ສາຍຈິດມິດໃຈແພດໝໍທະຫານຊາຍແດນ

22:53 | 12/03/2025

ຍສໝ - ດ້ວຍໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ, ພະນັກງານແພດທະຫານຊາຍແດນໄດ້ກຳນົດຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບວຽກງານປົກປັກຮັກສາ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ.

ເຕັມໄປດ້ວຍສາຍຈິດມິດໃຈຫວຽດນາມ-ລາວ ພາຍຫຼັງພາຍຸ ນໍ້າຖ້ວມ ເຕັມໄປດ້ວຍສາຍຈິດມິດໃຈຫວຽດນາມ-ລາວ ພາຍຫຼັງພາຍຸ ນໍ້າຖ້ວມ
ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ

ໄປພ້ອມກັບໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ, ບັນດາແພດໝໍທະຫານຊາຍແດນຂອງທະຫານຊາຍແດນແຂວງເຊີນລາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ປະຕິບັດການສົ່ງເສີມສຸຂະພາບທີ່ດີໃຫ້ທະຫານ ແລະປະຊາຊົນຢູ່ເຂດຊາຍແດນ.

ພາຍໃຕ້ການນຳພາຂອງຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ, ກໍາລັງແພດທະຫານຂອງທະຫານຊາຍແດນ ໄດ້ມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງບໍ່ຢຸດຢັ້ງ. ແຕ່ລະປີ, ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໃຫ້ແກ່ພະນັກງານ, ນັກຮົບໃນກົມກອງກວ່າ 2.000 ເທື່ອຄົນ; ສົມທົບກັບບັນດາອົງການ, ຜູ້ມີໃຈບຸນໃຈກຸສົນເພື່ອກວດ, ປິ່ນປົວພະຍາດກວ່າ 5.000 ເທື່ອຄົນ; ໃນນັ້ນ, ປະຊາຊົນລາວ ແມ່ນກວ່າ 600 ເທື່ອຄົນໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 3.000 ເທື່ອຄົນໃນລາຍການ “ລະດູບານໃໝ່ເຂດຊາຍແດນອົບອຸ່ນໃຈຊາວບ້ານ”. ສົມທົບກັບສູນການແພດປ້ອງກັນແຂວງ ແລະສູນການແພດບັນດາເມືອງຊາຍແດນອັບເດດຂໍ້ມູນຂ່າວສານ, ກວດກາ, ຕິດຕາມໂລກລະບາດໃນບໍລິເວນ ແລະໂລກລະບາດທີ່ສາມາດແຜ່ລະບາດຜ່ານຊາຍແດນ. ເພີ່ມທະວີການສື່ສານກ່ຽວກັບປະຊາກອນ-ການວາງແຜນຄອບຄົວ, ການສົ່ງເສີມສຸຂະພາບຈະເລີນພັນ; ໜູນຊ່ວຍເດັກພິການ, ເດັກນ້ອຍທີ່ເປັນລູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ປະສົບກັບຄວາມຫຍຸ້ງຍາກ.

ສາຍຈິດມິດໃຈແພດໝໍທະຫານຊາຍແດນ
ແພດທະຫານຊາຍແດນແຂວງເຊີນລາ ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນໃນລາຍການ “ລະດູບານໃໝ່ເຂດຊາຍແດນອົບອຸ່ນໃຈຊາວບ້ານ”. ພາບ: ກວ່າງຮຸ່ງ

