ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານການທູດລະຫວ່າງຫວຽດນາມ ແລະກູບາ

19:39 | 01/09/2022

ຫວ່າງແລ້ວນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະດໍາເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ
ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Gerardo Penalver Portal ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງມີຊີວິດຊີວາ ແລະແທດຈິງຂອງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ກູບາ ໃນໄລຍະຜ່ານມາ ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19. ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ VII ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງສອງຝ່າຍ, ທ່ານລັດຖະມົນຕີ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະພົບປະທຸກຂັ້ນ, ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນສອງຝ່າຍກວ່າອີກ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ໄດ້ສ້າງຕັ້ງລະຫວ່າງພັກ, ລັດຖະບານ ແລະບັນດາກະຊວງ, ຂະແໜງການຂອງສອງປະເທດ.

ທ່ານ Gerardo Penalver Portal ກ່າວວ່າ ກູບາ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານກັບຫວຽດນາມ ເລິກເຊິ່ງກວ່າອີກ; ຕີລາຄາສູງຕໍ່ບັນດາຜົນງານຂອງຫວຽດນາມ ໃນການຄວບຄຸມພະຍາດໂຄວິດ-19, ຮັກສາທ່າເຕີບໂຕເສດຖະກິດ, ຮັບປະກັນຊີວິດສັງຄົມ; ສະແດງຄວາມຂອບໃຈຕໍ່ນໍ້າໃຈສາມັກຄີ ແລະການໜູນຊ່ວຍທີ່ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະຫງວນໃຫ້ກູບາ ໃນກິດຈະການປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດ, ຫວ່າງມໍ່ໆມານີ້ແມ່ນຄໍາຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະໜູນຊ່ວຍທັງດ້ານຈິດໃຈ ແລະວັດຖຸ ພາຍຫຼັງເກີດເຫດໄຟໄໝ້ສາງເຊື້ອເພີງ ຢູ່ນະຄອນ Matanzas ຜ່ານມາ.

ສອງຝ່າຍເຫັນດີນຳກັນວ່າ ກະຊວງການຕ່າງປະເທດສອງປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງຕໍ່ການກະກຽມໃຫ້ແກ່ການເຄື່ອນໄຫວແລກປ່ຽນການເມືອງ ແລະພົບປະຂັ້ນສູງ ໄລຍະ 2022-2023; ຮັກສາ ແລະຍົກສູງປະສິດທິຜົນກົນໄກຮ່ວມມື; ມານະພະຍາຍາມຍົກສູງການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນກວ່າອີກ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນດ້ານການເມືອງແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.