ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ

13:12 | 08/04/2021

ນັກຊ່ຽວຊານເສດຖະກິດ ໂງຈີ໊ລອງ ໄດ້ສະເໜີແນະວ່າ ຕ້ອງມີນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ກຳລັງໜູນການເຕີບໂຕໃນໄລຍະຈະມາເຖິງ.

ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021 ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021
ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021 ມີຫຼາຍກິດຈະກຳເຄື່ອນໄຫວໃນປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021
undefined
ພາບປະກອບ

ກົມໃຫຍ່ສະຖິຕິຫາກໍ່ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ I/2021. ຕາມນັ້ນແລ້ວ, ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ບັນດານັກຊ່ຽວຊານເສດຖະກິດຕີລາຄາສູງບັນດາຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ, ແຕ່ເພື່ອຮັບປະກັນໄດ້ເປົ້າໝາຍການເຕີບໂຕ 6,5%ໃນປີນີ້ແມ່ນ ຕ້ອງສືບຕໍ່ມານະພະຍາຍາມຫຼາຍກ່ວາອີກ. ນັກຊ່ຽວຊານເສດຖະກິດ ໂງຈີ໊ລອງ ໄດ້ສະເໜີແນະວ່າ ຕ້ອງມີນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ກຳລັງໜູນການເຕີບໂຕໃນໄລຍະຈະມາເຖິງ. ທ່ານ ຮອງສາດສະດາຈານ, ປ.ອ ຟ້າມເທ໊ແອັງ, ຫົວໜ້າກຸ່ມນັກຄົ້ນຄ້ວາເສດຖະກິດ, ສັງກັດສະຖາບັນຄົ້ນຄ້ວາ ເສດຖະກິດ ແລະ ນະໂຍບາຍ (VEPR) ຖືວ່າ:

ການເຕີບໂຕເສດຖະກິດ ຫວຽດນາມ ຍັງຕ້ອງອີງໃສ່ການສົ່ງອອກ, ໃນປີນີ້ບັນດານະໂຍບາຍການເງິນເງິນຕາຂອງ ຫວຽດນາມ ຈະສວມບົດບາດທີ່ມີຄວາມສຳຄັນໜ້ອຍກ່ວາ ເມື່ອທຽບໃສ່ປີກາຍນີ້. ປີກາຍນີ້, ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີຫຼາຍສະບັບ, ພິເສດແມ່ນສັນຍາ EVFTA ເຊິ່ງໄດ້ຮັບການຕັ້ງຄວາມຫວັງວ່າຈະມີການເສີມຂະຫຍາຍຢ່າງມີປະສິດທິຜົນໃນປີນີ້, ບັນດາວິສາຫະກິດ FDI ເຂົ້າມາ ຫວຽດນາມ ເຂົາເຈົ້າກໍ່ ມຸ່ງໄປສູ່ພຽງແຕ່ການສົ່ງອອກ, ນີ້ແມ່ນທ່າແຮງຂອງພວກເຮົາ, ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ການສົ່ງອອກຈະສວມບົດບາດຫຼັກເຂົ້າໃນການເຕີບໂຕໃນປີນີ້.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021 ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021

ຍ​ສ​ໝ - ຕາມທ່ານ ຫງວຽນແທັງ​ຈີ໊ ປະທານສະຫະພັນບັນດາອົງການມິດຕະພາບແຂວງເງ້ອານ ແລ້ວ, ໂດຍໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນແຂວງ, ສະຫະພັນບັນດາອົງການມິດຕະພາບແຂວງໄດ້ສ້າງແຜນຮ່າງຈັດຕັ້ງກອງປະຊຸມມິດຕະພາບລະດູບານໃໝ່ດົງນາປີ 2021. ນີ້ແມ່ນ ໜຶ່ງ ໃນບັນດາ ໜ້າວຽກສຳຄັນໃນແຜນງານການຕ່າງປະເທດປະຊາຊົນປີ 2021 ຂອງແຂວງ.

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ

ຫວ່າງແລ້ວນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກ ກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ...

vovworld.vn

ເຫດການ
302 Found

Found

The document has moved here.