​ເພີ່ມ​ທະວີ​ການ​ຮ່ວມ​ມື​ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທາດ​ເຄມີ ​ແລະ ສິ່ງ​ເສດ​ເຫຼືອ​ອັນ​ຕະລາຍ​ຂ້າມ​ຊາດ

00:00 | 03/08/2023

ຍສໝ - ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8).

ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ
ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ: ​ເພີ່ມ​ທະວີ​ການເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ: ​ເພີ່ມ​ທະວີ​ການເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ

ກອງ​ປະຊຸມ​ໂດຍ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ (ຫົວເງື່ອນ​ຂອງ​ສະມາຄົມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມຂອງ​ຫວຽດນາມ - ASOEN ຫວຽດນາມ) ສົມທົບ​ກັບ​ຄະນະ​ເລຂາອາ​ຊຽນ. ​ໃນ 3 ວັນ (ແຕ່​ວັນ​ທີ 5 ຫາ​ວັນ​ທີ 7 ກໍລະກົດ), AWGCW-8 ຈະ​ຕີ​ລາຄາ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເຄມີ ​ແລະ ສິ່ງ​ເສດ​ເຫຼືອ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທາດ​ເຄມີ ​ແລະ ສິ່ງ​ເສດ​ເຫຼືອ​ອັນ​ຕະລາຍ​ຂ້າມ​ຊາດ

ເຫດການໄດ້ດຳເນີນໃນລະຫວ່າງວັນທີ 5 – 7 ກໍລະກົດ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະເລຂາອາຊຽນ, ບັນດາປະເທດ ໃນກຸ່ມ ອາຊຽນ ແລະ ອົງການຈັດຕັ້ງຄູ່ຮ່ວມມື, ສະມາຊິກຂອງບັນດາກຸ່ມປະຕິບັດງານຂຶ້ນກັບ ASOEN ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ນັກຊ່ຽວຊານ, ນັກວິທະຍາສາດ ມາຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ.

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຝ່າຍຕີລາຄາຄືນການເຄື່ອນໄຫວຮ່ວມມືຂອງບັນດາປະເທດ ສະມາຊິກອາຊຽນກ່ຽວກັບທາດເຄມີ, ສິ່ງເສດເຫຼືອໃນປີຜ່ານມາ, ປຶກສາຫາລື ແລະ ກຳນົດທິດເພື່ອແນໃສ່ເປັນເອກະພາບກ່ຽວກັບຫຼັກການບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນໃນໄລຍະຈະມາເຖິງ. ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.