ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານຮ່ວມກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ

14:46 | 22/08/2019

ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ກຳປູເຈຍ.

ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ກຳປູເຈຍກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກໄດ້ຮັບການຈັດຕັ້ງພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານຮ່ວມກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ

ທ່ານ ຟ້າມບິ່ງມິງ ແລະ ທ່ານ Prak Sokhonn ໄດ້ລົງນາມໃນບົດບັນທຶກການຮ່ວມມືຂອງກອງປະຊຸມ . (ພາບ: baoquocte.vn)

ທີ່ກອງປະຊຸມນີ້, ສອງຝ່າຍໄດ້ພ້ອມກັບຕີລາຄາ ແລະ ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາໝາກຜົນທີ່ບັນລຸ້ໄດ້ຂອງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດໃນໄລຍະທີ່ຜ່ານມາເຊິ່ງໄດ້ຮັບການເພີ່ມທະວີທັງຂອບຂະໜາດ ແລະ ທັງປະສິດທິຜົນ. ສອງຝ່າຍກໍ່ໄດ້ປຶກສາຫາລືເພື່ອເຫັນດີເປັນເອກະພາບຕໍ່ທິດທາງສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກໆຂົງເຂດໃນໄລຍະຈະມາເຖິງ.

ສິ້ນສຸດກອງປະຊຸມ, ທ່ານ ຟ້າມບິ່ງມິງ ແລະ ທ່ານ Prak Sokhonn ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງດ້ວຍບັນດາເນື້ອໃນ, ລາຍການຮ່ວມມືຢ່າງລະອຽດໃນ 28 ຂົງເຂດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.