ຍສໝ - ໃນຕອນເຊົ້າລະດູບານໃໝ່, ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນມີລີ ໄດ້ເດີນທາງປະຕິບັດໜ້າທີ່ລາດຕະເວັນຊາຍແດນ, ຕາມແຜນການແລ້ວ ຄະນະບັນຊາການຄ້າຍທະຫານຊາຍແດນມີລີ ແລະກອງຮ້ອຍຊາຍແດນ 217 ເຫັນດີເປັນເອກະພາບກ່ອນນັ້ນ, ກຸ່ມປະຕິບັດງານສອງກົມກອງໄດ້ໂຮມເຂົ້າກັນ, ລາດຕະເວນຮ່ວມຕອນຊາຍແດນ.
ຍສໝ - ຢູ່ສາຍພູຜາຫຼວງໃຫຍ່ໂຕມະໂຫຖານທີ່ປົກຄຸມດ້ວຍນ້ຳໝອກນັ້ນ, ບັນດາທະຫານຊາຍແດນຍາມໃດກໍ່ຮັກສາເຈດຈຳນົງ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຕັດສິນໃຈປົກປັກຮັກສາຊາຍແດນຂອງປະເທດໄວ້ຢ່າງໝັ້ນຄົງ.
ຍສໝ - ດ້ວຍເສັ້ນຊາຍແດນຕິດກັບຈີນ ຍາວ 231,74 ກິໂລແມັດ, ວຽກງານການຕ່າງປະເທດທະຫານຊາຍແດນຢູ່ ລ້າງເຊີນ ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນການຮັກສາຄວາມປອດໄພໃນພາກພື້ນເທົ່ານັ້ນ, ຫາກຍັງຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດຕື່ມອີກ.
ຍສໝ - ຄະນະຜູ້ແທນພັກ, ອຳນາດການປົກຄອງນະຄອນ ດົ່ງຊິ່ງ (ຈີນ) ແລະ ເຂດ ຟາງຈ່າງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ອວຍພອນອົງຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ມ໋ອງກ໋າຍ (ຫວຽດນາມ) ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ຕ້ອນຮັບລະດູບານໃໝ່ ປີມະເສັງ 2025.
ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.
ມື້ນີ້ແມ່ນຄົບຮອບ 46 ປີແຫ່ງວັນຍາດໄດ້ໄຊຊະນະຈາກສົງຄາມປົກປັກຮັກສາຊາຍແດນທິດຕາເວັນຕົກສ່ຽງໃຕ້ຂອງປະເທດ ແລະພ້ອມກັບປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະຈາກລະບອບດັບສູນເຊື້ອຊາດ (7-1-1979 / 7-1-2025). ຄົນບູຮານ ເຄີຍເວົ້າວ່າ: “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ”, “ຕອນມີຄວາມສຸກຄິດຮອດຕອນທີ່ຫຍຸ້ງຍາກ”. ນີ້ແມ່ນໂອກາດເພື່ອໃຫ້ສອງຊາດຫວນຄືນປະຫວັດສາດສາມັກຄີສະໜິດຕິດພັນ, “ຄຽງບ່າຄຽງໄຫຼ່” ນຳກັນຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ ກໍ່ຄືໃນໄລຍະສັນຕິພາບ ແລະພັດທະນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ, ວັນທີ 13 ທັນວາ, ບັນດາກົມກອງກໍາລັງປະກອບອາວຸດ ແຂວງເທື່ອທຽນເຫວ້ ຂອງຫວຽດນາມ ແລະແຂວງສາລະວັນ, ເຊກອງຂອງລາວ ໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາແທດຈິງເພື່ອໜູນຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນ.
ຍສໝ - ໃນລະຫວ່າງວັນທີ 15-16 ທັນວາ, ຫຼາຍເຄື່ອນໄຫວທີ່ມີຄວາມໝາຍໄດ້ດຳເນີນຢູ່ ຈີນ ແລະ ລາວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ. ບັນດາລາຍການບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າລາສີຂອງກອງທັບ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.
