ເອກອັກຄະລັດຖະທູດລາວ ປະຈໍາ ຝະລັ່ງ ອວຍພອນວັນຊາດຫວຽດນາມ ຄົບຮອບ 77 ປີ

14:00 | 03/09/2022

ສະຫາຍ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດລາວ ປະຈໍາ ຝະລັ່ງ ໃຫ້ຮູ້ວ່າ ຫວຽດນາມ ພັດທະນາ ແລະບັັນລຸຜົນງານພົ້ນເດັ່ນຮອບດ້ານ, ຄື: ການເມືອງ, ເສດຖະກິດ, ສັງຄົມ, ການທະຫານ, ປະກອບສ່ວນປັບປຸງທີ່ຕັ້ງຢູ່ພາກພື້ນ ແລະໃນໂລກຢ່າງບໍ່ຢຸດຢັ້ງ.

ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ຫວຽດ​ນາມ ຄົບຮອບ 77 ປີ​ຢູ່​ກຳ​ປູ​ເຈຍ ແລະ ມາ​ເລ​ເຊຍ ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ຫວຽດ​ນາມ ຄົບຮອບ 77 ປີ​ຢູ່​ກຳ​ປູ​ເຈຍ ແລະ ມາ​ເລ​ເຊຍ
ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ
ການນໍາ ແລະພະນັກງານສະຖານທູດຫວຽດນາມ ແລະລາວ ຖ່າຍຮູບເປັນທີ່ລະນຶກເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ. ພາບ: ສໍານັກຂ່າວສານຫວຽດນາມ.
ການນໍາ ແລະພະນັກງານສະຖານທູດຫວຽດນາມ ແລະລາວ ຖ່າຍຮູບເປັນທີ່ລະນຶກເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍ ຄໍາອິນ ຄິດຈະເດດ ອວຍພອນພັກກອມມູນິດຫວຽດນາມ ໃນຕະຫຼອດ 77 ປີຜ່ານມາໄດ້ນໍາພາປະຊາຊົນຫວຽດນາມ ຍາດໄດ້ເອກະລາດແຫ່ງຊາດ, ປົດປ່ອຍປະເທດຊາດເມື່ອປີ 1975 ແລະວັນນີ້, ຫວຽດນາມ ພັດທະນາ ແລະບັັນລຸຜົນງານພົ້ນເດັ່ນຮອບດ້ານ, ຄື: ການເມືອງ, ເສດຖະກິດ, ສັງຄົມ, ການທະຫານ, ປະກອບສ່ວນປັບປຸງທີ່ຕັ້ງຢູ່ພາກພື້ນ ແລະເວທີສາກົນຢ່າງບໍ່ຢຸດຢັ້ງ.

ສະຫາຍຍັງເນັ້ນໜັກວ່າ ສາຍພົວພັນມູນເຊື້ອທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ ແລະຫວຽດນາມ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ສ້າງຕັ້ງ, ໄດ້ເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນຄົນ ແລະໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດບົນເສັ້ນທາງແຫ່ງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ປະຊາຊົນອີ່ມໜຳສຳລານ, ມີຄວາມຜາສຸກ...

ສ່ວນສະຫາຍ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ ໄດ້ສະແດງຄວາມສະເທືອນໃຈຕໍ່ອາລົມຈິດຂອງອ້າຍນ້ອງຈາກປະເທດລ້ານຊ້າງ, ສະແດງຄວາມຂອບໃຈຕໍ່ຄໍາອວຍພອນທີ່ດີງາມຂອງສະຫາຍ ຄໍາອິນ ຄິດຈະເດດ. ສະຫາຍ ດິງຕວ່ານຖັ໊ງ ສະເໜີໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມື, ຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ ແລະມີປະສິດທິຜົນໃນຂົງເຂດຕ່າງໆ, ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງບັນດາອົງການຜູ້ຕາງໜ້າສອງປະເທດ, ພ້ອມກັນປະຕິບັດໃຫ້ສໍາເລັດໜ້າທີ່, ຮັບໃຊ້ຜົນປະໂຫຍດຂອງແຕ່ລະປະເທດ, ຂອງຊາດ ແລະຂອງປະຊາຄົມອາຊຽນ.

ສະຫາຍຍັງສະແດງຄວາມປາດຖະໜາຢາກໃຫ້ສອງປະເທດເວົ້າລວມ ແລະສອງສະຖານທູດເວົ້າສະເພາະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນ, ພິເສດແມ່ນລະຫວ່າງພະນັກງານໜຸ່ມເພື່ອໃຫ້ມີມູມມອງທີ່ເລິກເຊິ່ງກວ່າ, ຈາກນັ້ນມີສະຕິຮັບຜິດຊອບຢ່າງຈະແຈ້ງກວ່າໃນການປົກປັກຮັກສາ, ຮັກສາສາຍພົວພັນອັນລໍ້າຄ່ານີ້, ບໍ່ພຽງແຕ່ໃນປະຈຸບັນເທົ່ານັ້ນ ຫາກຍັງແມ່ນໃນອະນາຄົດອີກດ້ວຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.