ທ່ານພັນໂທ ຫງວຽນດຶ໊ກທ້ວນ, ຫົວໜ້າພະລາທິການ-ເຕັກນິກ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ແພດທະຫານຊາຍແດນໄດ້ປະກອບອຸປະກອນທີ່ທັນສະໄໝ, ຊ່ວຍຍົກສູງປະສິດທິຜົນການສົ່ງເສີມສຸຂະພາບໃຫ້ທະຫານ, ປະຊາຊົນ ແລະປ້ອງກັນ, ຕ້ານໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ບັນດາຄ້າຍທະຫານຊາຍແດນທີ່ຕັ້ງທັບຢູ່ບໍລິເວນປະສົບກັບຄວາມຫຍຸ້ງຍາກ, ມີສະພາບອາກາດຮ້າຍແຮງ, ເຊິ່ງເປັນໄພອັນຕະລາຍທີ່ອາດຈະກໍ່ໃຫ້ເກີດພະຍາດຕິດແປດ. ໃນຂະນະນັ້ນ, ຢູ່ຄ້າຍທະຫານຊາຍແດນແຕ່ລະແຫ່ງມີແພດທະຫານພຽງແຕ່ຄົນດຽວຕ້ອງໄດ້ເຄື່ອນໄຫວເອກະລາດ, ຮຽກຮ້ອງໃຫ້ພະນັກງານແພດທະຫານຕັ້ງໜ້າຍົກສູງລະດັບວິຊາສະເພາະ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງສຸຂະພາບຂອງນາຍ ແລະພົນທະຫານ. ສົມທົບກັບການແພດທ້ອງຖິ່ນເປັນປະຈຳ, ເສີມຂະຫຍາຍ ແລະນຳໃຊ້ອຸປະກອນໃນວຽກງານກວດ ແລະປິ່ນປົວພະຍາດໃຫ້ທະຫານ ແລະປະຊາຊົນຢ່າງມີປະສິດທິຜົນ; ພິເສດແມ່ນຜັນຂະຫຍາຍການປະຕິບັດລາຍການທະຫານ-ປະຊາຊົນສົມທົບກັນເປັນຢ່າງດີ.

ສຸກສາລາທະຫານ-ປະຊາຊົນມິດຕະພາບຊາຍແດນ ຫວຽດນາມ-ລາວ ທີ່ຕັ້ງທັບຢູ່ບ້ານບໍ໊ເສິບ, ຕາແສງລອ໊ງເສິບ, ເທດສະບານເມືອງມົກເຈົາ, ໃນຫຼາຍປີຜ່ານມາ, ໄດ້ກາຍເປັນສະຖານທີ່ເຊື່ອໝັ້ນຂອງປະຊາຊົນທີ່ຢູ່ສອງຟາກຊາຍແດນ. ທ່ານພັນຕີ ຟ້າມທ້ຽນທ້ວດ, ຮັບຜິດຊອບຄ້າຍ, ແມ່ນພະນັກງານແພດທະຫານໄດ້ປະຕິບັດງານຢູ່ເຂດຊາຍແດນມາເປັນເວລາ 20 ກວ່າປີ, ແບ່ງປັນວ່າ: ດ້ວຍຈິດໃຈຄວາມຮັບຜິດຊອບຂອງແພດໝໍ; ທຸກໆມື້, ຄ້າຍໄດ້ຈັດຕັ້ງເວນຍາມຕະຫຼອດ 24 ຊົ່ວໂມງ, ກຽມພ້ອມຕ້ອນຮັບປະຊາຊົນມາກວດພະຍາດ. ໃນຊຸມປີຜ່ານມາ, ຄ້າຍດັ່ງກ່າວໄດ້ຊ່ວຍຊີວິດຄົນເຈັບເປັນຈຳນວນຫຼວງຫຼາຍທີ່ເປັນຊາວບ້ານຢູ່ຕິດກັບຊາຍແດນຂອງລາວ, ປະກອບສ່ວນສ້າງນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ.

ສໍາລັບພໍ່ແມ່ປະຊາຊົນເມືອງແອດ, ແຂວງຫົວພັນ, ສປປ ລາວ, ທ່ານພັນເອກ, ແພດໝໍ ດຽວຈີ໊ງຮ໋ວາ, ໜ່ວຍປະຕິບັດງານຢູ່ນອກປະເທດໄດ້ມີຄວາມສະໜິດຕິດພັນຄືອ້າຍນ້ອງໃນຄອບຄົວດຽວກັນ. ທ່ານ ສີວິໄລ ກຸ່ມບ້ານດ່ານ, ເມືອງແອດ ໄດ້ແບ່ງປັນວ່າ: ນັບແຕ່ແພດໝໍຮ໋ວາ ມາປະຕິບັດງານ, ທຸກເທື່ອທີ່ມີຜູ້ເຈັບເປັນຢູ່ໃນບ້ານລ້ວນແຕ່ແມ່ນແພດໝໍໄດ້ມາກວດ ແລະວາງຢາໃຫ້ພໍ່ແມ່ປະຊາຊົນຮັກແພງແພດໝໍຮ໋ວາ ອີ່ຫຼີ.

