ການເຄື່ອນໄຫວຕ້ອນຮັບວັນບຸນເອກະລາດຢູ່ທຸກແຖບຖິ່ນທົ່ວປະເທດຊາດຢ່າງຄຶກຄື້ນ
ພ້ອມກັບປະຊາຊົນໃນທົ່ວປະເທດຊາດ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢ່າງຟົດຟື້ນ, ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ ກໍ່ພາກັນໄປເຕົ້າໂຮມຢູ່ເຂດດ່ານຊາຍແດນ ລ໊ອງເຊິບ.
ພ້ອມກັບປະຊາຊົນໃນທົ່ວປະເທດຊາດ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢ່າງຟົດຟື້ນ, ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ ກໍ່ພາກັນໄປເຕົ້າໂຮມຢູ່ເຂດດ່ານຊາຍແດນ ລ໊ອງເຊິບ.
ສະຫາຍ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດລາວ ປະຈໍາ ຝະລັ່ງ ໃຫ້ຮູ້ວ່າ ຫວຽດນາມ ພັດທະນາ ແລະບັັນລຸຜົນງານພົ້ນເດັ່ນຮອບດ້ານ, ຄື: ການເມືອງ, ເສດຖະກິດ, ສັງຄົມ, ການທະຫານ, ປະກອບສ່ວນປັບປຸງທີ່ຕັ້ງຢູ່ພາກພື້ນ ແລະໃນໂລກຢ່າງບໍ່ຢຸດຢັ້ງ.
ຍສໝ - ໃນປີ 2010, ສູນພາສາຫວຽດນາມ ຢູ່ແຂວງສະຫວັນນະເຂດ (ລາວ) ໄດ້ເປີດເຂົ້າສູ່ການນຳໃຊ້ຢ່າງເປັນທາງການ. ສູນດັ່ງກ່າວໂດຍນະຄອນດ່ານັ້ງ (ຫວຽດນາມ) ໜູນຊ່ວຍການລົງທຶນກໍ່ສ້າງ ແລະ ຕິດຕັ້ງອຸປະກອນ ເພື່ອສິດສອນພາສາຫວຽດນາມ ໃຫ້ນັກຮຽນ, ນັກສຶກສາ ແລະ ພະນັກງານຂອງລາວ.
ກ່າວຄຳເຫັນທີພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໄດ້ຫວນຄືນໄລຍະທາງ 77 ປີ ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຂອງປະຊາຊົນ ຫວຽດນາມ.
ໃນລະຫວ່າງວັນທີ 1 – 4 ກັນຍາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນວັນບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ໂດຍພະແນກພົວພັນຕ່າງປະເທດ ນະຄອນດ່ານັ້ງ ສົມທົບກັບ ສະຖານກົງສູນໃຫຍ່ ສ.ເກົາຫຼີປະຈຳດ່ານັ້ງ ຈັດຂຶ້ນ.
ຕອນເຊົ້າວັນທີ 2 ກັນຍາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວ ໄດ້ຈັດການແຂ່ງຂັນຊ່ວງເຮືອປະເພນີຢູ່ແມ່ນ້ຳ ເຮືອງ. ການແຂ່ງຂັນມີເຮືອຊ່ວງ 9 ລຳເຂົ້າຮ່ວມ ດ້ວຍສີພາຍທັງຊາຍ ແລະ ຍິງກວ່າ 300 ຄົນຂອງບັນດາທ້ອງຖິ່ນເຂດແມ່ນ້ຳຢູ່ບໍລິເວນແຂວງດັ່ງກ່າວ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (02/9/1945 - 02/9/2022), ການນຳຫຼາຍປະເທດໄດ້ສົ່ງສານອວຍພອນ ໄປຍັງການນຳພັກ, ລັດ ຫວຽດນາມ.
ກ່ອນນີ້ 77 , ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດກຳມະກອນຊາວນາແຫ່ງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້.
ທ່ານຮອງລັດຖະມົນຕີ ຝ້າມກວາງຮ້ຽວ ຢືນຢັນວ່າ, ບັນດາອົງການຢູ່ພາຍໃນປະເທດ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາລວມຂອງການພົວພັນລະຫວ່າງ 2 ປະເທດ.
ຍສໝ - ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ USD, ເພີ່ມຂຶ້ນ 13%.
