ເປີດເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ ພະນັກງານໂຮງງານການພິມກອງທັບປະຊາຊົນລາວ

14:16 | 04/09/2019

ຍສໝ - ໃນຕອນແລງວັນທີ 3 ກັນຍາ ກົມໂຄສະນາຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດບັ້ນເຝິກອົບຮົມວິຊາສະເພາະ ເຕັກນິກການພິມໃຫ້ແກ່ຖັນແຖວພະນັກງານຂອງໂຮງງານການພິມກອງທັບປະຊາຊົນລາວ ປະຈຳປີ 2019 ຢູ່ທີ່ກອງ 871 ກົມໃຫຍ່ການ ເມືອງກອງທັບ.

ເປີດເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ ພະນັກງານໂຮງງານການພິມກອງທັບປະຊາຊົນລາວ

ເປີດເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ ພະນັກງານໂຮງງານການພິມກອງທັບປະຊາຊົນລາວ. (ພາບ:qdnd.vn)

ບົດຄຳເຫັນເປີດບັ້ນເຝິກອົບຮົມ ຂອງ ສະຫາຍ ພົຈວ ຫງວຽນວັນຕິ້ນ ຮອງຫົວໜ້າກົມໂຄສະນາ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວໜຶ່ງທີ່ມີຄວາມໝາຍແທດເໝາະກັບສະພາບຕົວຈິງທີ່ສຸດ ມັນໄດ້ປະກອບສ່ວນສຳຄັນ ໃຫ້ແກ່ວຽກບຳລຸງ-ຍົກສູງລະດັບວິຊາສະເພາະໃຫ້ແກ່ຖັນແຖວພະນັກງານ, ພະນັກງານເຕັກນິກສາຍການພິມ ຂອງກອງທັບປະຊາຊົນລາວ. ສະຫາຍ ພົຈວ ຫງວຽນວັນຕິ້ນ ໄດ້ເນັ້ນໜັກວ່າ: ການຈັດຕັ້ງພິທີເປີດບັ້ນເຝິກອົບຮົມວິຊາສະເພາະເຕັກນິກການພິມໃຫ້ແກ່ຖັນແຖວພະນັກງານຂອງໂຮງງານການພິມກອງທັບປະຊາຊົນລາວ ມັນໄດ້ເປັນການເພີ່ມທະວີ ແລະ ເປີດກວ້າງສາຍພົວພັນຮ່ວມມືໃນຂົງເຂດວິຊາສະເພາະທາງດ້ານການທະຫານກໍ່ຄືວຽກງານປ້ອງກັນຊາດ ຂອງສອງກອງທັບປະຊາຊົນ ຫວຽດນາມ-ລາວ.

ສະຫາຍ ພົຈວ ຫງວຽນວັນຕິ້ນ ຍັງໃຫ້ຮູ້ອີກວ່າ ບັ້ນເຝິກອົບຮົມໃນຄັ້ງນີ້ຈະແກ່ຍາວເປັນເວລາ 1 ເດືອນ ບັນດາພະນັກງານຂອງໂຮງງານການພິມກອງທັບປະຊາຊົນລາວ ຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ ບັນດາບັນຫາພື້ນຖານກ່ຽວກັບເຕັກນິກ-ວິຊາສະເພາະລວມທັງທິດສະດີ ແລະ ພາກປະຕິບັດຕົວຈິງຂອງ ວິຊາສະເພາະຂະແໜງການ ການຈັດໜ້າເອກະສານໃນຄອມພິວເຕີ, ວິຊາສະເພາະຂະແໜງການ ການໃຊ້ງານເຄື່ອງພິມ Offset, ພາກສ່ວນຕົບແຕ່ງຜະລິດຕະພັນ ແລະ ພາກສ່ວນສ້ອມແປງບຳລຸງຮັກສາເຄື່ອງພິມ Offset... ນອກຈາກນັ້ນຕະຫຼອດໄລຍະການເຂົ້າຮ່ວມເຝິກອົບຮົມ ບັນດາຖັນແຖວພະນັກງານຂອງໂຮງງານການພິມກອງທັບປະຊາຊົນລາວ ຈະໄດ້ມີຫຼາຍໂອກາດເພື່ອແລກປ່ຽນບົດຮຽນ, ຄວາມຮູ້ ແລະ ຫົວຄິດປະດິດສ້າງໃໝ່ໃນວຽກງານການພິມ. ບັນດາວິທີການແກ້ໄຂເພື່ອຍົກສູງວຽກງານການພິມໃນປະຈຸບັນ ສາມາດເຫັນໄດ້ບັນດາຈຸດດີ ກໍ່ຄືບັນດາຂໍ້ຈຳກັດ ເພື່ອຖອດຖອນບົດຮຽນໃຫ້ທັນກັບສະພາບການ ແນໃສ່ໃຫ້ວຽກງານການພິມສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໄລ ຍະໃໝ່.

ວຽກງານການພິມໃນກອງທັບ ມີທີ່ຕັ້ງ ແລະ ພາລະບົດບາດທີ່ສຳຄັນ ມັນທັງເປັນເຄືື່ອງມືໃຫ້ແກ່ວຽກງານແນວຄິດວັດທະນະທຳ ແລະ ທັງເປັນຂະແໜງເສດຖະກິດເຕັກນິກ. ເປັນອີກຂອດໜຶ່ງທີ່ສຳຄັນຂອງວຽກງານພິມຈຳໜ່າຍ, ດຳເນີນການພິມຂ່າວທຸກປະເພດ, ວາລະສານ ແລະ ພິມຈໍາໜ່າຍບັນດາຜະລິດຕະພັນຕ່າງໆທາງດ້ານການພິມເພືື່ອບໍລິ ການໃຫ້ວຽກງານຂ່າວສານ, ວຽກງານສຶກສາ, ວຽກງານການເຝິກແອບກຽມພ້ອມສູ້ຮົບ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວັດທະນະທຳການອ່ານ. ຍົກສູງຊີວິດຄວາມເປັນຢູ່ ແນວຄິດ - ວັດທະນະທຳຂອງພະນັກງານ, ນັກຮົບ ສາມາດປະກອບສ່ວນເພື່ອກໍ່ສ້າງໃຫ້ກອງທັບມີຄວາມເຂັ້ມແຂງທາງດ້ານການເມືອງ. ໃນບັນດາຊຸມປີທີ່ຜ່ານມາ ກອງທັບສອງຊາດ ລາວ-ຫວຽດນາມ ໄດ້ຈັດບັ້ນພົບປະແລກປ່ຽນບົດຮຽນ, ບັ້ນຮ່ຳຮຽນວິຊາສະເພາະທີ່ກ່ຽວຂ້ອງຢ່າງເປັນປົກກະຕິ ທັງນີ້ກໍ່ເພື່ອຍົກສູງລະດັບເຕັກນິກ-ວິຊາສະເພາະ ໃຫ້ແກ່ຖັນແຖວພະນັກງານ, ກຳມະກອນໃນສາຍການພິມຂອງກອງທັບສອງປະເທດ.

(ໄຊພອນ)