ສະຫະພັນ ຫວິງຟຸກ ໄດ້ປຸກລະດົມການປະກວດຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ກຳປູເຈຍ

10:05 | 27/07/2022

ຍສໝ-ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ (1967 - 2022), ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ ຫວິງຟຸກ (ສະຫະພັນ ​ຫວິງຟຸກ) ​ໄດ້​ຈັດ​ຕັ້ງ​ການ​ປະ​ກວດ “ຊອກຮູ້​ກ່ຽວ​ກັບ​ປະ​ເທດ, ຊາວກຳປູເຈຍ ​ແລະ ການ​ພົວພັນ​ລະຫວ່າງ ຫວຽດນາມ ​- ກຳປູ​ເຈຍ”.

ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ
ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ
ສະຫະພັນ ຫວິງຟຸກ ໄດ້ປຸກລະດົມການປະກວດຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ກຳປູເຈຍ
ບັນດາຜູ້ແທນ ແລະ ນ້ອງໆນັກຮຽນຄົນ ກໍາປູເຈຍ ມາຢາມ ແລະ ຖ່າຍຮູບເພື່ອເປັນທີ່ລະນຶກທີ່ສະຖານທີ່ທ່ອງທ່ຽວ ໄຕທຽນ, ແຂວງ ຫວິງຟຸກ, ວັນທີ 24 ເມສາ 2022.

ໂດຍອີງຕາມ​ຄະນະ​ຈັດ​ຕັ້ງ​, ເປົ້າໝາຍທີ່​ເຂົ້າ​ຮ່ວມ​ການປະ​ກວດ​ລວມມີ ພະນັກງານ, ລັດຖະກອນ, ຜູ້ອອກແຮງງານທີ່​ເຮັດ​ວຽກ​ຢູ່​ບັນດາ​ພະແນກ, ຫ້ອງການ, ຂະແໜງການ ​ແລະ ວິ​ສາ​ຫະກິດເຊິ່ງຢູ່ໃນບໍລິເວນ​ແຂວງ​ ຫວິງ​ຟຸກ; ສະມາຊິກຂອງ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ສະມາຄົມ​ຢູ່​ໃນແຂວງ ຫ​ວິງ​ຟຸກ; ພະນັກງານ, ຄູ-ອາຈານ, ນັກຮຽນ, ນັກສຶກສາຂອງບັນດາໂຮງຮຽນ, ສະຖາບັນການສຶກສາທີ່ຢູ່ໃນບໍລິເວນແຂວງ ຫວິງຟຸກ. ປະຊາຊົນທີ່ພວມດຳລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ບໍລິເວນແຂວງ ຫວິງຟຸກ. ຊາວ ຫວິງຟຸກ ທີ່ພວມ​ດຳລົງ​ຊີວິດ, ສຶກສາຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ. ຊາວ ​ກຳປູ​ເຈຍ ​ທີ່ພວມ​ດຳລົງ​ຊີວິດ, ສຶກສາຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ ຫວິງ​ຟຸກ.

ບົດທີ່ເຂົ້າຮ່ວມການປະກວດຕ້ອງຕອບໃຫ້ຖືກຕາມເນື້ອໃນຄຳຖາມຂອງຄະນະກຳມະການ, ບໍ່ໃຫ້ຄັດ ຫຼື ກ໊ອບປີ້ເອົາເນື້ອໃນຈາກບ່ອນອື່ນ; ຖ້າ​ຫາກ​ວ່າ​ມີ​ການ​ອ້າງ​ອີງ​ກ່ຽວ​ກັບ​ເນື້ອ​ໃນ​, ຮູບ​ພາບ ​ແລະ​ ສາລະຄະດີ ເພື່ອອະທິບາຍຕື່ມ​ ​ຕ້ອງ​ມີ​ຄໍາ​ອະ​ທິ​ບາຍ​ທີ່​ຈະ​ແຈ້ງ​ລະອຽດ.

