ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

14:59 | 10/06/2021

ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.

ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ເໜີ​ໜູນ​ຊ່ວຍ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ເດັກໆຢູ່ເຂດແຍກຕົວ (ພາບ: TTXVN)

ຕາມກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ສະພາບການໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການພັດທະນາເສດຖະກິດ ແລະ ການຊ່ວຍໜູນສັງຄົມ. ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ. ຕາມການຄາດຄະເນຈາກກົມເດັກນ້ອຍ, ກະຊວງແຮງງານ, ທະຫາຍເສຍອົງຄະ ແລະ ສັງຄົມ, ຈຳນວນເດັກນ້ອຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ນັບແຕ່ນີ້ຮອດທ້າຍປີ 2021 ອາດຈະເພີ່ມຂຶ້ນປະມານ 42.000 ຄົນ. ໂລກລະບາດໄດ້ສົ່ງຜົນສະທ້ອນເຖິງຊີວິດ ແລະ ການພັດທະນາຂອງເດັກ ແລະ ບັນດາຄອບຄົວມີເດັກນ້ອຍໂດຍກົງ.

ຕໍ່ໜ້າສະພາບການດັ່ງກ່າວ, ກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ເປີດການຂົນຂວາຍ, ປຸກລະດົມ ຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນພາຍໃນປະເທດ ແລະ ສາກົນ ໃຫ້ຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອທາງດ້ານການເງິນ, ວັດຖຸ ຫຼື ເຫື່ອແຮງ. ສຳລັບບັນດາອົງການ, ສ່ວນບຸກຄົນໃດທີ່ຢາກປະກອບສ່ວນຊ່ວຍເຫຼືອເດັກ ສາມາດສົ່ງມາຍັງ ກອງທຶນປົກປ້ອງເດັກ ຫວຽດນາມ, ໂດຍຈ່າໜ້າຊອງວ່າ: ກອງທຶນປົກປ້ອງເດັກ ຫວຽດນາມ ເຮືອນເລກທີ 35 ຖະໜົນເຈິ່ນຝູ, ເມືອງບາດິ່ງ, ຮ່າໂນ້ຍ. ໂທລະສັບ (84 24) 37331223/ 38437640/ 37470037/ 3747547 ຫຼື ໂທລະສັບສາຍດ່ວນ 092 9999 999; ຫຼື ໃຫ້ການຊ່ວຍເຫຼືອດ້ວຍເງິນ ສາມາດໂອນເຂົ້າບັນຊີ: ກອງທຶນປົກປ້ອງເດັກ ຫວຽດນາມ, ເລກລະຫັດ: 001.0.00.0000355; ທະນາຄານ VIETCOMBANK.

ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສະ​ເໜີ​ໜູນ​ຊ່ວຍ​ຜູ້​ອອກ​ແຮ​ຮງງານ 60.000 ຄົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕາມ​ນັ້ນ​ແລ້ວ, ສ​ະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ກໍ່ສະ​ເໜີ​ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ​ທີ່ຕ້ອງ​ຢຸດ​ເຮັດ​ວຽກ ຍ້ອນ​ແມ່ນ​ເປົ້າ​ໝາຍ​ຕ້ອງແຍກ​ປ່ຽວ 14 ວັນ​ຂຶ້ນ​ໄປ ຢູ່​ສະ​ຖານ​ທີ່ແຍກ​​ຕົວ​ລວມ​ໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່​​ເຮືອນ (ກໍລະນີ F2) ຫຼື​ໃນ​ບັນ​ດາ​ເຂດທີ່​ຖືກຈຳກັດການເຂົ້າອອກ​ຕາມ​ຄຳ​ຮຽກ​ຮ້ອງຂອງ​ອົງ​ການ​ແຫ່ງ​ລັດ ທີ່​ມີ​ສິດ​ອຳ​ນາດ ແມ່ນ​ໜູນ​ຊ່ວຍ​ເງິນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານທີ່​ຕ້ອງ​ຢຸດ​​ເຮັດ​ວຽກ​ໃນ​ເວ​ລາ 14 ວັນ, ແຕ່​ເງິນ​ເດືອນ​ຢຸດງານ​ຕ່ຳ​ກ່​ວາ​ເງິນ​ເດືອນຕ່ຳ​ສຸດໃນເຂດ.

ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ ແຂວງ​ກ໋​ວາງ​ຈິ​ໜູນ​ຊ່ວຍ ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 2 ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສາ​ລະ​ວັນ ປະ​ເທດ​ລາວ

ຍ​ສ​ໝ - ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ​ສາ​ກົນ​ລາວ​ບາວ ແລະ ລາ​ໄລ, ຊາວ​ໜຸ່ມ​ແຂວງ​ກ໋​ວາງ​ຈິ ໄດ້​ມອ​ບຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ, ເຈວລ້າງ​ມື​ຂ້າ​ເຊື້ອ​ 30 ແກັດ, ສະ​ບູ​ລ້າງ​ມື 80 ແກັດ, ນ້ຳ​ຢາ​ລ້າງ​ມື 25 ແກັດ, ໝີ່ສຳ​ເລັດ​ຮູບ 100 ແກັດ ດ້ວຍ​ມູນ​ຄ່າ 120 ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.