ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​

13:53 | 01/07/2021

ທະນາຄານໂລກ (WB) ຫາກໍອະນຸມັດຜ່ານສອງໂຄງການນະໂຍບາຍພັດທະນາ (DPO) ລວມມູນຄ່າ 321,5 ລ້ານ USD ກ່ຽວກັບການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູຂອງ ຫວຽດນາມ.

ປຸກ​ລະ​ດົມ​ໂຄງ​ການ “ປູກຕົ້ນ​ໄມ້​ຂຽວ 1 ລ້ານ​ຕົ້ນ ເພື່ອ​ຫວຽດ​ນາມ ຂຽວ” ປຸກ​ລະ​ດົມ​ໂຄງ​ການ “ປູກຕົ້ນ​ໄມ້​ຂຽວ 1 ລ້ານ​ຕົ້ນ ເພື່ອ​ຫວຽດ​ນາມ ຂຽວ”
ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ບັນ​ດາ​ສ່ວນ​ເຂົ້າ​ແບ່ງ​ໃຫ້​ຜູ້​ທຸກ​ຍາກ​ໃນ​ລະ​ດູ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ທະ​ນາ​ຄານ​ໂລກ ສະ​ຫງວນ​ເງິນ​ຈຳ​ນວນກວ່າ 300 ລ້ານ USD ເພື່ອ​ຊ່ວຍ​ໜູນ ຫວຽດ​ນາມ ໃນ​ການ​ຟື້ນ​ຟູ ພາຍຫຼັງ​ໂລກ​ລະ​ບາດ​
ພາບປະກອບ

ໃນນັ້ນ ບ້ວງເງິນສິນເຊື່ອທຳອິດ 221,5 ລ້ານ USD ໃນໂຄງການນີ້ ຈະສຸມໃສ່ການໜູນຊ່ວຍການເຄື່ອນໄຫວນະໂຍບາຍ ຊ່ວຍຟື້ນຟູຢ່າງຮອບດ້ານກວ່າ, ນັບແຕ່ລັດຖະບານເອເລັກໂຕນິກ ແລະ ພະລັງງານຜະລິດຄືນໃໝ່ ຕະຫຼອດຮອດການໜູນຊ່ວຍການບໍລິການເບິ່ງແຍງເດັກ ແລະ ການຊຳລະຜ່ານໂທລະສັບມືຖື.

ບ້ວງເງິນ 100 ລ້ານ USD ທີ່ຍັງເຫຼືອ ຈະໄດ້ນຳໃຊ້ເພື່ອໜູນຊ່ວຍນະຄອນ ໂຮ່ຈີມິນ ໃນການຊຸກຍູ້ການນຳໃຊ້ຖານຂໍ້ມູນລວມ ແລະ ມີຄວາມໂປ່ງໃສໃນການຄຸ້ມຄອງຕົວເມືອງ ແນໃສ່ເພີ່ມທະວີການຄຸ້ມຄອງໜີ້ສິນ ແລະ ຊັບສົມບັດລວມ, ປັບປຸງການເຄື່ອນໄຫວສະໜອງການບໍລິການບຸລິມະສິດຕ່າງໆຂອງນະຄອນ - ເຊິ່ງແມ່ນສາມປັດໄຈພື້ນຖານເພື່ອຄຸ້ມຄອງນະຄອນທັນສະໄໝຢ່າງມີປະສິດທິຜົນ.

vovworld.vn

ເຫດການ
302 Found

Found

The document has moved here.