ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ

06:59 | 05/03/2020

ຍສໝ - ໂຄງການວິທະຍຸມິດຕະພາບຫວຽດນາມ - ກຳປູເຈຍ ຄາດວ່າຈະໄດ້ຮັບການກໍ່ສ້າງ ແລະ ສຳເລັດພາຍໃນ 12 ເດືອນ. ປະຈຸບັນ ມີອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ 17 ແຫ່ງທີ່ໄດ້ເປີດການນຳໃຊ້ແລ້ວ.

ໃນວັນທີ 02 ມີນາ, ຢູ່ແຂວງ Kampong Speu ປະເທດ ກຳປູເຈຍ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ. ເຂົ້າຮ່ວມພິທີມີທ່ານຮອງປະທານປະຈຳ ແລະ ເລຂາທິການຄະນະກຳມະການແນວໂຮມພັດທະນາ, ສາມັກຄີປະເທດຊາດ ກຳປູເຈຍ, ທ່ານ Nhem Valy; ຜູ້ຕາງໜ້າທະຫານປ້ອງກັນປະເທດຫວຽດນາມ ປະຈຳ ກຳປູເຈຍ, ທ່ານພັນເອກ ຫງວຽນແທ່ງຈິງ; ຜູ້ນຳ ແຂວງ Kampong Speu ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນທ້ອງຖິ່ນ.

ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ

ພິທີເລີ່ມລົງມືກໍ່ສ້າງອານຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແຫ່ງທີ 22 ໃນ ກຳປູເຈຍ. (ພາບ: TTXVN)

ກ່າວຄຳປາໄສທີ່ຢູ່ພິທີ, ທ່ານ Nhem Valy ຊີ້ແຈ້ງວ່າ: “ພາຍຫຼັງວັນທີ 07 ມັງກອນ ປີ 1979, ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ບັນດາແຂວງ, ນະຄອນໃນທົ່ວປະເທດ ກຳປູເຈຍ ລ້ວນແຕ່ດຳເນີນການກໍ່ສ້າງອານຸສາວະລີມິດຕະພາບ ກຳປູເຈຍ-ຫວຽດນາມ, ໃນນັ້ນ ມີແຂວງ Kampong Speu. ອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ ຄາດຄະເນວ່າຈະ ໄດ້ປະຕິບັດກໍ່ສ້າງ ແລະ ສຳເລັດ ພາຍໃນ 12 ເດືອນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.