ປະຊາຊົນຊາວລາວ ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ

06:20 | 03/09/2019

ຍສໝ - ວັນທີ 1 ກັນຍາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດກີມລຽນ, ເມືອງນາມດ່ານ, ແຂວງເງະອານ, ຢູ່ເຮືອນລຸງໂຮ່ ໄດ້ມີຄະນະນັກທ່ອງທ່ຽວຫຼາຍຄະນະ, ປະຊາຊົນຫຼາຍພັນເທື່ອຄົນມາຖະຫວາຍທູບທຽນ ແລະ ມາຢ້ຽມຢາມບ້ານພໍ່ປູ່ແມ່ຍ່າ, ພໍ່ເຖົ້າແມ່ເຖົ້າຂອງປະທານ ໂຮ່ຈີມິນ, ຖະຫວາຍທູບທຽນຢູ່ເຂດຂຸມຝັງສົບທ່ານນາງ ຮວ່າງທິລວານ, ແມ່ຂອງລຸງໂຮ່.

ໃນບັນດາຄະນະນັກທ່ອງທ່ຽວທີ່ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ ແລະວັນຊາດທີ 2 ກັນຍາມີປະຊາຊົນປະເທດເພື່ອນລາວ ຫຼາຍຮ້ອຍຄົນກໍ່ມາຖະຫວາຍທູບທຽນອາໄລຫາລຸງໂຮ່.

ນັກທ່ອງທ່ຽວ ໄດ້ຢ້ຽມຊົມບັນດາວັດຖຸທີ່ລະນຶກທີ່ຕິດພັນໃນຄາວເຍົາໄວຂອງປະທານ ໂຮ່ຈີມິນ ແລະຮັບຟັງຜູ້ບັນລະຍາຍເຂດປູຊະນີຍະສະຖານແຫ່ງຊາດພິເສດກີມລຽນ ເລົ່າບັນດາເລື່ອງທີ່ສະເທືອນໃຈກ່ຽວກັບຄອບຄົວລຸງໂຮ່… ເຖິງວ່າຜ່ານນາຍແປພາສາກໍ່ຕາມ, ແຕ່ບັນດາຜູ້ແທນຂອງຄະນະກໍາມະການແນວລາວສ້າງຊາດແຂວງບໍລິຄໍາໄຊ ກໍ່ຮູ້ສຶກໄດ້ເຖິງຄວາມສະເທືອນໃຈ.

ປະຊາຊົນຊາວລາວ ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ

ຄະນະນັກທ່ອງທ່ຽວປະເທດເພື່ອນລາວ ຫຼາຍຄະນະໄດ້ມາຖະຫວາຍທູບທຽນອາໄລຫາລຸງໂຮ່ ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດກີມລຽນ. (ພາບ: vov.vn)

ທ່ານ ລໍາສະໄໝ ວໍລະສານ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ ແບ່ງປັນວ່າ, ທ່ານມີຄວາມພາກພູມໃຈ ແລະເປັນກຽດທີ່ສຸດເມື່ອໄດ້ມາຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ. ຍ້ອນລຸງໂຮ່ ແມ່ນຜູ້ກໍ່ຕັ້ງສາຍພົວພັນສາມັກຄີແບບພິເສດຂອງສອງປະເທດ ຫວຽດນາມ-ລາວ.

ມາຢ້ຽມຢາມເຮືອນ, ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ເນື່ອງໃນໂອກາດພິເສດນີ້ໄດ້ເຮັດໃຫ້ນາງ ໄພສະແຫວງ ຄູນຈັນທາ ພະນັກງານພະແນກພົວພັນຕ່າງປະເທດແຂວງບໍລິຄໍາໄຊ ຍິ່ງມີຄວາມສະເທືອນໃຈ. ເຖິງວ່າໄດ້ມາສະຖານທີ່ແຫ່ງນີ້ 3 ເທື່ອແລ້ວກໍ່ຕາມ, ແຕ່ວ່າມາເທື່ອໃດນັ້ນນາງກໍ່ລ້ວນແຕ່ມີຄວາມຮູ້ສຶກສະເທືອນໃຈສະເພາະ ແລະເຮັດໃຫ້ນາງຢາກມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ຕື່ມອີກ.

ຕອນເຊົ້າມື້ດຽວກັນ, ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນພະນັກງານ ແລະປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ (ຫວຽດນາມ) ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ສສ. ຫວຽດນາມ.

ຕາງໜ້າຄະນະພະນັກງານເມືອງຄໍາເກີດ, ທ່ານ ວັນວິໄລ ແດນພູຫຼວງ ເລຂາພັກເມືອງ, ເຈົ້າເມືອງຄໍາເກີດ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດຕໍ່ພະນັກງານ, ປະຊາຊົນເມືອງຫວູກວາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ສສ. ຫວຽດນາມ.ທ່ານ ວັນວິໄລ ແດນພູຫຼວງ ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຕັ້ງໜ້າຂອງເມືອງຫວູກວາງ ໃນໄລຍະຜ່ານມາ ແລະຢັ້ງຢືນວ່າ, ອົງຄະນະພັກ ແລະປະຊາຊົນເມືອງຄໍາເກີດ ຍາມໃດກໍ່ຈະຄຽງບ່າຄຽງໄຫຼ່, ສືບຕໍ່ສົມທົບ, ພ້ອມກັນພັດທະນາ.

ປະຊາຊົນຊາວລາວ ມາຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ

ຄະນະພະນັກງານເມືອງຄໍາເກີດ ມອບດອກໄມ້ອວຍພອນເມືອງຫວູກວາງ. (ພາບ: baohatinh.vn)

ການນໍາເມືອງຫວູກວາງ ໄດ້ຂອບໃຈຕໍ່ບັນດາອາລົມຈິດອັນລໍ້າຄ່າທີ່ພະນັກງານ ແລະປະຊາຊົນເມືອງຄໍາເກີດ ສະຫງວນໃຫ້ທ້ອງຖິ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດທີ 2 ກັນຍາ; ພ້ອມທັງເນັ້ນໜັກວ່າການເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງສອງປະເທດ, ສອງທ້ອງຖິ່ນ, ເມືອງຫວູກວາງ ຍາມໃດກໍ່ຈະເປັນເຈົ້າການ, ສ້າງເງື່ອນໄຂ ແລະສົມທົບກັບເມືອງຄໍາເກີດ ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດຢ່າງຮອບດ້ານ ແລະມີປະສິດທິຜົນກວ່າ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.