ຍສໝ - ວັນທີ 24 ກໍລະກົດ 2022, ຢູ່ແຂວງຊຽງຂວາງ, ປະຊາຄົມຊາວຫວຽດນາມຢູ່ແຂວງຊຽງຂວາງ ສົມທົບກັບ ອຳນາດການປົກຄອງແຂວງຊຽງຂວາງ ແລະ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ຈັດພິທີສູດອະນິດຈາເຖິງດວງວິນຍານຜູ້ເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະ ລາວ.
ນອກຈາກການນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ, ເພື່ອຮັບປະກັນປະສິດທິຜົນດ້ານລາຍຈ່າຍ, UNDP ຄວນມີຫົວຄິດປະດິດສ້າງໃນການຊອກຫາວິທີລະດົມແຫຼ່ງກຳລັງຈາກບັນດາຝ່າຍທີ່ກ່ຽວຂ້ອງ.
ຫວ່າງແລ້ວນີ້, ທ່ານອັກຄະລັດຖະທູດ ສປປ. ລາວ ປະຈຳ ສະຫະພັນ ລັດເຊຍ ວົງວິໄລ ທິບພະລັງສີ ໄດ້ເຂົ້າ ອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢູ່ ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ.
ເອກະລາດ - ເສລີພາບ - ສັນຕິສຸກ ແມ່ນ ສິດຂອງມະນຸດສູງທີ່ສຸດ ຕາມລັດຖະທຳມະນູນ ສປຊ ແລະ ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ, ແຕ່ສິດດັ່ງກ່າວນັ້ນໄດ້ປະຕິບັດກໍ່ຕໍ່ເມື່ອປະເທດມີເອກະລາດ. ຍ້ອນວ່າບັນດາຄຸນຄ່າອັນສູງສົ່ງນັ້ນ, ໃນຕະຫຼອດໄລຍະປະຫວັດສາດ, ມວນມະນຸດກ້າວໜ້າ, ໃນນັ້ນມີປະຊາຊົນຫວຽດນາມ, ບໍ່ໄດ້ຫວາດຫວັ່ນຕໍ່ການເສຍສະຫຼະ, ຄວາມທຸກຍາກລຳບາກເພື່ອຕໍ່ສູ້ຍາດເອົາເອກະລາດ. ນັບແຕ່ວັນທີ 2 ກັນຍາ ປີ 1945 ມາຮອດປັດຈຸບັນ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍອັນສູງສົ່ງນັ້ນ.
ຍສໝ - ໃນລະຫວ່າງວັນທີ 29 – 31 ສິງຫາ, ຢູ່ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມປະຕິບັດກົດໝາຍໃນຂົງເຂດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໂດຍຫ້ອງການອົງການປ້ອງກັນ, ຕ້ານອາດຊະຍາກຳຂອງ ສປຊ (UNODC) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ, ຄະນະກຳມະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ໄທ ແລະ ກະຊວງຍຸຕິທຳ ສ.ເກົາຫຼີ ຮ່ວມຈັດຕັ້ງ.
ຍສໝ - ຫວ່າງແລ້ວນີ້, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລາວ ແລະ ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນປະຕິບັດລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.
ຫວ່າງແລ້ວນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະດໍາເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.
ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດໂຄວິດ -19, ວຽກງານສາກົນກັບລາວ ໄດ້ຮັບການຮັກສາຜ່ານບັນດາຮູບແບບແລກປ່ຽນທາງໄກ, ອັບເດດເປັນປະຈຳ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງຫົວໜ່ວຍ…
ເມືອງ ເຕິຍຢາງ ທີ່ແຂວງ ກວ໋າງນາມ ໄດ້ຮັບການຕີລາຄາວ່າ ແມ່ນທ່ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາການທ່ອງທ່ຽວສີຂຽວ ທ່ອງທ່ຽວຊຸມຊົນ. ດ້ວຍຈຸດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ນພີ່ນ້ອງບັນດາເຜົ່າສ່ວນໜ້ອຍ, ດິນຟ້າອາກາດເຢັນສະບາຍ, ມີທິວທັດທຳມະຊາດຫຼາຍແຫ່ງ ແລະ ລະດັບການປົກຄຸມຂອງປ່າຢ່າງສູງ, ເຕິຍຢາງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.