ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

10:57 | 02/09/2019

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).

ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ.ຫວຽດນາມ.(ພາບ:baoquocte.vn)

ທີ່ການຕ້ອນຮັບ, ຕາງໜ້າໝູ່ຄະນະພະນັກງານສະຖານທູດລາວ, ທ່ານ ຄຳພັນ ອັ່ນລາວັນ ອວຍພອນພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ອວຍພອນຫວຽດນາມ ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະຈະເລີນຮຸ່ງເຮືອງ.

ທ່ານ ຄຳພັນ ອັ່ນລາວັນ ໄດ້ສະແດງຄວາມປິຕິຊົມຊື່ນ, ເອກອ້າງທະນົງໃຈຕໍ່ການພົວພັນສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ເວົ້າລວມ ແລະ ການພົວພັນ, ການຮ່ວມມືສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສະຖານທູດສອງປະເທດ ປະຈຳ ອາເມລິກາ ເວົ້າສະເພາະ.

ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ນໍາໜ້າຄະນະພະນັກງານສະຖານທູດແຫ່ງສປປ.ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ອວຍພອນວັນສະຖາປະນາປະເທດ ສສ. ຫວຽດນາມ ຄົບຮອບ 74 ປີ. (ພາບ:baoquocte.vn)

ສ່ວນ ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບຖານອ້າຍນ້ອງ ແລະ ການຮ່ວມມືແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ສອງສະຖານທູດໄດ້ຮັບການພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງເນັ້ນໜັກວ່າປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການສະໜັບສະໜູນອັນລໍ້າຄ່າ, ສາຍຈິດມິດໃຈຂອງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ.

ໃນບັນຍາກາດມິດຕະພາບ ແລະ ສະໜິດສະໜົມ, ເອກອັກຄະລັດຖະທູດສອງທ່ານເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງສະຖານທູດກວ່າອີກ; ເພີ່ມທະວີການແລກປ່ຽນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການເພີ່ມທະວີການຮ່ວມມືສອງຝ່າຍກັບປະເທດປະຈໍາຖິ່ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.