ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະໂລງ ປີ 2024 ຢ່າງເບີກບານມ່ວນຊື່ນ

21:43 | 01/02/2024

ຍສໝ - ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ
HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024

ໃນທ່າມກາງບັນຍາກາດຕ້ອນຮັບລະດູບານໃໝ່ຢ່າງເບີກບານມ່ວນຊື່ນ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ສົມທົບກັບປະຊາຄົມຊາວຫວຽດນາມ ອາໄສຢູ່ບັນດາແຂວງພາກເໜືອຂອງລາວ ຈັດງານລ້ຽງ ເພື່ອສະເຫຼີມສະຫຼອງ, ຕ້ອນຮັບບຸນເຕັດ, ລະດູບານໃໝ່ ປີມະໂລງ 2024.

ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະໂລງ ປີ 2024 ຢ່າງເບີກບານມ່ວນຊື່ນ

ທ່ານນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ກ່າວຄໍາເຫັນທີ່ເຫດການ. ພາບ: ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ

ທີ່ເຫດການ, ທ່ານນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະສັງຄົມຂອງຫວຽດນາມ ໃນປີ 2023 ແລະຫວນຄືນມູນເຊື້ອປະຫວັດສາດ ແລະຂະບວນການພັດທະນາສາຍພົວພັນແບບພິເສດ ທີ່ຫາຍາກລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດຫວຽດນາມ ແລະລາວ; ພ້ອມທັງສະແດງອາລົມຈິດຄວາມຮັກແພງຢ່າງຈິງໃຈ ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳພາຂອງພັກ, ອໍານາດການປົກຄອງ, ແນວລາວສ້າງຊາດທີ່ໄດ້ເອົາໃຈໃສ່, ສ້າງທຸກເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ໄດ້ທໍາມາຫາກິນ, ດຳລົງຊີວິດຢ່າງເປັນປົກກະຕິ ແລະພັດທະນາ.

ທ່ານນາງ ກ່ຽວທິຮັ່ງຟຸກ ໄດ້ກ່າວຄຳຂອບໃຈມາຍັງບັນດາອົງການ, ກົມກອງຂອງຫວຽດນາມ ທີ່ປະຈໍາຢູ່ບັນດາແຂວງພາກເໜືອຂອງລາວ, ສະມາຄົມ ແລະຄະນະຄຸ້ມຄອງຊາວຫວຽດນາມ ຢູ່ບັນດາແຂວງພາກເໜືອຂອງລາວ, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ເຊິ່ງຍາມໃດກໍ່ໄດ້ຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສູນໃຫຍ່ໃນການຜັນຂະຫຍາຍໜ້າທີ່; ເຊື່ອໝັ້ນວ່າ ປີ 2024 ຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ການຮ່ວມມື ແລະການຊ່ວຍເຫຼືອຈາກການນຳບັນດາແຂວງພາກເໜືອຂອງລາວ, ບັນດາອົງການ, ກົມກອງຂອງຫວຽດນາມ ປະຈໍາຢູ່ບັນດາແຂວງພາກເໜືອຂອງລາວ, ສະມາຄົມ ແລະຄະນະຄຸ້ມຄອງຊາວຫວຽດນາມ ຢູ່ບັນດາແຂວງພາກເໜືອຂອງລາວ, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ຂຽວສົດງົດງາມ ໝັ້ນຄົງທະໜົງແກ່ນຈົນຊົ່ວກະລະນານ.

ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ.

ສົມເພັດ

ເຫດການ
302 Found

Found

The document has moved here.