ວັນທີ 05 ຕຸລາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ໄດ້ມອບເງິນຈຳນວນ 20.000 USD ໃຫ້ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ.
ຍສໝ - ນອກຈາກໜູນຊ່ວຍບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍັງໄດ້ສົມທົບກັບບັນດາຜູ້ໃຈບູນໃຈກຸສົນ ມອບຂອງຂວັນຫຼາຍພູດໃຫ້ແກ່ນ້ອງນ້ອຍທີ່ຕິດເຊື້ອໂຄວິດ - 19 ແລະ ນ້ອງນ້ອຍທີ່ສຳຜັດໃກ້ກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ຕ້ອງໄປປິ່ນປົວ ແລະ ແຍກຕົວທາງການແພດ. ໄປຄຽງຄູ່ກັນນັ້ນດ ພະແນກໄດ້ສ້າງບັນດາມາດຕະການແກ້ໄຂເພື່ອແນໃສ່ໜູນຊ່ວຍບັນດານ້ອງນ້ອຍທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແບບຍາວນານ.
ຍສໝ - ພາກເໜືອ ຫວຽດນາມ ພວມປະເຊີນໜ້າກັບສະພາບຝົນຕົກນ້ຳຖ້ວນຢ່າງສັບສົນ, ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນ. ບັນດາກຳລັງເຈົ້າທີ່ ໄດ້ຜັນຂະຫຍາຍການປະຕິບັດການກູ້ໄພຢ່າງວ່ອງໄວ ແລະ ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພຢ່າງຮ້າຍແຮງຄື: ລາວກາຍ, ອຽນບ໋າຍ, ກາວບັງ... ຄວາມມານະພະຍາຍາມປ້ອງກັນໄພນ້ຳຖ້ວມ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ຍສໝ - ທີ່ການຖະແຫຼງຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 20 ກັນຍາ, ທ່ານຫວໍວັນຮວານ - ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໃຫ້ຮູ້ວ່າພາຍຫຼັງປະຕິບັດສຳເລັດ 2 ບ້ວງເງິນໜູນຊ່ວຍ, ນະຄອນຈະຜັນຂະຫຍາຍບ້ວງເງິນໜູນຊ່ວຍທີ 3 ດ້ວຍບັນດາເນື້ອໃນ, ເປົ້າໝາຍ, ລະດັບການໜູນຊ່ວຍແລະບາງຫຼັກການພື້ນຖານເພື່ອຮັບປະກັນການເປີດເຜີຍ, ເໝາະສົມ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ…
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດຕັ້ງພິທີລະນຶກເຖິງໄພພິບັດທາດພິດສີສົ້ມ ຢູ່ຫວຽດນາມ ຄົບຮອບ 60 ປີ (10 ສິງຫາ 1961 – 10 ສິງຫາ 2021).
ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ອົງການພັດທະນາສາກົນ ອາເມລິກາ (USAID) ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ກ໋ວາງຈິ ແລະ ສູນການກະທຳແຫ່ງຊາດ ແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET -ກະຊວງປ້ອງກັນປະເທດ) ຈັດຕັ້ງພິທີປະກາດທາງໄກ ບັນດາໂຄງການໜູນຊ່ວຍຄົນພິການ ໂດຍ USAID ໜູນຊ່ວຍຢູ່ ກ໋ວາງຈິ.
ບັ້ນໂຄສະນາ ແມ່ນລະບົບການເຄື່ອນໄຫວໂຄສະນາ ໃນຂອບເຂດໂຄງການທົດລອງ “ຂໍ້ລິເລີ່ມສ້າງ ພັນທະມິດຮ້ານສັບພະສິນຄ້າ ເພື່ອແນໃສ່ຫຼຸດຜ່ອນການນຳໃຊ້ຖົງນີລົງ ເທື່ອດຽວຢູ່ ຫວຽດນາມ”.
ວັນທີ 17 ຕຸລາ ແມ່ນວັນເລີ່ມຕົ້ນແກ່ເດືອນເຄື່ອນໄຫວຍອດສູງ “ເພື່ອຄົນທຸກຍາກ”. ເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກ ຈະແກ່ຍາວຮອດວັນທີ 18 ພະຈິກ 2021, ເພື່ອແນໃສ່ສ້າງກຳລັງໜູນຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.
ຍສໝ - ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8).
ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.
ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອການກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ເມສາ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ກຽນຢາງ ຫາກໍສົມທົບກັບຄະນະກຳມະການປະຊາຊົນເມືອງ Giong Rieng ໄດ້ຈັດຕັ້ງພິທີເປີດ, ມອບ ແລະ ນຳໃຊ້ກິດຈະກຳຫ້ອງຮຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2, ຕາແສງ ລອງແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.
ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ.
ນັກຊ່ຽວຊານເສດຖະກິດ ໂງຈີ໊ລອງ ໄດ້ສະເໜີແນະວ່າ ຕ້ອງມີນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ກຳລັງໜູນການເຕີບໂຕໃນໄລຍະຈະມາເຖິງ.
ທະນາຄານໂລກ (WB) ຫາກໍອະນຸມັດຜ່ານສອງໂຄງການນະໂຍບາຍພັດທະນາ (DPO) ລວມມູນຄ່າ 321,5 ລ້ານ USD ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູຂອງ ຫວຽດນາມ.