ຍສໝ - ວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງກົມດ່ານ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ຕາມທ່ານພັນໂທ ຈິ້ງວັນເຢືອງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ແລ້ວ, ເພື່ອຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ປະຊາຊົນເຂດຊາຍແດນສອງປະເທດ ມີໂອກາດປຸ້ມລຸມກັນ, ແບ່ງປັນຄວາມມ່ວນຊື່ນໃນຊຸມວັນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທາງກົມກອງ ໄດ້ເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນ ແລະຂໍຄວາມຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນສອງຟາກຊາຍແດນ. ຜ່ານການເຄືື່ອນໄຫວນີ້ ກໍ່ໄດ້ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍທະຫານຊາຍແດນ ວິງຊວນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ບຸກຄົນເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຂຶ້ນກັບຕາແສງ ວິງຊວນ ແລະຕາແສງ ຟູ໋ຢຽນ (ເມືອງຝູວາງ) ໃນລາຍການ “ຄວາມອົບອຸ່ນໃນລະດູໜາວ”.
ຍສໝ - ແຂວງກວາງຈິ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ) ເຫັນດີສືບຕໍ່ຊີ້ນໍາບັນດາກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນໃນແລກປ່ຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານໃນວຽກງານການທະຫານ-ການປ້ອງກັນຄວາມສະຫງົບ ແລະ ຊາຍແດນ.
ຍສໝ - ປີ 2024 ແມ່ນຂີດໝາຍບັນດາບາດກ້າວສຳຄັນໃນການພົວພັນທາງການທູດປະຊາຊົນຂອງແຂວງ ໄຕນິງ, ປະກອບສ່ວນປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບກັບບັນດາແຂວງຊາຍແດນຂຶ້ນກັບ ລາຊະອານາຈັກ ກຳປູເຈຍ. ໂດຍປະຕິບັດຄໍາສັ່ງເລກທີ 12-CT/TW ຂອງຄະນະເລຂາທິການວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງວຽກງານການທູດປະຊາຊົນໃນສະພາບການໃໝ່ຢ່າງມີປະສິດທິຜົນ, ແຂວງສາມາດບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາເຂດຊາຍແດນ.
ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານອາເດີດ (ທະຫານຊາຍແດນແຂວງ ເທື່ອທຽນເຫວ້) ໄດ້ສົມທົບກັບຕາແສງເລິມເດີດ (ເມືອງອາເລື້ອຍ) ຢ້ຽມຢາມ, ອວຍພອນກອງຮ້ອຍປົກປັກຮັກສາຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ ແລະອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນບ້ານກະໂລ (ແຂວງເຊກອງ, ລາວ).
ຍສໝ - ຫວ່າງມໍ່ໆມານີ້, ທະຫານຊາຍແດນແຂວງກາວບັງ (ຫວຽດນາມ) ແລະທະຫານຊາຍແດນເຂດກວາງຊີ (ຈີນ) ໄດ້ສົມທົບກັນຈັດຕັ້ງພິທີເລີ່ມການດໍາເນີນລາດຕະເວນຮ່ວມຢູ່ຫຼັກໝາຍທີ 807, 808 ແລະແຕ່ຫຼັກໝາຍທີ 813 ຮອດຫຼັກໝາຍທີ 816 ຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງເຊກອງ, ກອງບັນຊາການທະຫານແຂວງເຊກອງ (ລາວ) ແລະກອງບັນຊາການທະຫານຊາຍແດນແຂວງ ກວາງນາມ, ເທື່ອທຽນເຫວ້, ກອນຕູມ (ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມພົບປະ ຄັ້ງທີ 18 ປີ 2024.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ຫວ່າງແລ້ວນີ້, ຢູ່ທີ່ແຂວງຜົ້ງສາລີ, ສປປ ລາວ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ໄດ້ຈັດຕັ້ງກອງປະຊຸມຕີລາຄາຜົນການສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນປີ 2024.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ສົມທົບກັບພະແນກກະສິກໍາ ແລະພັດທະນາຊົນນະບົດ, ຄະນະກໍາມະການປະຊາຊົນເມືອງດ້ຽນບຽນ ຈັດຕັ້ງພິທີປຸກລະດົມຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປ້ອງກັນ, ຕ້ານໄຟໄໝ້ປ່າ” ບ້ານປ່າເທີມ, ຕາແສງປ່າເທີມ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ ແລະບ້ານນາຫຼວງ, ກຸ່ມບ້ານສົບຮຸນ, ເມືອງໃໝ່, ແຂວງ ຜົ້ງສາລີ.