|
ທ່ານ ເຈິ່ນວັນມິນ ຮອງຫົວໜ້າສະໂມສອນຮວ່າງແອັງຢາລາຍ ຕ້ອນຮັບທີມຊາດ U16 ລາວ ຢູ່ສະໜາມບິນ Pleiku. (ພາບ: sggp.org.vn)
ທີມຊາດ U16 ລາວ ລວມມີສະມາຊິກທັງໝົດ 31 ຄົນ ແລະ ມີການຝຶກຊ້ອມຢູ່ສູນຝຶກຊ້ອມຮ່າມຣົ່ງ, ແຂວງຢາລາຍ ໃນລະຫວ່າງວັນທີ 1-6 ກັນຍາດ້ວຍການໜູນຊ່ວຍຈາກສະໂມສອນຮວ່າງແອັງຢາລາຍ.
ທີມຊາດ U16 ລາວ ໂດຍຫົວໜ້າຄູຝຶກຄົນສິງກະໂປ ທ່ານ Sugunan ນໍາພາຈະແຂ່ງຂັນ 2 ນັດ ຢູ່ ຫວຽດນາມ. ລະອຽດແມ່ນຕອນບ່າຍວັນທີ 3 ກັນຍາ, ທີມຊາດ U16 ລາວ ຈະແຂ່ງຂັນກັບທີມ U16 ຂອງສະໂມສອນຮວ່າງແອັງຢາລາຍ ແລະ ຕອນບ່າຍວັນທີ 5 ກັນຍາຈະແຂ່ງຂັນກັບທີມ U16 NutiFood.
(ແຫຼ່ງຂໍ້ມູນ: la.qdnd.vn)