ທ່ານ ຫວູ ໝາວ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ
ພວກເຮົາມີຫຼາຍໝື່ນຄົນທີ່ເຄີຍເຂົ້າຮ່ວມການຕໍ່ສູ້, ຊ່ວຍເຫຼືອ ກຳປູເຈຍ. ໃນຊີວິດປະຈຳວັນ, ຫຼາຍຄົນຍັງທຸກຍາກ. ພວກຂ້າພະເຈົ້າເຕົ້າຮົມເຂົາຢູ່ແຕ່ລະທ້ອງຖີ່ນ, ຕາມແຕ່ລະແນວໂຮມ, ແຕ່ລະເຫຼົ່າຮົບ ແລະ ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ເອົາໃຈໃສ່, ແບ່່ງປັນກັບເຂົາ.
ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າສ້າງຂະບວນການ "ກ້າເບ້ຍມິດຕະພາບ" ສຳລັບນັກຮຽນ, ນັກສຶກສາ ກຳປູເຈຍ ຢູ່ ຫວຽດນາມ. ໄລຍະເວລາທີ່ບັນດາຫຼານຮຽນຢູ່ ຫວຽດນາມ ແມ່ນໄລຍະເວລາໜຶ່ງທີ່ສຳຄັນທີ່ສຸດ. ໃນເວລາທີ່ເຂົາຄິດຮອດພໍ່ແມ່ນ ແລະ ຂາດແຄນດ້ານວັດຖຸສິ່ງຂອງ, ບັນດາພໍ່ຮັກ, ແມ່ນຮັກຄົນ ຫວຽດນາມ - ແມ່ນບັນດາຄົນທີ່ເຄີຍມີເວລາຕໍ່ສູ້ຢູ່ ກຳປູເຈຍ, ເຂົ້າໃຈກຳປູເຈຍ - ຮັບເຂົາເປັນລູກຮັກ, ພ້ອມກັນແບ່ງປັນຄວາມສຸກ, ຄວາມເຫງົາ ກັບຫຼານໆທຸກຄົນ. ຫຼືແຕ່ລະອາທິດ ແລະ ບັນດາວັນບູນງານກໍເຊີນຫຼານທຸກຄົນມາຢ້ຽມຢາມເຮືອນ, ໂອ້ລົມ, ພາເຂົາໄປຢ້ຽມຊົມບັນດາສະຖານທີ່ສວຍງາມຂອງ ຫວຽດນາມ ເພື່ອໃຫ້ຫຼານທຸກໆຄົນເຂົ້າໃຈຫວຽດນາມຫຼາຍກວ່າ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດານັກສຶກສາຄົນກຳປູເຈຍຖືຫວຽດນາມ ເປັນບ້ານເກີດເມືອງນອນທີສອງ, ໃກ້ຊິດ, ສະໜິດຕິດແໜ້ນ. ເຂົາເອງເປັນກຳລັງທີ່ຈຳເປັນເພື່ອເພີ່ມທະວີສາຍໃຈສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ.
ຂ້າພະເຈົ້າຄິດວ່າໃນເວລາມໍ່ໆມານີ້, ສະມາຄົມສູນກາງຂອງສະຫະພັນຕ້ອງຕິດແໜ້ນການເຄື່ອນໄຫວ ກັບບັນດາທ້ອງຖິ່ນ. ໂດຍສະເພາະແມ່ນບັນດາທ້ອງຖິ່ນຢູ່ລຽບຊາຍແດນ ກັບກຳປູເຈຍ, ລາວ, ຈີນ.
ຕ້ອງຫັນລົງໜ້າໄປຮາກຖານ, ສຶກສາ, ເຜີຍແຜ່ໃຫ້ປະຊາຊົນພວກເຮົາເຂົ້າໃຈພາລະບົດບາດ, ທີ່ຕັ້ງຂອງການເຊື່ອມໂຍງກັບສາກົນ. ກໍຄືກັບການເຄື່ອນໄຫວດ້ານສາກົນ, ພວກເຮົາຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າກວ່າເກົ່າ. ຄວາມຫຍຸ້ງຍາກຂອງພວກເຮົາເປັນການເຄື່ອນໄຫວວຽກງານການທູດປະຊາຊົນ, ງົບປະມານມີນ້ອຍ, ສະນັ້ນຕ້ອງເພີ່ມທະວີວຽກງານຫັນເປັນສັງຄົມ, ຈາກນັ້ນມີການເຄື່ອນໄຫວສະໝໍ່າສະເໝີກວ່າເກົ່າ.
ໃນກອງປະຊຸມໃຫຍ່ເທື່ອທີ VI, ພວກເຮົາຕ້ອງຍົກໃຫ້ເຫັນທິດທາງໃໝ່ເພື່ອເຊື່ອມໂຍງເຂົ້າກັນຫຼາຍກວ່າ, ບໍ່ພຽງແຕ່ຂອງສະຫະພັນ, ຍັງມີຂອງບັນດາຄະນະ , ກະຊວງ, ພະແນກການ.
(ໄຊພອນ)