|
ພາບປະກອບ
ນີ້ແມ່ນການເຄື່ອນໄຫວຮ່ວມມືປະຈໍາປີລະຫວ່າງສອງແຂວງກວ໋າງຈິ້ ສສ ຫວຽດນາມ ແລະ ແຂວງສະຫວັນນະເຂດ ສປປ ລາວ ໃນຕະຫຼອດໄລຍະ 20 ປີຜ່ານມາ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ້ ຍັງໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນມັດທະຍົມຕອນປາຍມິດຕະພາບລາວ-ຫວຽດນາມ ຢູ່ ນະຄອນໄກສອນ ພົມວິຫານ. ໂຮງຮຽນຫຼັງນີ້ໂດຍລັດຖະບານຫວຽດນາມ ເປັນຜູ້ອຸປະຖໍາດ້ວຍມູນຄ່າ 2 ລ້ານໂດລາສະຫະລັດ, ທຶນສົມທົບຂອງຝ່າຍລາວ ແມ່ນ 300 ພັນໂດລາສະຫະລັດ. ຄະນະປະຕິບັດງານໄດ້ມີການເຮັດວຽກກັບພະແນກສຶກສາ ແລະ ກິລາແຂວງສະຫວັນນະເຂດ ສປປ ລາວ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຜັນຂະຫຍາຍບາງການເຄື່ອນໄຫວຮ່ວມມືກ່ຽວກັບການສຶກສາ-ກໍ່ສ້າງ ໃນໄລຍະຈະມາເຖິງ.
(ໄຊພອນ)