກຄອງ, ຊຸມຊົນ, ຜູ້ປະກອບການ ແລະ ສັງ ຄົມ ຈົ່ງພ້ອມກັນປະກອບສ່ວນ ຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມບົ່ມສອນ ນັກຮຽນ-ນັກສຶກສາ ກໍຄືລູກຫລານຂອງຕົນໃຫ້ເຫັນ ຄວາມສຳຄັນຂອງການສຶກສາ ໃນການສ້າງອະນາຄົດ ຂອງຕົນເອງ ກໍຄືປະເທດຊາດ ແລະ ໃຫ້ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງໝົດທຸກຄົນໃນທົ່ວສັງຄົມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.