ນັກກີລາດອກປີກໄກ່ລາວ ສ້າງຜົນງານໃນເວທີສາກົນ

15:07 | 30/08/2019

ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ ຫຼື ແອນ​ນ່າ ນັກ­ກີ­ລາ​ດອກ​ປີກ​ໄກ່​ສະ­ໂມ­ສອນ​ເສດ​ຖາ (ລາວ) ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ເຖິງ​ຈະ​ເສຍ​ໃຫ້​ນັກ­ກີ­ລາ​ສາວ​ຈາກ​ປະ­ເທດ​ອິນ​ໂດ​ເນ​ເຊຍ 0-2 ເຊັດ ໃນ​ຮອບ​ຊີງ​ຊະ­ນະ​ເລີດ​ກໍ​ຕາມ ແຕ່​ກໍ​ເປັນ​ຜົນ­ງານ​ຄັ້ງ​ທຳ​ອິດ​ໃນ​ເວ­ທີ​ສາ­ກົນ ໂດຍ​ຄວ້າ 1 ຫຼຽນ​ເງິນ ພ້ອມ​ເງິນ​ລາ­ງວັນ 900 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 7 ລ້ານ​ກີບ ສ້າງ​ຊື່​ສຽງ ແລະ ກຽດ​ຕິ​ສັກ​ສີ​ໃຫ້​ປະ­ເທດ​ຊາດ ໃນ​ລາຍ­ການ​ດອກ​ປີກ​ໄກ່​ຢູນ​ນານ​ໂຢ​ເນັກ​ແບັດ​ມິນ​ຕັນ​ແຊັມ​ປ້ຽນ​ຊິບ 2019 ທີ່​ແຂວງ​ຄຸນ​ມິງ ສປ ຈີນ ຮັບ​ກຽດ​ເປັນ​ເຈົ້າ­ພາບ​ວັນ​ທີ 24-27 ສິງ­ຫາ 2019.

ນັກກີລາດອກປີກໄກ່ລາວ ສ້າງຜົນງານໃນເວທີສາກົນ

ນັກກີລາດອກປີກໄກ່ລາວ ສ້າງຜົນງານໃນເວທີສາກົນ

ທີມ​ນັກ­ກີ­ລາ​ດອກ​ປີກ​ໄກ່​ຂອງ​ສະ­ໂມ­ສອນ​ເສດ​ຖາ ຕາງ­ໜ້າ​ລາວ​ເຮົາ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ 8 ຄົນ ໃນ​ນັ້ນ ຄະ­ນະ​ນຳ­ພາ​ຂອງ​ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ປະ­ທານ​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເສດ​ຖາ ຄູ​ເຝິກ 2 ຄົນ ນັກ­ກີ­ລາ​ຮຸ່ນ​ອາ­ວຸ­ໂສ 2 ຄົນ ນັກ­ກີ­ລາ​ຊາຍ​ທົ່ວ​ໄປ 2 ຄົນ ແລະ ນັກ­ກີ­ລາ​ຍິງ​ຮຸ່ນ​ທົ່ວ​ໄປ 1 ຄົນ ການ​ແຂ່ງ­ຂັນ​ມີ​ນັກ­ກີ­ລາ​ຈາກ 9 ປະ­ເທດ​ເຂົ້າ​ຮ່ວມ ປະ­ກອບ​ມີ​ເຈົ້າ­ພາບ​ຈີນ ໄທ ສິງ­ກະ­ໂປ ອິນ​ໂດ​ເນ​ເຊຍ ມຽນ​ມາ ມາ​ເລ​ເຊຍ ສິງ­ກະ­ໂປ ລາວ ຮົງ​ກົງ ແລະ ອົດ​ສະ​ຕາ​ລີ.

ສະ­ເພາະ​ລາຍ­ການ​ດ່ຽວ​ຍິງ ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ 10 ກວ່າ​ຄົນ ໃນ​ນັ້ນ​ໄດ້​ມີ​ການ​ຈັບ​ສະ­ຫຼາກ​ປະ​ກົບ​ຄູ່​ແຂ່ງ­ຂັນ​ເສຍ​ຕົກ​ຮອບ ແລະ ນາງ ເພັດ​ມະ­ນີ ແກ້ວ​ເພຍ​ຈັນ ສາ­ມາດ​ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ​ໄລ່​ເອົາ​ຊະ­ນະ​ນັກ­ກີ­ລາ​ເຈົ້າ­ພາບ ຊະ­ນະ​ນັກ­ກີ­ລາ​ຈາກ​ໄທ​ທະ­ລຸ​ເຂົ້າ​ເຖິງ​ຮອບ​ຊີງ​ຊະ­ນະ​ເລີດ ແຕ່​ໜ້າ​ເສຍ​ດ່າຍ​ໄປ​ພາດ​ທ່າ​ເສຍ​ໃຫ້​ນັກ­ກີ­ລາ​ຈາກ​ອິນ​ໂດ​ເນ​ເຊຍ ໄດ້​ພຽງ​ຫຼຽນ​ເງິນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.