ຍສໝ - ດ້ວຍຄຳຂວັນ “ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສ້າງສະມາຄົມໃຫ້ເຂັ້ມແຂງ”, ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ຮ່ວາວາງ (ນະຄອນ ດ່າໜັງ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທຳອິດ ອາຍຸການ 2021-2026.
ຍສໝ - ຫວ່າງແລ້ວນີ້, ແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ຈັດພິທີຕັດແຖບຜ້າສະຫຼອງເປີດນຳໃຊ້ຄູ່ດ່ານສາກົນ ເຕີນນາມ - Meun Chey ໃນຮູບແບບທີ່ຈັດຝ່າຍລະຟາກຊາຍແດນ ເພື່ອຈຳກັດການພົບປະ ແລະ ປ້ອງກັນພະຍາດ COVID-19.
ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...
ຍສໝ - ຕອນເຊົ້າວັນທີ 11 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ - ກຳປູເຈຍ, ໂດຍໄດ້ຮັບການສະໜັບສະໜູນ ຂອງສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຄົມຊາວຫວຽດນາມໃນນະຄອນຫຼວງພະນົມເປັນ.
ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.
ຍສໝ - ອະນຸສາວະລີມິດຕະພາບຫວຽດນາມ - ກຳປູເຈຍ ໃນແຂວງ Tbong Khnum ໄດ້ເລີ່ມລົງມືກໍ່ສ້າງ, ເຊິ່ງມີເນື້ອທີ່ປະມານ 4 ເຮັກຕາ, ລວມທັງອະນຸສາວະລີ ແລະ ຊຸດຮວບຮວມບັນດາເອກະເທດ ໄດ້ຈຸດທີ່ຕັ້ງທີ່ໃຈກາງຂອງແຂວງ Tbong Khnum
ຍສໝ - ທີ່ພິທີມອບຮັບ, ຜູ້ຕາງໜ້າຂອງ 22 ອົງການ ໄດ້ຮັບແຜນທີ່ ແລະ ເຂົ້າຮ່ວມໂຄງການຝຶກອົບຮົມ, ແນະນຳການຕິດຕັ້ງ ແລະ ນຳໃຊ້ແຜນທີ່ດີຈີຕອນ ເພື່ອນຳໃຊ້ເຂົ້າໃນວຽກງານຊາຍແດນ ພາຍຫຼັງທີ່ໄດ້ບັນທຶກເອກະສານນິຕິກຳ 2 ສະບັບ ໄດ້ຮັບຜົນສຳເລັດໃນການແບ່ງເຂດ ແລະ ປັກຫຼັກໝາຍຊາຍແດນ (ປະມານ 84%) ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.
ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.
ວັນທີ 3 ມີນາ, ທີ່ນະຄອນດ່ານັ້ງ ໄດ້ດໍາເນີນກອງປະຊຸມປະສົມ ຄັ້ງທີ 20 ລະຫວ່າງທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ກັບທະຫານເຂດ 1 (ກອງທັບລາດຊະວົງກໍາປູເຈຍ).
ຍສໝ - ໂຄງການວິທະຍຸມິດຕະພາບຫວຽດນາມ - ກຳປູເຈຍ ຄາດວ່າຈະໄດ້ຮັບການກໍ່ສ້າງ ແລະ ສຳເລັດພາຍໃນ 12 ເດືອນ. ປະຈຸບັນ ມີອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ 17 ແຫ່ງທີ່ໄດ້ເປີດການນຳໃຊ້ແລ້ວ.
ຍສໝ - ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ຍສໝ - ພວກເຮົາມີຫຼາຍໝື່ນຄົນທີ່ເຄີຍເຂົ້າຮ່ວມການຕໍ່ສູ້, ຊ່ວຍເຫຼືອ ກຳປູເຈຍ. ໃນຊີວິດປະຈຳວັນ, ຫຼາຍຄົນຍັງທຸກຍາກ. ພວກຂ້າພະເຈົ້າເຕົ້າຮົມເຂົາຢູ່ແຕ່ລະທ້ອງຖີ່ນ, ຕາມແຕ່ລະແນວໂຮມ, ແຕ່ລະເຫຼົ່າຮົບ ແລະ ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ເອົາໃຈໃສ່, ແບ່່ງປັນກັບເຂົາ.
ຕອນເຊົ້າວັນທີ 22 ພະຈິກ, ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນເວທີປາໄສສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ.
ຍສໝ - ການແລກປ່ຽນປະສົບການລະຫວ່າງກອງທັບ ຫວຽດນາມ - ກຳປູເຈຍ ຈະປະກອບສ່ວນຍົກສູງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດເວົ້າລວມ ແລະ ລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ສູນຄົ້ນຄວ້າຍຸດທະສາດການທະຫານກອງທັບລາດຊະວົງ ກໍາປູເຈຍ ເວົ້າສະເພາະ.
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ວກ.ອອນໄລ - ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສົມເດັດເຕໂຈ ຮຸນເຊນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກກຳປູເຈຍ, ທ່ານຫງວຽນຊວັນຝຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ແຕ່ວັນທີ 24-25 ເມສາ 2017.