ຫວຽດນາມ - ກຳປູເຈຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບໝາກຜົນແຫ່ງການແລກປ່ຽນບັນຫາຊາຍແດນທາງບົກ ຢູ່ຫວຽດນາມ

16:30 | 11/01/2020

ຍສໝ - ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດເປັນຫົວໜ້າຄະນະ, ຄະນະຜູ້ແທນກຳປູເຈຍ ໂດຍທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ ເປັນຫົວໜ້າຄະນະ.

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາກ່ຽວກັບສະພາບການເຄື່ອນໄຫວຂອງລະບົບດ່ານຊາຍແດນຢູ່ການເສັ້ນຊາຍແດນລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ເຫັນດີເປັນເອກະພາບນຳກັນວ່າ ລະບົບດ່ານຊາຍແດນນັບມື້ນັບພັດທະນາ ໄດ້ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ, ການຄ້າ, ການບໍລິການ ແລະ ການລົງທຶນຂອງບັນດາແຂວງຢູ່ເຂດຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນເຂດ ຊາຍແດນ.

ຫວຽດນາມ - ກຳປູເຈຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບໝາກຜົນແຫ່ງການແລກປ່ຽນບັນຫາຊາຍແດນທາງບົກ ຢູ່ຫວຽດນາມ

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ (ພາບ: baoquocte)

ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບປະເພດຂອງບັນດາທາງບົກຊາຍແດນ, ສາລະບານລາຍຊື່ທາງບົກຊາຍແດນ, ແລະ ເຫັນດີເປັນເອກະພາບວ່າ ຈະຄົ້ນຄ້ວາ, ແລກປ່ຽນ ແລະ ສະ ເໜີວິທີການແກ້ໄຂເພື່ອມາດຕະຖານ ແລະ ພັດທະນາລະບົບຊາຍແດນທາງບົກລະຫວ່າງສອງປະເທດໄດ້ພັດທະນາຂະຫຍາຍຕົວຖືກທິດຢ່າງຕົວຈິງ, ມີປະສິດທິຜົນ, ເໝາະສົມກັບສະພາບຄວາມເປັນຈິງດ້ານການພັດທະນາຂອງແຕ່ລະທ້ອງຖິ່ນ, ສອດຄ່ອງກັບຂໍ້ກຳນົດກົດໝາຍ ແລະ ສອດຄ່ອງກັບແຜນການພັດທະນາທົ່ວໄປຂອງຫວຽດນາມ ແລະ ກຳປູເຈຍ. ໂດຍສະເພາະ ແມ່ນການປະສານງານຂອງການສຳຫຼວດສອງຝ່າຍ ຢູ່ຊາຍແດນທາງ​ບົກທີ່ສອງຝ່າຍໄດ້ສະເໜີເປີດ ແລະ ຍົກລະດັບໃນຂອບ ກອງປະຊຸມການຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນຫວຽດນາມ - ກຳປູເຈຍຄັ້ງທີ 9 ແລະ 10, ເພື່ອແລກປ່ຽນ, ເປັນເອກະພາບຍົກລະດັບດ່ານຊາຍແດນແຕ່ລະຄູ່ໃນອະນາຄົດ.

ຫວຽດນາມ - ກຳປູເຈຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບໝາກຜົນແຫ່ງການແລກປ່ຽນບັນຫາຊາຍແດນທາງບົກ ຢູ່ຫວຽດນາມ

ທັດສະນີຍະພາບກອງປະຊຸມ. (ພາບ: baoquocte)

ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົມທົບກັນຜັນຂະຫຍາຍວຽກງານຊາຍແດນໃນສະພາບການໃໝ່, ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີຈະລາຍງານຕໍ່ ລັດຖະບານສອງປະເທດອະນຸຍາດໃຫ້ສົມທົບກັນຮຽບຮຽງ “”ສັນຍາວ່າດ້ວຍດ່ານຊາຍແດນ ແລະ ຂໍ້ກຳນົດກົດລະບຽບໃນການຄຸ້ມຄອງດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ”

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກລວມ ຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການແລກປ່ຽນ ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງ ກຸ່ມປະຕິບັດງານປະສົມໃນໄຕມາດ II ຂອງ ປີ 2020.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.