ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ກຳປູເຈຍ

16:45 | 05/03/2020

ວັນທີ 3 ມີນາ, ທີ່ນະຄອນດ່ານັ້ງ ໄດ້ດໍາເນີນກອງປະຊຸມປະສົມ ຄັ້ງທີ 20 ລະຫວ່າງທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ກັບທະຫານເຂດ 1 (ກອງທັບລາດຊະວົງກໍາປູເຈຍ).

ທ່ານພົນຕີ ຫງວຽນລອງກ໊າງ, ຜູ້ບັນຊາການທະຫານເຂດ 5 ແລະທ່ານພົນເອກ Hout Cheang ຮອງຜູ້ບັນຊາການທະຫານບົກ, ຜູ້ບັນຊາການທະຫານເຂດ 1, ກອງທັບລາດຊະວົງກໍາປູເຈຍ ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການ ແລະຕີລາສູງໝາກຜົນການຮ່ວມມືປີ 2019; ແລກປ່ຽນ, ເຫັນດີເປັນເອກະພາບເນື້ອໃນການຮ່ວມມືປີ 2020. ຕາມນັ້ນແລ້ວ, ປີ 2019, ໂດຍປະຕິບັດຕາມແຜນນະໂຍບາຍຂອງລັດຖະບານ ແລະກະຊວງປ້ອງກັນປະເທດສອງປະເທດ, ການສົມທົບກັນ, ການພົວພັນຮ່ວມມືຫຼາຍດ້ານຂອງທະຫານເຂດ 5 ກັບທະຫານເຂດ 1 ໄດ້ຮັບການປັງປຸງ, ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ. ສອງຝ່າຍໄດ້ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ເພີ່ມທະວີການລາດຕະເວນ, ຄວບຄຸມເສັ້ນຊາຍແດນຢ່າງແໜ້ນແຟ້ນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທົ່ວສັງຄົມຢູ່ບໍລິເວນຊາຍແດນ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ກຳປູເຈຍ

ທ່ານພົນເອກ Hout Cheang ແລະທ່ານພົນຕີ ຫງວຽນລອງກ໊າງ ລົງນາມໃນບົດບັນທຶກທີ່ກອງປະຊຸມປະສົມປີ 2020. (ພາບ: qdnd.la)

ປີ 2020, ທະຫານເຂດ 5 (ຫວຽດນາມ) ແລະທະຫານເຂດ 1 (ກໍາປູເຈຍ) ຈະເພີ່ມທະວີໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສາມັກຄີ, ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງປະເທດ...

(ແຫຼ່ງ​ຂໍ້​ມູນ​: qdnd.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.