​ບົດທີ່ເຂົ້າຮ່ວມການປະກວດຕ້ອງນໍາໃຊ້ເປັນ​ພາ​ສາ​ຫວຽດ​ນາມ, ພິມ​ໃສ່​ໃນ​ເຈ້ຍ A4​, ຟອນໜັງສື Times New Roman​, ຂະ​ຫນາດ​ຕົວ​ໜັງສື 14 ແລະ​ ໄດ້ເຮັດເປັນເຫຼັ້ມ. ​ສົ່ງເສີມບັນດາບົດທີ່ເຂົ້າຮ່ວມການປະກວດ ມີເນື້ອໃນຢ່າງເລິກເຊິ່ງ, ຮູບການງາມ; ໄດ້ອະທິບາຍດ້ວຍຮູບພາບທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ເຫມາະສົມ; ມີໂຄງຮ່າງແບບຮັດກຸມ, ຊັດເຈນ; ສະ​ແດງ​ໃຫ້​ເຫັນແບບວິທີການຂຽນທີ່ພິເສດ​ ... ສໍາ​ລັບ​ບົດ​ຂຽນ​, ​ສາ​ມາດ​ຂຽນເປັນ​ຫຼາຍ​ປະ​ເພດ​, ຂຽນເປັນ​ພາ​ສາ​ຫວຽດ​, ແລະ ມີຄວາມຍາວ​ບໍ່​ເກີນ 2.000 ຄໍາ​, ສາມາດມີຮູບ​ພາບ ​ແລະ ​ສາລະຄະດີ​ອື່ນໆ​ທີ່​​ຕິດຄັດພ້ອມ​.

ໜ້າ​ປົກ​ຂອງ​ບົດທີ່ເຂົ້າຮ່ວມການປະກວດ ຕ້ອງຂຽນລະອຽດ​ວ່າ: ​ ບົດ​ເຂົ້າ​ຮ່ວມ​ການ​ປະກວດ “ຊອກຮູ້​ກ່ຽວ​ກັບ​ປະ​ເທດ, ຊາວກຳປູເຈຍ ​ແລະ ການ​ພົວພັນ​ລະຫວ່າງ ຫວຽດນາມ ​- ກຳປູ​ເຈຍ”. ບັນດາຂໍ້​ມູນ​ຂອງ​ຜູ້​ທີ່ເຂົ້າຮ່ວມການປະກວດ​: ຊື່​ ແລະ ນາມສະກຸນ; ວັນ/​ເດືອນ/​ປີ​ເກີດ; ສໍານັກງານ, ຫົວໜ່ວຍ (ຖ້າມີ); ທີ່ຢູ່; ເບີ​ໂທລະ​ສັບ.

ແຕ່ລະບຸກຄົນສາມາດສົ່ງບົດເຂົ້າຮ່ວມການປະກວດໄດ້ແຕ່ 1 ບົດເທົ່ານັ້ນ. ບົດທີ່ບໍ່ຖືກຕ້ອງຕາມກະຕິກາ ມີກໍລະນີຕໍ່ໄປນີ້: ບົດທີ່ເຂົ້າຮ່ວມການປະກວດແມ່ນບົດຄັດ ຫຼື ກ໊ອບປີ້ເອົາຈາກຄົນອື່ນ, ບົດສະສົມ, ລະເມີດລິຂະສິດ; ການຂຽນຊື່, ທີ່ຢູ່, ເບີໂທລະສັບຕິດຕໍ່ຂອງຜູ້ທີ່ເຂົ້າຮ່ວມການປະກວດບໍ່ຈະແຈ້ງ; ສົ່ງມາຊ້າກວ່າເວລາກຳນົດ.

ສໍາລັບລາງວັນ, ລາງວັນໝູ່ຄະນະ ລວມມີ: ລາງວັນທີໜຶ່ງ 01 ລາງວັນ, ລາງວັນທີສອງ 01 ລາງວັນ, ລາງວັນທີສາມ 01 ລາງວັນ, ລາງວັນຊົມເຊີຍ 01 ລາງວັນ, ສ່ວນລາງວັນບຸກຄົນ ລວມມີ: ລາງວັນທີໜຶ່ງ 01 ລາງວັນ, ລາງວັນທີສອງ 01 ລາງວັນ, ລາງວັນທີສາມ 02 ລາງວັນ, ລາງວັນຊົມເຊີຍ 03 ລາງວັນ ຄືໄປເຂົ້າຮ່ວມຕະຫຼາດນັດປຶ້ມຮົ່ງກົງ ຄັ້ງທີ 32 ປີ 2022.

ຫອມມາລາ

ເຫດການ
302 Found

Found

The document has moved here.