ສາຍຈິດມິດໃຈແພດໝໍທະຫານຊາຍແດນ
ແພດທະຫານກວດພະຍາດໃຫ້ປະຊາຊົນ. ພາບ: ກວ່າງຮຸ່ງ

ທ່ານຮ້ອຍຕີ, ແພດໝໍ ຫງວຽນຮວ່າງຮືງ, ພາຍຫຼັງຮຽນຈົບຈາກວິທະຍາຄານການແພດ, ໄດ້ອາສາສະໝັກໄປເຮັດວຽກຢູ່ຄ້າຍທະຫານຊາຍແດນແຂວງເຊີນລາ. ແມ່ນພະນັກງານແພດທະຫານທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າເປັນເສນາທິການໃຫ້ຄະນະພັກ, ຜູ້ບັນຊາການກົມກອງກ່ຽວກັບວຽກງານສົ່ງເສີມສຸຂະພາບໃຫ້ທະຫານ. ແພດໝໍ ຫງວຽນຮວ່າງຮືງ ເວົ້າວ່າ ເພື່ອຮັບປະກັນໃຫ້ອັດຕາທະຫານມີສຸຂະພາບແຂງແຮງຢູ່ບັນດາກົມກອງໃຫ້ບັນລຸແຕ່ 98,5% ຂຶ້ນໄປ, ຮັບໃຊ້ໜ້າທີ່ຝຶກແອບ ແລະກຽມພ້ອມສູ້ຮົບເປັນຢ່າງດີ, ພະນັກງານແພດທະຫານຕ້ອງຕິດຕາມສະພາບການດ້ານສຸຂະພາບຂອງທະຫານຢ່າງໃກ້ຊິດ, ເປັນເສນາທິການໃຫ້ຜູ້ບັນຊາການແນະນຳກ່ຽວກັບໂພຊະນາການ, ຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ ແລະປ້ອງກັນ, ຕ້ານໂລກລະບາດຢູ່ໃນກົມກອງ.

ດ້ວຍໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ, ພະນັກງານແພດທະຫານຊາຍແດນໄດ້ກຳນົດຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບວຽກງານປົກປັກຮັກສາ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ. ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ສຸມໃສ່ຊີ້ນໍາກໍາລັງການແພດທະຫານປ່ຽນແປງໃໝ່, ຍົກສູງລະດັບວິຊາສະເພາະ, ຄຸນນະພາບວຽກງານກວດ, ປິ່ນປົວພະຍາດ, ຮັບປະກັນໃຫ້ແພດທະຫານໄດ້ຮັບໃຊ້ການກຽມພ້ອມສູ້ຮົບ ແລະປ້ອງກັນ, ຕ້ານໂລກລະບາດ; ຍູ້ແຮງການປະຕິບັດການສົມທົບກັບທະຫານ-ປະຊາຊົນ. ສຸມໃສ່ກໍ່ສ້າງກໍາລັງແພດທະຫານທີ່ເກັ່ງກ່ຽວກັບວິຊາການ ແລະຈັນຍາບັນແພດໝໍ, ປະກອບສ່ວນສ້າງ “ທ່າຮົບໃນຈິດໃຈປະຊາຊົນ”, ປັບປຸງນໍ້າໃຈສາມັກຄີທະຫານ-ປະຊາຊົນຢູ່ເຂດຊາຍແດນ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ (1947 – 2024), ວັນທີ 12 ກໍລະກົດ, ຢູ່ນະຄອນ ດົ່ງຮ່າ (ແຂວງ ກວາງຈີ້), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ກວາງຈີ້ ຈັດຕັ້ງໂຄງການມອບເຮືອນໃຫ້ບັນດາຄອບຄົວນະໂຍບາຍ ແລະ ...

ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ

ຍສໝ - ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຣູ​ມາ​ນີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດ​ທີ່​ຜ່ານ​ມາ, ໃນເບື້ອງຕົ້ນ​ແມ່ນ​ບັນດາ​ນັກ​ສຶກສາ, ຜູ້​ທີ່​ມາ​ຮ່ຳຮຽນ, ​ອອກແຮງງານ ​ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດເພື່ອນ​ຢ່າງ​ຖາວອນ.

ເຫດການ