ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍພັນລະຍາໄດ້ເປັນປະທານງານລ້ຽງຂອງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອລ້ຽງຕ້ອນຮັບຄະນະການທູດເນື່ອງໃນໂອກາດປີໃໝ່ສາກົນ 2025 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະເພນີລະດູບານໃໝ່ ປີມະເສັງ 2025, ການນຳພັກ, ລັດ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.
ຍສໝ - ຕອນບ່າຍວັນທີ 9 ມັງກອນ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025.
ຍສໝ - ວັນທີ 6 ມັງກອນນີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ຈະຈັດຕັ້ງລາຍການປະສານດົນຕີແສງສີ - ຕ້ອນຮັບປີໃໝ່ 2025 ຢູ່ເຂດສີ່ແຍກ ຫງວຽນຮ່ວາງຕົ່ນ - ລາກລອງກວນ (ໄຕໂຮ່, ຮ່າໂນ້ຍ) ໃນເວລາ 20:00 ໂມງຂອງວັນທີ 18 ມັງກອນນີ້.
ຍສໝ - ຕອນຄ່ຳວັນທີ 8 ມັງກອນ ປີ 2025, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳນະຄອນ Osaka, ຍີ່ປຸ່ນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນປີມະເສັງ ປີ 2025”.
ຍສໝ - ວັນທີ 22 ທັນວາ 2024, ຢູ່ນະຄອນ Mito (ແຂວງ Ibaraki, ຍີ່ປຸ່ນ), ສະມາຄົມຊາວຫວຽດນາມ ຢູ່ Ibaraki ໄດ້ຈັດຕັ້ງລາຍການບຸນປີໃໝ່ປະຈຳຊາດ ຫວຽດນາມ ຢູ່ Ibaraki 2025.
ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.
ຍສໝ - ວັນທີ 4 – 5 ມັງກອນ 2025, ຢູ່ສວນສາທາລະນະ Naniwa no Miyato, ນະຄອນ Osaka, ປະເທດ ຍີ່ປຸ່ນ, ຈະດຳເນີນລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2025” ດ້ວຍຫົວຂໍ້ “ຫົວໃຈ ຫວຽດນາມ”.
ຍສໝ - ວັນທີ 11 ທັນວາ 2024, ໂດຍຕາງໜ້າໃຫ້ຄະນະເລຂາທິການ, ສະຫາຍ ເຈີນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ປະທານຄະນະກຳມະການກວດກາສູນກາງ ໄດ້ລົງນາມ ແລະ ປະກາດໃຊ້ຄຳສັ່ງເລກທີ 40-CT/TW, ກ່ຽວກັບການຈັດຕັ້ງ ປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້.
ຍສໝ - ຢູ່ບາງກອກ, ວັນທີ 6 ເມສາ, ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍທ່ານອຸປະທູດຊົ່ວຄາວນາງ ບຸ່ຍທິເຫ້ວ ນຳໜ້າ ໄດ້ມາຍັງສະຖານທູດລາວ ປະຈຳ ໄທ ເພື່ອອວຍພອນບຸນປີໃໝ່ປະເພນີຂອງ ລາວ.
ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ວັນທີ 10 ເມສາ, ຢູ່ມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ມະຫາວິທະຍາໄລໄທງວຽນ), ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງງານບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ທີ່ພວມຮ່ຳຮຽນ, ຄົ້ນຄ້ວາຢູ່ບໍລິເວນ.
ຍສໝ - ວັນທີ 6 ເມສາ ຢູ່ ຮ່າໂນ້ຍ, ສະຖານທູດປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບບຸນເຕັດພື້ນເມືອງບຸນປີໃໝ່ພສ 2567 (ຕາມພະພຸດທະເຈົ້າປະຕິທິນ) ຂອງປະຊາຊົນບັນດາເຜົ່າ ລາວ.
ຍສໝ - ຕອນບ່າຍວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ ແລະ ການສຶກສາສະພາແຫ່ງຊາດ, ປະທານສະມາຄົມ ໄດ້ເຂົ້າຮ່ວມພິທີອວຍພອນ ສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2567.
ຍສໝ - ນັ້ນແມ່ນຄຳບັນລະຍາຍຂອງນັກສຶກສາລາວຫຼາຍຄົນເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ລາວ 2567 ຕາມປະຕິທິນທາງພຸດທະສາສະໜາຈັດຕັ້ງໂດຍສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ໃນວັນທີ 6 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ໃນແຕ່ລະປີ, ເມື່ອດອກກຸຫຼາບເບີກບານຢູ່ເຂດພູດອຍ ແລະ ປ່າຂອງແຂວງ ຮ່ວາງເຊີນ, ຊາວພຸດນັບລ້ານໆຄົນຈາກທົ່ວໂລກ ໄດ້ພາກັນແຂ່ງຂັນຢ່າງກະຕືລືລົ້ນໃນງານບຸນລະດູໃບໄມ້ປົ່ງ, ສ້າງບັນຍາກາດທີ່ສັກສິດ ແລະ ມີຄວາມຄຶກຄື້ນ.
ຍສໝ - ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ.
ຍສໝ - ຕອນບ່າຍວັນທີ 26 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ລົງນາມຂໍ້ຕົກລົງເລກທີ 1583/QD-CTN ກ່ຽວກັບການມອບຂອງຂວັນໃຫ້ແກ່ຜູ້ທີ່ມີຄູນງາມຄວາມດີຕໍ່ການປະຕິວັດເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ 2024.
Ngày 26/12, Chủ tịch nước Võ Văn Thưởng ký Quyết định số 1583/QĐ-CTN về việc tặng quà cho một số đối tượng có công với cách mạng nhân dịp Tết Nguyên đán Giáp Thìn năm 2024.
ຍສໝ - ຕອນຄຳ່ວັນທີ 14 ທັນວາ, ທ່ານຮອງປະທານສູນກາງສະຫະພັນແຮງງານຫວຽດນາມ ຟ່ານວັນເເອງ ໃຫ້ຮູ້ວ່າ: ເພື່ອໜູນຊ່ວຍບັນດາສະມາຊິກຄົນ, ອອກແຮງງານກັບຄືນເມືອບ້ານໃນໂອກາດບຸນປີໃໝ່ປະຈຳຊາດ 2024, ຄະນະປະທານສູນກາງສະຫະພັນແຮງງານ ຫວຽດນາມ ໄດ້ຜັນຂະຫຍາຍແຜນການຈັດຕັ້ງໂຄງການ. "ການເດີນທາງບຸນປີໃໝ່ກຳມະບານ - ລະດູໃບໄມ້ປົ່ງ 2024".